Vietjet ຊຸກຍູ້​ການ​ເຊື່ອມ​ຕໍ່​ລະຫວ່າງ ​ຫວຽດນາມ – ອົດ​ສະ​ຕາ​ລີ ດ້ວຍ​ຖ້ຽວບິນ ຮ່າ​ໂນ້ຍ – ຊິດ​ນີ.

*ຄ່າປີ້ໂດຍສານຖືກທີ່ສຸດພຽງ 0 ໂດລາ ສໍາລັບທຸກຖ້ຽວບິນລະຫວ່າງຫວຽດນາມ ແລະ ອົດສະຕາລີ

(ນະຄອນຫຼວງ ວຽງຈັນ, ວັນທີ 20 ມີນາ 2024) ຂ່າວດີສຳລັບນັກທ່ອງທ່ຽວຈາກລາວ ທີ່ວາງແຜນຈະໄປຢ້ຽມຢາມອົດສະຕາລີ ໃນມື້ພັກທີ່ຈະມາເຖິງນີ້, ຖ້ຽວບິນຂອງ Vietjet ອອກຈາກນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ ຈະຂະຫຍາຍເສັ້ນທາງສາຍການບິນໃໝ່ໄປ ຊິດນີ ຕື່ມອີກ.

ພາຍຫຼັງ​ເປີດຖ້ຽວ​ບິນ ຮ່າ​ໂນ້ຍ–​ເມວ​ເບີນ ໃນ​ຕົ້ນ​ເດືອນ​ນີ້, ຖ້ຽວບິນຮ່າ​ໂນ້ຍ–ຊິດ​ນີ ຈະ​ເລີ່​ມບິນ​ໃນ​ເດືອນ​ມິຖຸນາ​ນີ້. ດ້ວຍເວລາບິນປະມານ 10 ຊົ່ວໂມງຕໍ່ຖ້ຽວ, ເສັ້ນທາງໃໝ່ຈະຊ່ວຍປະຢັດເວລາເດີນທາງຢ່າງຫຼວງຫຼາຍ ແລະ ຍັງເພີ່ມທາງເລືອກໃນການເດີນທາງຕື່ມອີກ.

​ເລີ່​ມ​ແຕ່​ວັນ​ທີ 8 ມິຖຸນາ 2024, ​ເສັ້ນທາງ ຮ່າ​ໂນ້ຍ – ຊິດ​ນີ ຈະ​ດຳ​ເນີນ​ຖ້ຽວ​ບິນ 2 ຄັ້ງ​ຕໍ່​ອາທິດ. ​ໃນ​ວັນ​ພຸດ ​ແລະ ວັນ​ເສົາ, ນັກ​ທ່ອງ​ທ່ຽວ​ຈະໄດ້ຮັບຄວາມ​ສະດວກ​ສະບາຍ​ໃນ​ການ​ເດີນທາງ​ຈາກ​ນະຄອນຫຼວງ​ຮ່າ​ໂນ້ຍຂອງ​ຫວຽດນາມ ​ແລະ​ໄປ​ຮອດ​ນະຄອນ ຊິດນີ, ເປັນເມືອງທີ່ເຕັມໄປດ້ວຍຄວາມ​ມີ​ຊີວິດ​ຊີວາ​ຂອງ​ອົດສະຕາລີ. ​ ຖ້ຽວ​ບິນ​ຈາກ ຊິດນີ ຈະ​ພາ​ນັກທ່ອງທ່ຽວ​ໄປ​ຮອດ​ໃຈ​ກາງ​ຂອງ​ຫວຽດ​ນາມ ໃນ​ວັນ​ພະ​ຫັດ ແລະ ວັນ​ອາ​ທິດ ເພື່ອຮັບຊົມທິວ​ທັດ​ທີ່​ຂຽວ​ສົດງົດງາມ ​ທາງ​ພາກ​ເໜືອ​ຂອງ​ຫວຽດ​ນາມ.

