Friday, November 14, 2025
Kbank Laos โอน รับ จ่าย

ບັນຍາກາດໃນລະດູຮ້ອນກຳລັງຄືກຄື້ນເມື່ອ Vietjet ເລີ່ມຕົ້ນລະດູການແຫ່ງການສະເຫຼີມສະຫຼອງ

*ລາຄາໂປຣໂມຊັນພຽງແຕ່ 0 ໂດລາ ສໍາລັບຖ້ຽວບິນນະຄອນຫຼວງວຽງຈັນ-ນະຄອນຫຼວງໂຮ່ຈິມິນ ແລະ ເສັ້ນທາງອື່ນໆ

(ນະຄອນຫຼວງວຽງຈັນ, ວັນທີ 15 ພຶດສະພາ 2024) – ກຽມຕົວໃຫ້ພ້ອມກັບການພະຈົນໄພໃນລະດູຮ້ອນທີ່ໜ້າຕື່ນເຕັ້ນໄປກັບ Vietjet! ກັບໂປຣໂມຊັນສຸດພິເສດຫຼາກຫຼາຍ, ບໍ່ວ່າຈະເປັນປີ້ຫຼຸດລາຄາ ໄປຈົນເຖິງການແຈກຂອງລາງວັນພິເສດໃນທຸກໆມື້. ບິນເຖິງຈຸດໝາຍປາຍທາງທີ່ທ່ານຕອ້ງການ ດ້ວຍລາຄາປະຢັດ ແລະ ຍັງມີໂອກາດລຸ້ນໂຊກໃຫຍ່ກັບ Vietjet ນໍາອີກ.

“ບິນທຸກມື້, ຮັບໂຊກທຸກມື້” ກັບ Vietjet!

ສະມາຊິກ Vietjet ແລະ Vietjet SkyJoy, ທີ່ຈອງຖ້ຽວບິນລະຫວ່າງວັນທີ 10 ພຶດສະພາ 2024 ຫາ ວັນທີ 07 ສິງຫາ 2024, ຈະໄດ້ລຸ້ນຮັບຂອງລາງວັນທັນທີ. ຂອງລາງວັນປະຈໍາມື້ ແລະ ລາງວັນປະຈໍາເດືອນມີມູນຄ່າເຖິງ 6 ຕື້ດົ້ງ (235.000 ໂດລາ). Vietjet eVouchers ຫຼື Gold Sky+ + loyalty upgrade packages, ພ້ອມກັບຂອງລາງວັນຫຼາຍກວ່າ 250 ຍີ່ຫໍ້ ທີ່ກໍາລັງຖ້າທ່ານຢູ່ (ຕາມຂໍ້ກໍານົດ ແລະ ເງື່ອນໄຂ).

ປີ້ຍົນຊັ້ນປະຢັດພຽງແຕ່ 0 ໂດລາ

ຈາກມື້ນີ້ເຖິງວັນທີ 16 ພຶດສະພາ 2024, ທ່ານສາມາດຈອງປີ້ຊັ້ນປະຢັດເລີ່ມຕົ້ນພຽງແຕ່ 0 ໂດລາ (ບໍ່ລວມພາສີ ແລະ ຄ່າທຳນຽມ)! ທີ່ www.vietjetair.com ຫຼື ແອັບມືຖື Vietjet Air, ນຳໃຊ້ໄດ້ກັບທຸກຖ້ຽວບິນພາຍໃນ ແລະ ຕ່າງປະເທດ ໂດຍມີການກຳນົດການເດີນທາງແຕ່ວັນທີ 01 ກັນຍາ ຫາ 31 ທັນວາ 2024 (ບໍ່ລວມມື້ພັກ).

