5 ເຕັກໂນໂລຊີ ທີ່ຈະປ່ຽນໂລກໃນປີ 2024

ປີ 2024 ແມ່ນເຕັມໄປດ້ວຍເຕັກໂນໂລຊີທີ່ທັນສະໄໝທີ່ຈະປ່ຽນວິທີການດຳລົງຊີວິດຂອງພວກເຮົາໄປເລີຍກໍສ່າໄດ້ ເພາະເຕັກໂນໂລຊີເຫຼົ່ານີ້ຈະສົ່ງຜົນກະທົບຕໍ່ການເຮັດວຽກ, ການສຶກສາ, ການສື່ສານ, ການຄ້າ, ແລະອື່ນໆ ເຊິ່ງຈະມີຫຍັງແນ່ໄປເບິ່ງນໍາກັນເລີຍ.

  1. Artificial Intelligence (AI)
    AI ເລີ່ມມີບົດບາດສໍາຄັນໃນທຸກໆດ້ານຂອງຊີວິດ, AI ຈະຖືກນໍາໃຊ້ເພື່ອພັດທະນາອັດຕະໂນມັດໃນວິເຄາະຂໍ້ມູນ, ຄາດຄະເນອະນາຄົດ, ການຊ່ວຍສ້າງສິ່ງຕ່າງໆ ແລະ ອື່ນໆອີກ ຕົວຢ່າງ:
  • ໂຮງງານອັດສະລິຍະທີ່ໃຊ້ AI ເພື່ອຄວບຄຸມການຜະລິດ.
  • ລົດທີ່ບໍ່ມີຄົນຂັບ
  • ລະບົບການແປພາສາແບບ Real Time
  • ສ້າງຮູບພາບ ແລະ ວີດີໂອ ຕາມຄຳສັ່ງ.

2. Internet of things (IoT)

IoT ຈະເຊື່ອມຕໍ່ອຸປະກອນຕ່າງໆຮ່ວມ​ກັນ​ໂດຍ​ຜ່ານ​ອິນ​ເຕີ​ເນັດ​ ອຸປະກອນເຫຼົ່ານີ້ຈະສາມາດສົ່ງ ແລະ ຮັບຂໍ້ມູນເຊິ່ງກັນແລະກັນ. ຊ່ວຍໃຫ້ພວກເຮົາຄວບຄຸມອຸປະກອນຕ່າງໆຈາກໄລຍະໄກ ແລະ ວິເຄາະຂໍ້ມູນເພື່ອພັດທະນາການບໍລິການຕ່າງໆ ຕົວຢ່າງ:

  • ເຮືອນອັດສະລິຍະທີ່ຄວບຄຸມອຸນຫະພູມ, ຄວາມສະຫວ່າງ, ແລະຄວາມປອດໄພຜ່ານອຸປະກອນ IoT.
  • ຕົວເມືອງອັດສະລິຍະທີ່ໃຊ້ IoT ຄຸ້ມຄອງການຈະລາຈອນ, ແສງສະຫວ່າງ ແລະການຄຸ້ມຄອງສິ່ງເສດເຫຼືອ.

3. ເຕັກໂນໂລຊີ Blockchain.

    ເຕັກໂນໂລຊີ Blockchain ຈະຖືກນໍາໃຊ້ເພື່ອພັດທະນາລະບົບທຸລະກໍາທີ່ປອດໄພ, ໂປ່ງໃສ, ແລະສາມາດກວດສອບໄດ້, ເຕັກໂນໂລຊີນີ້ຈະຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເພີ່ມປະສິດທິພາບການເຮັດວຽກ ຕົວຢ່າງ:

    • ລະບົບໂອນເງິນທີ່ໄວ, ປອດໄພ ແລະ ບໍ່ຕ້ອງການຕົວກາງ.
    • ລະບົບການຕິດຕາມຜະລິດຕະພັນຕະຫຼອດລະບົບຕ່ອງໂສ້ການສະໜອງ
    • ລະບົບການລົງຄະແນນສຽງ ຫຼື ການໂວດສິ່ງຕ່າງໆແບບດິຈິຕອນ.

    4. ລະບົບອິນເຕີເນັດ 5G.