ເສັ້ນທາງ ຮ່າໂນ້ຍ – ເມວເບີນ ຈະເລີ່ມໃຫ້ບໍລິການວັນທີ 3 ມິຖຸນາ 2024, ບິນອາທິດລະ 2 ຄັ້ງ ຄືວັນຈັນ ແລະ ວັນສຸກ ຈາກຮ່າໂນ້ຍ, ມາຮອດ ເມວເບີນໃນມື້ດຽວກັນ. ຖ້ຽວບິນຂາກັບອອກຈາກ ເມວເບີນ ໄປ ຮ່າໂນ້ຍ ໃນວັນອັງຄານ ແລະ ວັນເສົາ.

Vietjet ໃຫ້ບໍລິການຖ້ຽວບິນກົງເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ດ້ວຍເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີ. ມອບທາງເລືອກໃຫ້ນັກທ່ອງທ່ຽວຈາກລາວທີ່ມີແຜນເດີນທາງໄປອົດສະຕາລີ, ນັກທ່ອງທ່ຽວສາມາດເດີນທາງໄປນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ ໄປ Melbourn, Sydney, Brisbane, Perth ແລະ Adelaide ກັບ Vietjet ທີ່ອົດສະຕາລີ ດ້ວຍລາຄາທີ່ເໝາະສົມ. Vietjet ໄດ້ມອບທາງເລືອກ ແລະ ຄວາມຄຸ້ມຄ່າທີ່ສຸດ ດ້ວຍການບໍລິການທີ່ທ່ານຈະພໍໃຈຢ່າງແນ່ນອນ. ​ນໍາທຸກໆ​ຈຸດໝາຍ​ປາຍທາງ​ໃຫ້ກັບ​ນັກ​ທ່ອງ​ທ່ຽວ​ຫຼາຍກວ່າເກົ່າດ້ວຍ​ເສັ້ນທາງ​ຂອງ Vietjet.

ເພື່ອສະເຫຼີມສະຫຼອງເສັ້ນທາງໃໝ່, Vietjet ມອບໂປຣໂມຊັ່ນເລີ່ມຕົ້ນພຽງແຕ່ 0 ໂດລາ (ບໍ່ລວມພາສີ ແລະ ຄ່າທຳນຽມ) ແຕ່ມື້ນີ້ຫາວັນທີ 25 ມີນາ ທີ່ www.vietjetair.com ແລະ ແອັບມືຖື Vietjet Air, ນຳໃຊ້ໄດ້ກັບທຸກເຄືອຂ່າຍຖ້ຽວບິນຂອງຫວຽດນາມ – ອົດສະຕາລີ. ເຊິ່ງປີ້ໂປຣໂມຊັ່ນມີຕັ້ງແຕ່ມື້ນີ້ຈົນເຖິງວັນທີ 31 ຕຸລາ 2024 (ຍົກເວັ້ນວັນພັກ, ຂຶ້ນກັບແຕ່ລະເຂດ ແລະ ເສັ້ນທາງ).

ນອກຈາກ​ນີ້, ​ຜູ້​ໂດຍສານທີ່ສະສົມຄະແນນ​ເຖິງ 500 Skypoints ຈະ​ໄດ້​ຮັບ​ຂອງຂວັນ​​ທີ່​ໃນ​ຖ້ຽວ​ບິນ​ ຮ່າ​ໂນ້ຍ – ຊິດ​ນີ ​ແລະ ຮ່າ​ໂນ້ຍ – ເມວເບີນ. ສາມາດຮັບຂໍ້ສະເໜີເພີ່ມເຕີມໄດ້ທີ່ແອັບ SkyJoy ຫຼື https://skyjoy.vietjetair.com/ ແລະ ໂປໂມຊັ່ນທີ່ໜ້າສົນໃຈຫຼາຍຢ່າງຈາກ Vietjet ບໍ່ວ່າຈະເປັນ ອາຫານ, ສິນຄ້າແລະ ແຫຼ່ງທ່ອງທ່ຽວທີ່ມີຊື່ສຽງໃນຫວຽດນາມ ແລະ ທົ່ວໂລກ.

