Saturday, November 8, 2025
Kbank Laos โอน รับ จ่าย

ດອກປີກໄກ່ ຄັດເລືອກນັກກິລາທີມຊາດລາວຮຸ່ນສືບທອດ

ສະຫະພັນດອກປີກໄກ່ແຫ່ງຊາດລາວ ສາມາດຄັດເລືອກນັກກິລາດອກປີກໄກ່ທີມຊາດລາວ ໃນຮຸ່ນເຍົາວະຊົນ ອາຍຸບໍ່ເກີນ 15 ປີ ແລະ ຮຸ່ນອາຍຸບໍ່ເກີນ 17 ປີ ກຽມສົ່ງເຂົ້າຮ່ວມແຂ່ງຂັນ 2 ລາຍການໃຫຍ່ ກໍຄື ງານແຂ່ງຂັນກິລາດອກປີກໄກ່ ຊີງແຊ໋ມເຍົາວະຊົນອາຊຽນ ຈະຈັດຂຶ້ນໃນເດືອນພຶດສະພານີ້ ທີ່ສປປ ລາວ ເປັນເຈົ້າພາບ ແລະ ງານກິລານັກຮຽນອາຊຽນ ຄັ້ງທີ 13 ທີ່ແຂວງດານັງ ສສ ຫວຽດນາມ ຈະຈັດຂຶ້ນໃນເດືອນມີຖຸນາ 2024.

ການແຂ່ງຂັນກິລາດອກປີກໄກ່ ທົ່ວປະເທດ ເພື່ອຄັດເລືອກ ນັກກິລາຮຸ່ນເຍົາວະຊົນທີມຊາດ ໃນຮຸ່ນອາຍຸ 15 ປີ ແລະ 17 ປີ ເພື່ອຄັດເລືອກນັກກິລາພອນສະຫວັນດີເດັ່ນຕິດທີມຊາດ ກຽມສົ່ງເຂົ້າຮ່ວມ 2 ງານໃຫຍ່ ກໍຄື ດອກປີກໄກ່ ຊີງແຊ໋ມເຍົາວະຊົນອາຊຽນ ຈະຈັດຂຶ້ນໃນເດືອນພຶດສະພາ ທີ່ສປປ ລາວ ເປັນເຈົ້າພາບ ແລະ ງານກິລານັກຮຽນອາຊຽນຄັ້ງທີ 13 ໃນເດືອນມີຖຸນາ 2024 ທີ່ແຂວງດານັງ ສສ ຫວຽດນາມ ໄດ້ມີຂຶ້ນ ລະຫວ່າງວັນທີ 8-9 ມີນາ ຜ່ານມາ ທີ່ສະໂມສອນ ດອກປີກໄກ່ ເສດຖາ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ.

ລາຍການນີ້ ຈັດຂຶ້ນ ຊຶ່ງມີນັກກິລາ 65 ຄົນ, ຍິງ 8 ຄົນ ຈາກ 12 ພາກສ່ວນເຂົ້າຮ່ວມ, ໃນນັ້ນ ມາຈາກ 5 ແຂວງ ຄື: ຄຳມ່ວນ, ອຸດົມໄຊ, ຫຼວງພະບາງ, ບໍ່ແກ້ວ ແລະ ໄຊຍະບູລີ ມີການຊີງໄຊ 5 ລາຍການ ປະກອບມີ ດ່ຽວຊາຍຮຸ່ນອາຍຸ 15 ປີ, ດ່ຽວຍິງ 17 ປີ, ດ່ຽວຊາຍ 17 ປີ, ຄູ່ຊາຍ 17 ປີ ແລະ ແຂ່ງຂັນລາຍການພິເສດ ປະເພດດ່ຽວຊາຍອາຍຸ 19 ປີ.

