Saturday, November 8, 2025
Kbank Laos โอน รับ จ่าย

ເປີດແລ້ວ….ຮ້ານເຊເວັ່ນ ອີເລຟເວັ່ນສາຂາ PTTLAO XENO ສະຫວັນນະເຂດ


ສາຂາທໍາອິດໃນສະຖານທີ່ບໍລິການປໍ້ານໍ້າມັນ PTT ສປປ ລາວ
ເຊື່ອມຕໍ່ເສດຖະກິດ-ກະຕຸ້ນການທ່ອງທ່ຽວ.

 ໃນວັນທີ 07 ສິງຫາ ທີ່ຜ່ານມາ  ທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ ເຊເວັ່ນ ອີເລຟເວັ່ນ ສາຂາ PTTLAO XENO ຢ່າງເປັນທາງການ ຖືເປັນຮ້ານສາຂາທໍາອິດທີ່ຕັ້ງຢູ່ໃນສະຖານທີ່ບໍລິການນໍ້າມັນ ແລະ ເປັນຮ້ານສາຂາທີ 7 ໃນ ສປປ.ລາວ ຕັ້ງຢູ່ພາຍໃນ PTT station ຈະເລີນໄຊ 2 ບ້ານໄຊອຸດົມ ເມືອງອຸທຸມພອນ ແຂວງສະຫວັນນະເຂດ.

       ໂດຍຮ້ານສາຂາ PTTLAO XENO ບໍລິຫານໂດຍຜູ້ຮ່ວມທຸລະກິດ ເຊເວັ່ນ ອີເລຟເວັ່ນ ຂອງລາວ ເຊິ່ງເປັນໄປຕາມນະໂຍບາຍຂອງບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມ ຊີພີ ອໍລ໌  ທີ່ຕ້ອງການສົ່ງມອບໂອກາດ ແລະ ຄວາມຮູ້ໃນການບໍລິຫານຈັດການທຸລະກິດຂາຍຍ່ອຍສະໄໝໃໝ່ເພື່ອສ້າງຄຸນຄ່າ, ຜົນປະໂຫຍດໃຫ້ແກ່ ສປປ.ລາວ ຕາມຄ່ານິຍົມ 3 ປະໂຫຍດຂອງເຄືອຈະເລີນໂພກກະພັນ.

ສໍາລັບຈຸດແຂງຂອງພື້ນທີ່ນີ້ຖືວ່າເປັນໜຶ່ງໃນເສັ້ນທາງຄົມມະນາຄົມຂົນສົ່ງຫຼັກເສັ້ນທາງໜຶ່ງທັງຂອງນັກທຸລະກິດ ແລະ ນັກທ່ອງທ່ຽວ, ສາມາດເຊື່ອມຕໍ່ໄປຫາປະເທດຫວຽດນາມ ລວມທັງລົງໄປສູ່ສູນກາງເສດຖະກິດທາງພາກໃຕ້ຂອງ ສປປ.ລາວ ທີ່ແຂວງຈໍາປາສັກໄດ້ ການເປີດບໍລິການຮ້ານ ເຊເວັ່ນ ອີເລຟເວັ່ນ ຈະເຮັດໃຫ້ສະຖານທີ່ບໍລິການນໍ້າມັນແຫ່ງນີ້ໃຫ້ກາຍເປັນຈຸດບໍລິການຈຸດດຽວທັງໝົດ (One Stop Service) ໃຫ້ການເບິ່ງແຍງດູແລອໍານວຍຄວາມສະດວກທັງຄົນ ແລະ ຍານພາຫະນະ ເຮັດໃຫ້ເກີດຄວາມຄຶກຄື້ນໃນພື້ນທີ່ ແລະ ຈະນໍາເອົາຜົນປະໂຫຍດໃຫ້ກັບຊຸມຊົນໃນບໍລິເວນອ້ອມຂ້າງ ໂດຍສະເພາະການສົ່ງເສີມພາກການທ່ອງທ່ຽວໃນປີທ່ອງທ່ຽວລາວ. (Visit Lao Year) ຕາມນະໂຍບາຍຂອງພາກລັດ.

 ທ່ານ ໂອໃດ ເສນສອນ ຜູ້ຮ່ວມທຸລະກິດ ເຊເວັ່ນ ອີເລຟເວັ່ນ ຜູ້ບໍລິຫານຮ້ານ ສາຂາ PTTLAO XENO ໄດ້ກ່າວວ່າ ເຊເວັ່ນ ອີເລຟເວັ່ນ ເປັນຮ້ານສະດວກຊື້ ເປັນທີ່ຍອດນິຍົມໃນທົ່ວໂລກ, ນັກເດີນທາງ, ນັກທ່ອງທ່ຽວທີ່ເຄີຍມາໃຊ້ບໍລິການ ໃນປະເທດໄທ ລ້ວນແລ້ວແຕ່ມີຄວາມປະທັບໃຈໃນຄຸນນະພາບຂອງສິນຄ້າ ແລະ ການບໍລິການ. ເມື່ອ ຊີພີ ອໍລ໌ ເຂົ້າມາດຳເນີນທຸລະກິດຮ້ານ ເຊເວັ່ນ ອີເລຟເວັ່ນ ໃນ ສປປ.ລາວ ກໍໄດ້ຮັບການຕອບຮັບເປັນຢ່າງດີຕັ້ງແຕ່ສາຂາທຳອິດ ຈຶ່ງໄດ້ຮັບຄວາມເຊື່ອໝັ້ນ. ໃນຂະນະດຽວກັນກໍໄດ້ຮັບການສະໜັບສະໜູນຈາກ ຊີພີ ອໍລ໌ ລາວ ໃນການຖ່າຍທອດບັນດາອົງຄວາມຮູ້ດ້ານເຕັກໂນໂລຊີ ເຊັ່ນດຽວກັນກັບ PTT LAO ເພື່ອເຮັດໃຫ້ການດໍາເນີນງານຄັ້ງນີ້ ປະສົບຜົນສໍາເລັດ ແລະ ເຊື່ອວ່າຈະເປັນພາບລັກທີ່ດີຂອງ ສປປ.ລາວ ໃນການສົ່ງເສີມຄວາມເຂັ້ມແຂງທາງດ້ານເສດຖະກິດຕໍ່ໄປ

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.