ພາຍ​ໃນເວລາ​ພຽງ​ໜຶ່ງ​ປີ​ທີ່ໃຫ້ບໍລິການ​ໃນ​ອົດ​ສະ​ຕາ​ລີ, ເສັ້ນທາງການບິນຂອງVietjet ໄດ້​ສະ​ແດງ​ໃຫ້​ເຫັນສັກກະຍະພາບຂອງ​ຕົນ. ​ເສັ້ນທາງ​ທີ່​ເຊື່ອມ​ຕໍ່​ທັງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ຮ່າ​ໂນ້ຍ ​ໄປ​ຍັງ​ບັນດາ​ນະຄອນ​ໃຫຍ່​ຂອງ​ອົດ​ສະ​ຕາ​ລີ ​ໄດ້​ມອບການ​ເດີນທາງທີ່​ສະດວກ​ສະບາຍ​ໃນ​ທົ່ວ​ທະວີບ​ ເພື່ອເດີນທາງໄປ​ເຮັດ​ວຽກ, ທ່ອງທ່ຽວ ​ຫຼື ການ​ສຳ​ຫຼວດສະຖານທີ່ໃໝ່ໆ. ປັດຈຸບັນສາຍການບິນໄດ້ໃຫ້ບໍລິການຖ້ຽວບິນຈາກນະຄອນໂຮ່ຈີມິນໄປ Melbourne, Sydney, Brisbane, Perth ແລະ Adelaide.

ໃນປີ 2023, Vietjet ໄດ້ຂະຫຍາຍຕາໜ່າງການບິນຂອງຕົນດ້ວຍການເພີ່ມເສັ້ນທາງບິນສາກົນ ແລະ ພາຍໃນປະເທດ33 ເສັ້ນ. ​ໃນ​ນັ້ນ​ມີ 5 ​ເສັ້ນທາງ​ໃໝ່​ທີ່​ເຊື່ອມ​ຕໍ່​ອົດ​ສະຕາລີ (Adelaide, Brisbane, Melbourne, Perth ​ແລະ Sydney) ​ໄປ​ຫວຽດນາມ.

ຄຽງ​ຄູ່​ກັບ​ການ​ເດີນ​ທາງ​​ໄປ​ທົ່ວ​ທະ​ວີບ, Vietjet ຍັງ​ສືບ​ຕໍ່​ເພີ່ມ​ທະ​ວີ​. ຜູ້​ໂດຍ​ສານ​ສາ​ມາດ​ເພີດເພີນ​ໄປກັບ​ເຮືອ​ບິນ​ໃໝ່​, ມີ​ຄ່າ​ໂດຍ​ສານ​ທີ່​ບໍ່​ແພງ ​ແລະ​ ໄດ້​ຊິ​ມ​ອາ​ຫານ​ຫວຽດ​ນາມ ​ແລະ ​ສາ​ກົນ​ຢ່າງມີ​ຄວາມ​ສຸກ​.

ຂໍ້ມູນເພີ່ມເຕີມ:  www.vietjetair.com

Media contact:

Bigblue Agency Laos

Call: +85620 78911848 (Lath)

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

Cell: +84 932 775 066

More from author

Related posts

Latest posts

ປະຫວັດ ພຣະທາດຫຼວງວຽງຈັນ

ພະທາດຫຼວງວຽງຈັນຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງຖະໜົນທາດຫຼວງ ບ້ານ ທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນປູຊະນິຍະສະຖານບູຮານອັນເປັນສັນ ຍະລັກຂອງປະເທດລາວ ແລະ ເປັນມິ່ງຂັວນຂອງປະຊາຊົນລາວກໍຄືຊາວພຸດທັງສອງຟາກຝັ່ງ ແມ່ນ້ຳຂອງ. ຕາມຕຳນານອຸລັງຄະທາດ ພະທາດຫຼວງຖືກສ້າງຂຶ້ນເທື່ອທີໜຶ່ງໃນ ປີ ພ.ສ 236 (ກ່ອນ ຄ.ສ 307 ປີ) ສະໄໝສ້າງເມືອງວຽງຈັນ, ໂດຍພຣະເຈົ້າ ຈັນທະບຸຣີ ປະສິດທິຈັກ ພ້ອມດ້ວຍພຣະ ອໍຣະຫັນຫ້າອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະ ແລະ ໄດ້ນຳເອົາພຣະບໍຣົມມະທາດ (ກະດູກ) ຂອງພຣະພຸດທະເຈົ້າມາຈາກປະເທດອິນເດຍ.

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...