Sunday, April 20, 2025

ເປີດແລ້ວ… ເຊເວັ່ນ ອີເລຟເວັ່ນ ສາຂາວັງວຽງ ຊິຕີ້ (VANGVIENG CITY)

ຮ່ວມສ້າງເສດຖະກິດໃນທ້ອງຖິ່ນ ດຶງດູດນັກທອ່ງທ່ຽວ ຮອງຮັບນະໂຍບາຍປີທ່ອງທ່ຽວລາວ 2024.

ເມື່ອວັນທີ 10 ກັນຍາ 2024 ທ່ານ ປະລິນຍາເອກ ສີວຽງໄຊ ອໍລະບູນ, ຫົວໜ້າຫ້ອງວ່າການປົກຄອງແຂວງວຽງຈັນ ໄດ້ເປັນປະທານໃນພິທີເປີດເຊເວັ່ນ ອີເລຟເວັ່ນ ສາຂາ ວັງວຽງ ຊິຕີ້ (VANGVIENG CITY) ຢ່າງເປັນທາງການ ເຊິ່ງຕັ້ງຢູ່ທີ່ ບ້ານສະຫວ່າງ ເມືອງວັງວຽງ ແຂວງວຽງຈັນ ຖືເປັນຮ້ານສາຂາທີ 08 ໃນ ສປປ ລາວ ແລະ ເປັນອີກໜຶ່ງຮ້ານຕ່າງແຂວງສາຂາໃໝ່.

ກ່ອນໜ້ານີ້, ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມ ຊີພີ ອໍລ໌ ໄດ້ເປີດດໍາເນີນການ ຮ້ານເຊເວັ່ນ ອີເລຟເວັ່ນ ມາແລ້ວທັງໃນນະຄອນຫຼວງວຽງຈັນ, ແຂວງຈໍາປາສັກ ແລະ ແຂວງສະຫວັນນະເຂດ ທີ່ສໍາຄັັນຍັງເປັນຮ້ານທີ່ບໍລິຫານໂດຍຜູ້ຮ່ວມທຸລະກິດຊາວລາວ ຕາມແນວທາງຂອງບໍລິສັດທີ່ຕ້ອງການໃຫ້ເຊເວັ່ນ ອີເລຟເວັ່ນ ໃນ ສປປ ລາວ ເປັນຂອງຄົນລາວ ເພື່ອຄວາມພາກພູມໃຈຂອງ ສປປ ລາວ ຢ່າງແທ້ຈິງ.

ທ່ານນາງ ທຸງໄກສອນ ຄຳມັງ, ຜູ້ບໍລິຫານທຸລະກິດເຊເວັ່ນ ອີເລຟເວັ່ນ ສາຂາ ວັງວຽງ ຊິຕີ້ ໄດ້ກ່າວວ່າ: ເຊເວັ່ນ ອີເລຟເວັ່ນ ເປັນຮ້ານສະດວກຊື້ ເຊິ່ງເປັັນທີ່ນິຍົມ ໂດຍຄົນລາວມັກຈະເດີນທາງໄປຈັບຈ່າຍຊື້ເຄື່ອງໃນຊ່ວງມື້ພັກຂອງທ້າຍອາທິດ ທັງໃນ ໜອງຄາຍ ແລະ ອຸດອນທານີ ສະແດງໃຫ້ເຫັນວ່າຜູ້ບໍລິໂພກຊາວລາວ ມັກຊົມໃຊ້ສິນຄ້າໃນເຊເວັ່ນ ອີເລຟເວັ່ນ ແລະ ທຸລະກິດກໍເຕີບໃຫຍ່ໄດ້ດີໃນປະເທດໄທ ເປັນສ່ວນໜຶ່ງຂອງພາກການທອ່ງທ່ຽວ ສອດຄ່ອງກັບພື້ນທີ່ວັງວຽງທີ່ເປັັນຈຸດໝາຍປາຍທາງທີ່ສໍາຄັນ ໃນພາກການທ່ອງທ່ຽວຂອງ ສປປ ລາວ ເຊັ່ນກັນ.

ການທີ່ມີຮ້ານເຊເວັ່ນ ອີເລຟເວັ່ນ ມາເປີດບໍລິການ ນອກຈາກຈະຊ່ວຍອໍານວຍຄວາມສະດວກໃຫ້ຜູ້ທີ່ເດີນທາງມາທ່ອງທ່ຽວໃນ ສປປ ລາວ ແລ້ວ ຍັງເປັນອີກໜຶ່ງທາງເລືອກໃຫ້ຄົນລາວໄດ້ເຂົ້າເຖິງສິນຄ້າ ແລະ ບໍລິການ ທີ່ມີຄຸນນະພາບ.

ໃນຂະນະດຽວກັນ ຍັງເປັນການສ້າງວຽກເຮັດງານທຳໃຫ້ຄົນພາຍໃນທ້ອງຖິ່ນ ບໍ່ຕ້ອງອອກໄປເຮັດວຽກຕ່າງແຂວງ ຫຼື ຕ່າງປະເທດ ແລະ ຍັງມີໂອກາດໄດ້ພັດທະນາຕົນເອງ ມີຄວາມຮູ້ ຝຶກທັກສະ ໃນດ້ານວຽກບໍລິການ ເພາະ ຊີພີ ອໍລ໌ ລາວ ຊ່ວຍໃນເລື່ອງການຝຶກອົບຮົມພະນັກງານໃຫ້ເປັນໄປຕາມມາດຕະຖານ ຈະເປັນຈຸດແຂງໃນພາກການທ່ອງທ່ຽວ ແລະ ບໍລິການ ໃນປີທ່ອງທ່ຽວລາວ (Visit Laos Year 2024) ຕາມນະໂຍບາຍຂອງພາກລັດ ທີ່ຕ້ອງການໃຫ້ພາກການທອ່ງທ່ຽວ ມາຊ່ວຍກະຕຸ້ນເສດຖະກິດ ໂດຍຈໍານວນນັກທ່ອງທ່ຽວທີ່ເດີນທາງເຂົ້າມາໃນ ສປປ.ລາວ ເພີ່ມຂຶ້ນຢ່າງເຫັນໄດ້ແທ້ຈິງ ຕັ້ງແຕ່ຜ່ານພົ້ນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ວັງວຽງບໍ່ພຽງແຕ່ມີຈຸດແຂງດ້ານສະຖານທີ່ທ່ອງທ່ຽວທໍາມະຊາດ ແລະ ປະຫວັດສາດ ແຕ່ຍັງຢູ່ໃນເສັ້ນທາງຂອງລົດໄຟລາວ-ຈີນ ເຊິ່ງເຮັດໃຫ້ການຄົມມະນາຄົມຂົນສົ່ງມີຄວາມສະດວກສະບາຍອີກດວ້ຍ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.