ໂປຣໂມຊັນສຳລັບປີ້ຊັ້ນທຸລະກິດ

ຜູ້ໂດຍສານປີ້ຊັ້ນທຸລະກິດຂອງ Vietjet ຈະໄດ້ຮັບສ່ວນຫຼຸດເຖິງ 50% ໃນຖ້ຽວບິນກົງລະຫວ່າງຫວຽດນາມ ແລະ ອົດສະຕາລີ ຫຼື ອິນເດຍ, ໂດຍໃຊ້ລະຫັດ BUSUMMER50. ໃນຂະນະທີ່ລະຫັດ BUSUMMER30 ສາມາດໃຊ້ສໍາລັບສ່ວນຫຼຸດ 30% ສໍາລັບປີ້ຊັ້ນທຸລະກິດໃນເສັ້ນທາງພາຍໃນ ແລະ ຕ່າງປະເທດອື່ນໆ. ທ່ານສາມາດຊື້ໄດ້ໃນທຸກຊ່ອງທາງການຂາຍຂອງ Vietjet ທົ່ວໂລກ ໃນຖ້ຽວບິນລະຫວ່າງວັນທີ 01 ມິຖຸນາ ຫາ 30 ມິຖຸນາ 2024.

ດ້ວຍ 168 ເສັ້ນທາງພາຍໃນ ແລະ ຕ່າງປະເທດ, Vietjet ເຮັດໃຫ້ການທ່ອງທ່ຽວໂລກເປັນເລື່ອງທີ່ງ່າຍ ແລະ ສາມາດຈັບຕ້ອງໄດ້. ເດີນ​ທາງ​ໃນລາຄາທີ່ປະ​ຢັດ​​​ກັບ​ຄອບ​ຄົວ ​ແລະ ​ໝູ່ເພື່ອນ​ທີ່ທ່ານຮັກ​. ທ່ຽວອົດສະຕາລີ (Sydney, Melbourne, Brisbane, Perth, Adelaide), ອິນເດຍ (Mumbai, New Delhi, Ahmedabad, Kochi), China (Shanghai, Chengdu, Xi’an), ຢີ່ປຸ່ນ (Tokyo, Osaka, Hiroshima, Nagoya, Fukuoka) ພ້ອມກັບເມືອງທ່ອງທ່ຽວທີ່ມີຊື່ສຽງ ແລະ ເພີດເພີນກັບເທດສະການລະດູຮ້ອນທີ່ໜ້າຕື່ນເຕັ້ນ, ການສະແດງວັດທະນະທໍາ. ໄລຍະທາງຈາກສະຖານທີ່ດັ່ງກ່າວຈະບໍ່ແມ່ນບັນຫາອີກຕໍ່ໄປ ນັບຕັ້ງແຕ່ການຂະຫຍາຍເສັ້ນທາງການບິນໃໝ່ໃນປີນີ້ ທີ່ເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ເຊັ່ນ: ວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ໃຊ້ເວລາພຽງ 1 ຊົ່ວໂມງ 45 ນາທີ. ເຊິ່ງຈະເປັນການສະໜອງທາງເລືອກໃຫ້ນັກທ່ອງທ່ຽວຈາກປະເທດລາວໄດ້ສຳຜັດກັບສະຖານທີ່ເຫຼົ່ານັ້ນຜ່ານສາຍການບິນຂອງ Vietjet.

ເລີ່ມຕົ້ນການເດີນທາງທີ່ສ້າງແຮງບັນດານໃຈໃຫ້ທ່ານໃນມື້ນີ້ກັບ Vietjet ໃນເຮືອບິນທີ່ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ, ພ້ອມດ້ວຍພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ. ສາຍການບິນ Vietjet ມີອາຫານທີ່ແຊບບໍ່ວ່າຈະເປັນອາຫານຫວຽດນາມ, ລວມທັງອາຫານພິເສດເຊັ່ນ: ເຝີ ແລະ ເຂົ້າຈີ່ປາເຕ້. ຜູ້​ໂດຍ​ສານ​ຍັງ​ສາ​ມາດເພີດເພີນ​ກັບ​​ລາຍການດ້ານວັດ​ທະ​ນະ​ທໍາ ​ແລະ ​ສິນລະ​ປະ​ຕ່າງໆ​ ຢູ່ທີ່ລະດັບຄວາມ​ສູງ 10,000 ແມັດ​ໃນ​ໂອ​ກາດ​ພິ​ເສດນີ້ອີກດ້ວຍ.

ຂໍ້ມູນເພີ່ມເຕີມໄດ້ທີ່ www.vietjetair.com:

ສຳລັບຜູ້ປະສານງານດ້ານສື່ຂ່າວຕິດຕໍ່:

Bigblue Agency Laos

ໂທ: +85620 78911848 (Lath)

ຫຼື

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

ໂທ: +84 932 775 066

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.