Tuesday, April 22, 2025

ແມ່ບ້ານຕ້ອງລອງ! ນໍາເຈ້ຍທິດຊູ້ປະໄວ້ໃນຕູ້ເຢັນ ຈະຊ່ວຍດັບກິ່ນ.

ເຂົ້າສູ່ຊ່ວງໜ້າຮ້ອນ ອາຫານ, ເຄື່ອງດື່ມ, ຜັກ, ໝາກໄມ້, ອາຫານສົດຫຼືແຫ້ງ ທຸກຢ່າງທີ່ຖືກເກັບໄວ້ໃນຕູ້ເຢັນກໍອາດຈະເລີ່ມມີກິ່ນ ເຊິ່ງອາດຈະເປັນສິ່ງທີ່ຫຼີກລ້ຽງບໍ່ໄດ້ຂອງແມ່ບ້ານຫຼາຍໆຄົນ ແຕ່ຮູ້ບໍ່ວ່າເຮົາສາມາດແກ້ໄຂບັນຫາເຫຼົ່ານີ້ດ້ວຍການໃຊ້ ທິດຊູ້.

ປະໂຫຍດຂອງການໃສ່ເຈ້ຍທິດຊູ້ໄວ້ໃນຕູ້ເຢັນ

ດັບກິ່ນໃນຕູ້ເຢັນ

ລອງເອົາເຈ້ຍທິກຊູ້ 1 ມ້ວນ ໃສ່ຕູ້ເຢັນປະມານ 1 ເດືອນຕໍ່ຄັ້ງ ເຈ້ຍທິດຊູ້ກໍຈະດູດກິ່ນຂອງຕູ້ເຢັນ ແລະດັບກິ່ນທີ່ບໍ່ດີອອກໄປ.

ຢືດອາຍຸ ຮັກສາຄວາມສົດຂອງຜັກ ແລະ ໝາກໄມ້

ເມື່ອຊື້ຜັກ ແລະ ໝາກໄມ້ຈາກຕະຫຼາດ ຖ້າທ່ານຕ້ອງການຮັກສາຄວາມສົດຂອງຜັກ ແລະ ໝາກໄມ້ເຫຼົ່ານັ້ນ ນອກຈາກວິທີການວາງໄວ້ໃນຕູ້ເຢັນ ເທັກນິກອີກຢ່າງໜຶ່ງຄືການເກັບຜັກ ແລະ ໝາກໄມ້ທີ່ຫໍ່ດ້ວຍເຈ້ຍທິດຊູ້ໃນຕູ້ເຢັນ ເພາະເຈັ້ຍທິດຊູ້ຈະຊ່ວຍດູດອາຍ ແລະ ຄວາມຊຸ່ມຊື່ນ ບໍ່ເຮັດໃຫ້ຜັກເນົ່າເປື່ອຍ ມັນຍັງເຮັດໃຫ້ໝາກໄມ້ ແລະ ຜັກເຫຼົ່ານັ້ນສົດໃໝ່ສະເໝີ.

ຊ່ວຍເຮັດໃຫ້ຮັກສາລົດຊາດຂະໜົມປັງ

ຫຼັງຈາກຊື້ຂະໜົມປັງບາງຄົນອາດຈະບໍ່ສາມາດກິນໝົດໃນມື້ດຽວ ເພາະສະນັ້ນສ່ວນຫຼາຍຈຶ່ງມັກເກັບຮັກສາໄວ້ໃນຕູ້ເຢັນ. ແຕ່ຮູ້ບໍ່ວ່າ​ເມື່ອ​​ເອົາ​ເຂົ້າ​ໃນ​ຕູ້​ເຢັນ ຂະໜົມປັງຈະດູດ​ອາຍ ​ແລະ​ ເຮັດ​ໃຫ້​​ຊຸ່ມ​ຊື່ນ. ສຳລັບວິທີການແກ້ໄຂບັນຫານີ້ແມ່ນງ່າຍໆຄື ໃຫ້ວາງທິດຊູ້ແຜ່ນໜາໆ ໄວ້ໃນຖົງຂະໜົມປັງ ຫຼືຈະເອົາທິດຊູ້ຫໍ່ເຂົ້າໜົມປັງໄວ້ເລີຍກໍໄດ້ເພື່ອດູດຊຶມອາຍນ້ໍາ ແລະ ຄວາມຊຸ່ມຊື່ນ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.