ປະໂຫຍດຈາກ “ຜັກຂະ” ຜັກພື້ນບ້ານຂອງລາວ

ຜັກຂະ ຫຼື ຜັກເນົ່າ ເປັນຜັກພື້ນບ້ານຂອງລາວ ປະຊາຊົນຊາວລາວນິຍົມປູກໄວ້ຕາມແຄມຮົ້ວເຮືອນຂອງຕົນເອງ ໂດຍຄຸນລັກສະນະເດັ່ນຂອງ “ຜັກຂະ” ກໍຄື ເປັນພືດຕະກູນຖົ່ວທີ່ມີໜາມແຫຼມຄົມຕາມກິ່ງກ້ານ, ມີກິ່ນຮຸນແຮງ ບາງທ້ອງຖິ່ນເອີ້ນ ຜັກຂະຕາມກິ່ນວ່າ “ຜັກເນົ່າ”.

ເຖິງວ່າ “ຜັກຂະ” ຈະມີກິ່ນແຮງ ແຕ່ກໍແຝງດ້ວຍຄຸນປະໂຫຍດຫຼາຍຢ່າງຕໍ່ຮ່າງກາຍ ດັ່ງນີ້:

  • ເຮັດໜ້າທີ່ເປັນດ່ານປ້ອງກັນມະເຮັງໃຫ້ກັບຮ່າງກາຍ ເພາະເປັນໂຕຈັບສານກໍ່ມະເຮັງ ເພື່ອໃຫ້ຮ່າງກາຍລຳລຽງຖິ້ມໄປໃນທີ່ສຸດ.
  • ຈຳນວນເບຕ້າແຄໂຣທີນໃນຍອດສີຂຽວເຂັ້ມ ຊ່ວຍປ້ອງກັນໂລກຫົວໃຈຂາດເລືອດໄດ້.
  • ຍອດ ແລະ ໃບ ມີລົດຈືດ ກິ່ນແຮງ ຊ່ວຍຫລຸດຄວາມຮ້ອນຂອງຮ່າງກາຍ.
  • ຮາກຂອງຜັກຂະຊ່ວຍແກ້ອາການທ້ອງຍື່ງ, ຂັບລົມໃນລຳໄສ້ ແກ້ອາການປວດໃນທ້ອງໄດ້ດີ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...