ໝາກຈອງບານ! ປຸງແຕ່ງເປັນອາຫານກໍແຊບ ແຖມມີສັບພະຄຸນທາງຢາ

ໝາກຈາກບານ ຫຼື Malva Nut ເປັນໝາກໄມ້ປ່າທີ່ມັກເກີດຂຶ້ນຢູ່ທາງພາກໃຕ້ຂອງລາວ ໂດຍສະເພາະຢູ່ ແຂວງຈຳປາສັກ ແມ່ນຈະມີຫຼາຍ ຢູ່ບ້ານເຮົາເພິ່ນນິຍົມນຳໝາກຈອງບານມາປະກອບປຸງເປັນອາຫານ ແລະ ຂອງຫວານ ເຊິ່ງນອກຈາກຈະມີຣົດຊາດແຊບແລ້ວ ຍັງເປັນຢາດີທີ່ຊ່ວຍປິ່ນປົວຄົນເຮົາໄດ້ນຳອີກ.

ຕົ້ນໝາກຈອງບານ ເປັນຕົ້ນໄມ້ໃຫຍ່ ແລະ ຕັ້ງຊື່,  ສູງເຖິງ 45 ມ ແລະ ມີໜ້າຕ້າງພຽງເອີກ ປະມານ 80 ຊມ. ໃບຂອງມັນມີຂະ    ໜາດ ແລະ ຮູບຮ່າງຕ່າງກັນ, ມີຄວາມກວ້າງ 10-12 ຊັງຕີແມັດ ແລະ ຍາວ 15-25 ຊັງຕີແມັດ. ຊໍ່ດອກມີທັງດອກຜູ້ ແລະ ດອກແມ່ ເປັນຈຸ້ມມີຂຽວອ່ອນ ແລະ ສີແດງ ແລະ ມີຂົນກະຈາຍເລັກນ້ອຍ. ໝາກສົດເປັນສີນໍ້າຕານ ແລະ ໂອບດວ້ຍປີກທີ່ຍາວເຖິງ 20 ຊັງຕີແມັດ ແລະ ເປັນໝາກທີ່ແຕກ, ແກ່ນ ເປັນຮູບກົມສ້ວຍສອງສົ້ນ ສີນໍ້າຕານ ເມື່ອແຊ່ນ້ຳຈະບານອອກ.

ເມື່ອເອົາແກ່ນຂອງໝາກຈອງໄປແຊ່ນໍ້າ, ຈະບານຟູຕົວອອກ ແລະ ສາມາດໃຊ້ເປັນຢາປົວອາການຖອກທ້ອງ, ເຈັບຄໍ, ໄອ, ອອກຮ້ອນ ແລະ ປັດສະວະບໍ່ສະດວກ. ປະລິມານທີ່ໃຊ້ຕໍ່ມື້ ແມ່ນປະມານ 4-5 ແກ່ນ ແຊ່ໃສ່ນໍ້າ 1 ລິດ ແລະ ໃສ່ນໍ້າຕານປະສົມຕື່ມ. ຢູ່ໃນປະເທດສິງກະໂປ ເພີ່ນໃຊ້ເຮັດເປັນຂອງຫວານ ຊື່ ເຈັງເຕັງ.

ຢູ່ປະເທດລາວ ແມ່ນນິຍົມມາເຮັດເປັນອາຫານ ໂດຍສະເພາະແມ່ນ “ລາບໝາກຈອງ” ເຊິ່ງເປັນອາຫານຍອດນິຍົມ ປັດຈຸບັນ ແກ່ນໝາກຈອງ ເປັນທີ່ຕ້ອງການຂອງຕະຫຼາດຫຼາຍ ຈຶ່ງເຮັດໃຫ້ລາຄາຂ້ອນຂ້າງສູງ.

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.