Thursday, March 20, 2025

ພຣະທາດໂຜ່ນ! ແຫຼ່ງທ່ອງທ່ຽວທາງວັດທະນະທຳແຂວງສະຫວັນນະເຂດ

ພຣະທາດໂຜ່ນ ເປັນພະທາດທີ່ເກົ່າແກ່ມີອາຍຸປະມານ 2,500 ປີ ເປັນສະຖານທີ່ທ່ອງທ່ຽວທາງວັດທະນະທຳຂອງແຂວງ ສະຫວັນນະເຂດ ທີ່ມີນັກທ່ອງທ່ຽວນິຍົມໄປກາບໄຫວ້ ແລະ ສັກກາລະບູຊາເປັນຈຳນວນຫຼາຍ ໂດຍສະເພາະແມ່ນນັກທ່ອງທ່ຽວພາຍໃນ.

ພະທາດໂຜ່ນ ຫຼື ເຈົ້າແທ່ນຄໍາເຫຼືອງ ຕາມຕຳນານໄດ້ກ່າວໄວ້ວ່າ: ພະທາດອົງນີ້ສ້າງຂຶ້ນໃນຕອນຄ່ຳຂອງວັນພຸດເດືອນ 12 ພສ 236. ສ້າງດ້ວຍຫີນເຂົ້າຈີ່ ຫຼື ເອີ້ນວ່າ (ຫີນໜາມໜໍ່) ກໍເປັນທາດອຸໂມງ (ຮູບໂອຂວ້ຳ) ກວ້າງດ້ານລະ 12 ວາສ້າງມື້ໜຶ່ງກັບຄືນໜຶ່ງກໍສຳເລັດມາເຖິງປະຈຸບັນນີ້ມີອາຍຸເຖິງ 2.500 ປີ, ໂດຍມີສົມເດັດພະພຸດທະວົງສາເປັນລາຊະອຸປະຖຳສືບຕໍ່ມາ ແລະ ເພີ່ນຈະຈັດງານບຸຸນສະເຫຼີມສະຫຼອງພະທາດນີ້ຂຶ້ນ 15 ຄໍ່າ ເດືອນສາມ ( ເດືອນສາມເພັງ ) ຂອງທຸກໆປີ.

ສະນັ້ນສະຖານທີ່ແຫ່ງນີ້ຈຶ່ງຖືວ່າເປັນມໍລະດົກຕົກທອດ, ເປັນຊັບສົມບັດມິ່ງເມືອງທີ່ມີຄ່າສູງ, ໂດດເດັ່ນທາງດ້ານວັດທະນະທຳອັນລ້ຳຄ່າ ແລະ ເປັນປະຫວັດສາດ ຊຶ່ງຕິດພັນກັບແບບແຜນດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າມາແຕ່ດຶກດຳບັນ ແລະ ຍັງເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳທີ່ສຳຄັນ ແລະ ມີຊື່ສຽງອີກແຫ່ງໜຶ່ງຂອງ ແຂວງສະຫວັນນະເຂດ. ເຊື່ອກັນວ່າໃຜທີ່ມາຂໍພອນແລະບົນບະ ກໍຈະມັກຈະໄດ້ດັ່ງຄວາມມຸ່ງມາດປາຖະຫນາຢ່າງອັດສະຈັນ ແຕ່ລະມື້ກໍຈະມີທັງຄົນລາວແລະຄົນໄທມາກາບໄຫວ້ຂໍພອນ ຖືວ່າເປັນພະທາດທີ່ສັກສິດແລະມີປະຫວັດຄວາມເປັນມາອັນຍາວນານ.

ພຣະທາດໂຜ່ນ: ຕັ້ງຢູ່ວັດເຈຕິຍາຣາມ ບ້ານໂພນທາດ, ເມືອງໄຊພູທອງ, ແຂວງສະຫວັນນະເຂດ, ຕັ້ງຢູ່ຫ່າງຈາກເທສະບານເມືອງໄຊພູທອງປະມານ 22 ກິໂລແມັດ ຕາມເສັ້ນທາງເລກທີ 13 ໃຕ້ ມຸ່ງໜ້າສູ່ແຂວງຈໍາປາສັກ ແລະ ຫ່າງຈາກເທດສະບານນະຄອນໄກສອນພົມວິຫານ ປະມານ 65 ກິໂລແມັດ.

#ແຫຼ່ງທ່ອງທ່ຽວ #ວັດທະນະທຳ #ສະຫວັນນະເຂດ

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່