ການຄັດເລືອກແມ່ນຄັດເລືອກເອົານັກກິລາທີ່ສາມາດຕິດອັນດັບທີ 1, ອັນດັບທີ 2 ແລະ ອັນດັບທີ 3 ມີລາຍຊື່ຕິດທີມຊາດ ຜ່ານການແຂ່ງຂັນ ປະກົດວ່າ: ນັກກິລາຈາກແຂວງຫຼວງບາງສາມາດຕິດທີມຊາດໄດ້ຫຼາຍກວ່າທຸກພາກສ່ວນ ທີ່ສົ່ງເຂົ້າຮ່ວມແຂ່ງຂັນເຖິງ 4 ຄົນ, ໃນນັ້ນ ມາຈາກສະໂມສອນ ເອວຈີບີ ສີຣິວົງ ຫຼື LGB SIRIVONG ຈຳນວນ 3 ຄົນ ແລະ ນັກກິລາຕົວແທນຂອງແຂວງຫຼວງພະບາງ ອີກ 1 ຄົນ.

ສຳລັບປະເພດດ່ຽວເຍົາວະຊົນ 15 ປີຊາຍ ຊະນະເລີດ ທອງປັນຍາ ສຸວັນນີ ຈາກສະໂມສອນ ພິຈີ, ອັນດັບທີ 2 ທ້າວ ພອນຈິດ ແສງຫຼ້າ ຈາກແຂວງອຸດົມໄຊ ແລະ ອັນດັບທີ 3 ທ້າວ ພູນິກອນ ຈາກແຂວງອຸດົມໄຊ ສ່ວນດ່ຽວເຍົາວະຊົນ 17 ປີຊາຍ ຊະນະເລີດ ທ້າວ ຊະນະ ສີຣິສັກ ຈາກສະໂມສອນ LGB SIRIVONG, ອັນດັບທີ 2 ທ້າວ ວາລັດ ມະນິວົງ ຈາກສະໂມສອນ LGB SIRIVONG, ອັນດັບທີ 3 ທ້າວ ອານຸສິດ ມະນິວັນ ຈາກສະໂມສອນ LGB SIRIVONG ດ່ຽວເຍົາວະຊົນ 17 ປີຍິງ ຊະນະເລີດ ນາງ ດາລາວອນ ຄຳຈັນ ຈາກແຂວງໄຊຍະບູລີ, ອັນດັບທີ 2 ນາງ ເມສາທິບ ດ້ວງເງິນ ຈາກແຂວງໄຊຍະບູລີ, ອັນດັບທີ 3 ນາງ ລີ່ລີ່ ສີຊົມຊື່ນ ຈາກສະໂມສອນ ກັບຕັນ-ວິນເນີ ແລະ ຄູ່ເຍົາວະຊົນ 17 ປີຊາຍ ຊະນະເລີດ ທ້າວ ຊະນະ ສີຣິສັກ ຄູ່ກັບ ທ້າວ ອານຸສິດ ມະນິວັນ ຈາກສະໂມສອນ LGB SIRIVONG, ອັນດັບທີ 2 ທ້າວ ຈະເລີນໄຊ ວົງສາລິຄຳ ຄູ່ກັບ ວາລັດ ມະນິວົງ ຈາກແຂວງຫຼວງພະບາງ ແລະ ອັນດັບທີ 3 ທ້າວ ນັດທິວ ພົງສັກ ຄູ່ກັບ ທ້າວ ສຸພະໄຊ ສິມມະວົງ ຈາກສະໂມສອນ ກັບຕັນ-ວິນເນີ.

ຂະນະທີ່ ລາຍການພິເສດ ຮຸ່ນອາຍຸ 19 ປີ ແຊ໋ມເປັນຂອງ ທ້າວ ມານະສິນ ຂິດຕະສີ ຈາກສະໂມສອນ LGB SIRIVONG, ອັນດັບທີ 2 ທ້າວ ໂຊກໄຊ ສີຫານາດ ຈາກສະໂມສອນ ແລັບດອກ ແລະ ອັນດັບທີ 3 ທ້າວ ອາທິວັດ ອຸດົມສະຫວັດ ຈາກສະມໂສອນກັບຕັນ-ວິນເນີ.

ໂດຍ ສົງການ ພັນແພງດີ

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.