    5G ຈະ​ເປັນ​ເຕັກໂນໂລຊີການ​ສື່​ສານ​ຕົ້ນ​ຕໍ​ຂອງ​ອະ​ນາ​ຄົດ, 5G ຈະ​ຊ່ວຍ​ເພີ່ມ​ຄວາມ​ໄວ​ ແລະ​ ຄວາມ​ໝັ້ນ​ຄົງ​ຂອງ​ອິນ​ເຕີ​ເນັດ ຈະຊ່ວຍໃຫ້ພວກເຮົານໍາໃຊ້ເຕັກໂນໂລຊີໃໝ່ໆໄດ້ຢ່າງມີປະສິດທິພາບ ຕົວຢ່າງ:

      • ການດາວໂຫຼດຮູບເງົາຄວາມລະອຽດສູງໃນວິນາທີ.
      • ການຜ່າຕັດທາງໄກໃນເວລາຈິງ.
      • ເທັກໂນໂລຍີ VR ແລະ AR ທີ່ແທ້ຈິງຫຼາຍຂຶ້ນ.

      5. ເຕັກໂນໂລຊີຊີວະພາບ.
      ເຕັກໂນໂລຊີຊີວະພາບຈະຖືກນໍາໃຊ້ເພື່ອພັດທະນາວັກຊີນໃໝ່, ຢາປົວພະຍາດ, ແລະການປິ່ນປົວພະຍາດ. ເຕັກໂນໂລຊີນີ້​ຈະ​ຊ່ວຍ​ໃຫ້​ອາ​ຍຸ​ຍືນ​ ແລະ​ ປັບ​ປຸງ​ຄຸນ​ນະ​ພາບ​ຂອງ​ຊີ​ວິດ​ຂອງ​ມະ​ນຸດ​ ຕົວຢ່າງ:

      • ຢາທີ່ປິ່ນປົວມະເຮັງໂດຍກົງ.
      • ວັກຊີນທີ່ປ້ອງກັນພະຍາດຕິດຕໍ່ຢ່າງມີປະສິດທິພາບ.
      • ເຕັກໂນໂລຊີ CRISPR ທີ່ແກ້ໄຂພັນທຸກໍາເພື່ອປິ່ນປົວພະຍາດທາງພັນທຸກໍາ.

      ເວົ້າຂໍ້ດີກັນໄປແລ້ວ ເຮົາວ່າເວົ້າເລື່ອງຂອງຂໍ້ເສຍກັນເລີຍ ສຳລັບເຕັກໂນໂລຊີເຫຼົ່ານີ້ເຖິງຈະ​ຊ່ວຍ​ພັດ​ທະ​ນາ​ເສດ​ຖະ​ກິດ, ສ້າງ​ວຽກ​ເຮັດ​ງານ​ທໍາ​ໃໝ່ ແລະ​ ເພີ່ມ​ປະ​ສິດ​ທິ​ພາບ​ການ​ເຮັດ​ວຽກ ແຕ່ເຕັກໂນໂລຊີກໍສາມາດນໍາໄປສູ່ການຫວ່າງງານ, ຄວາມບໍ່ສະເໝີພາບທາງສັງຄົມ ແລະ ບັນຫາດ້ານຈັນຍາບັນ ພວກເຮົາຈໍາເປັນຕ້ອງຄວບຄຸມເຕັກໂນໂລຊີເຫຼົ່ານີ້ ເພື່ອໃຫ້ເຕັກໂນໂລຊີສາມາດຖືກນໍາໃຊ້ໃນທາງທີ່ດີ ແລະ ມີປະສິດທິພາບ.

      More from author

      Related posts

      Latest posts

      ຊຳຊຸງ ເປີດຕົວ Galaxy Z Series ແລະ Galaxy Watch ຮຸ່ນໃໝ່ ທີ່ສຸດຂອງໜ້າຈໍພັບ, ກ້ອງລະດັບເຮືອທຸງ ແລະ ການເບິ່ງແຍງສຸຂະພາບອັດສະລິຍະດ້ວຍ AI

      ຊຳຊຸງ ສ້າງປາກົດການໃໝ່ໃຫ້ແກ່ວົງການເຕັກໂນໂລຊີອີກຄັ້ງ ດ້ວຍສະມາດໂຟນໜ້າຈໍພັບຂະໜາດໃໝ່ Galaxy Z Fold8, Galaxy Z Fold8 Ultra ແລະ Galaxy Z Flip8 ເພີ່ມປະສົບການການໃຊ້ງານໃຫ້ກວ້າງຂວາງຍິ່ງຂຶ້ນ ພ້ອມດ້ວຍ Galaxy Watch Ultra2 | Watch9 ຮຸ່ນໃໝ່ ສຸດຍອດນະວັດຕະກຳ ທີ່ປະສົມປະສານ...

      ປະຫວັດ “ບຸນເຂົ້າພັນສາ”

      ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

      ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

      ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.