Thursday, October 16, 2025
Kbank Laos โอน รับ จ่าย

ເຮົາບໍ່ແມ່ນເຈົ້າຂອງແຕ່ເປັນພຽງສ່ວນໜຶ່ງຂອງໂລກໜ່ວຍນີ້

Ego ຄືວິທີການດຳລົງຊິວິດຂອງມະນຸດພາຍໃຕ້ແນວຄວາມຄິດທີ່ວ່າມະນຸດເປັນເຈົ້າຂອງໂລກໜ່ວຍນີ້, ມະນຸດທຳລາຍປ່າໄມ້, ສັດປ່າ, ດິນ, ນ້ຳ, ອາກາດ,…. ເພື່ອຄວາມຕ້ອງການ ແລະ ຄວາມສະດວກສະບາຍຂອງຕົນເອງ. ນອກຈາກນີ້ຍັງສ້າງຂີ້ເຫຍື້ອ ແລະ ມົນລະພິດຢ່າງຫຼວງຫຼາຍ ມະນຸດທຳລາຍທຳມະຊາດຈົນເຮັດໃຫ້ທຳມະຊາດຍ້ອນກັບມາທຳລາຍມະນຸດ.

Eco ຄືການໃຊ້ຊີວິດພາຍໃຕ້ແນວຄວາມຄິດທີ່ວ່າມະນຸດເປັນພຽງສ່ວນໜຶ່ງຂອງໂລກໜ່ວຍນີ້, ຄຳນຶງເຖິງສະພາບອາກາດ, ປ່າໄມ້, ສັດປ່າ, ສິ່ງແວດລ້ອມ, ຫຼຸດຜ່ອນການສ້າງຂີ້ເຫຍື້ອ ແລະ ມົນລະພິດ.

ຄຳວ່າສິ່ງແວດລ້ອມ Environment ບໍ່ພຽງແຕ່ແປວ່າທຸກສິ່ງທຸກຢ່າງທີ່ຢູ່ອ້ອມໂຕເຮົາ, ແຕ່ຍັງລວມເຖິງເຮົາ”ມະນຸດ” ທີ່ເປັນສ່ວນໜຶ່ງຂອງສິ່ງແວດລ້ອມ

More from author

Related posts

Latest posts

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ມະຫາເສດຖີຍິງຊາວຫວຽດນາມ ຕັ້ງເປົ້າໝາຍການບິນສູ່ສະຫະລັດ ແລະ ການລົງທະບຽນຕະຫຼາດຫຼັກຊັບ Wall Street

Vietjet, ສາຍການບິນທີ່ເຕີບໃຫຍ່ໄວທີ່ສຸດແຫ່ງໜຶ່ງຂອງອາຊີ, ກຳລັງເດີນທາງສູ່ສະຫະລັດ, ໂດຍມີແຜນການທີ່ຈະເປີດຖ້ຽວບິນໂດຍກົງ ແລະ ພິຈາລະນາການລົງທະບຽນໃນຕະຫຼາດຫຼັກຊັບ Wall Street. ຄວາມມຸ່ງມາດປາດຖະໜານີ້ ໄດ້ຖືກເນັ້ນໜັກໃນລະຫວ່າງການໄປຢ້ຽມຢາມຕະຫຼາດຫຼັກຊັບ New York (NYSE) ທີ່ຜ່ານມາ ໂດຍປະທານບໍລິສັດ Vietjet ທ່ານ Nguyen Thi Phuong Thao, ເຊິ່ງໄດ້ຮັບການຕ້ອນຮັບຈາກປະທານບໍລິສັດ NYSE ທ່ານ Lynn Martin.