VietJet ສະເໜີໂປຣໂມຊັ່ນສຸດປະຢັດຕອ້ນຮັບລະດູໃບໄມ້ຫຼົ່ນທີ່ບໍ່ເຄີຍມີມາກ່ອນ

* ໂປຣໂມຊັນຄ່າໂດຍສານ ແລະ ສ່ວນຫຼຸດລາຄາປີ້ຊັ້ນນຳໃນທຸກສາຍເສັ້ນທາງ.

(ນະຄອນຫຼວງວຽງຈັນ ວັນທີ 13 ກັນຍາ 2024) VietJet ເປີດຕົວແຄມເປນລະດູໃບໄມ້ປົ່ງໃໝ່, ສະເໜີໃຫ້ນັກທ່ອງທ່ຽວຊາວລາວ ມີໂອກາດປະຢັດຫຼາຍໃນຖ້ຽວບິນຫຼາຍຂຶ້ນ ກຽມພ້ອມທີ່ຈະເຂົ້າສູ່ການພະຈົນໄພຄັ້ງຕໍ່ໄປຂອງທ່ານດ້ວຍປີ້ Eco-class ສອງລ້ານປີ້ເລີ່ມຕົ້ນພຽງແຕ່ 0LAK ພ້ອມກັບສ່ວນຫຼຸດສູງສຸດ 30% ສໍາລັບປີ້ຊັ້ນທຸລະກິດ ແລະ Sky Boss.

ໂປຣໂມຊັນປະຈຳວັນຕັ້ງແຕ່ມື້ນີ້ຫາວັນທີ 16 ກັນຍາ 2024 ລະຫວ່າງ 12:00 ຫາ 14:00 ໂມງ (UTC+7), ໂດຍລະຫວ່າງນີ້ ຜູ້ມັກເດີນທາງສາມາດຈັບຈອງປີ້ Eco-class ໃນລາຄາຕໍ່າສຸດ 0LAK (ບໍ່ລວມພາສີ ແລະ ຄ່າທຳນຽມ, ມີຈຳນວນຈຳກັດ). ຂໍ້ສະເໜີນີ້ສາມາດໃຊ້ໄດ້ກັບທຸກບໍລິການພາຍໃນປະເທດຫວຽດນາມ ແລະ ເສັ້ນທາງຕ່າງປະເທດ ໄລຍະເວລາສົ່ງເສີມການທ່ອງທ່ຽວແມ່ນຕັ້ງແຕ່ວັນທີ 01 ຕຸລາ 2024 ຫາ ວັນທີ 22 ພຶດສະພາ 2025 (ເປັນໄປຕາມຂໍ້ກຳນົດ ແລະ ເງື່ອນໄຂ).

ສຳລັບຜູ້ທີ່ຊອກຫາປະສົບການການເດີນທາງແບບເໜືອຊັ້ນ, VietJet ຍັງໃຫ້ສ່ວນຫຼຸດສູງສຸດ 30% ສຳລັບປີ້ຊັ້ນທຸລະກິດ ແລະ Sky Boss (ບໍ່ລວມພາສີ ແລະ ຄ່າທຳນຽມ, ມີຈຳນວນຈຳກັດ) ຈົນຮອດວັນທີ 16 ກັນຍາ 2024. ໂປຣໂມຊັນນີ້ໃຊ້ໄດ້ກັບຖ້ຽວບິນຕັ້ງແຕ່ວັນທີ 01 ຕຸລາ ຫາ ວັນທີ 30 ພະຈິກ 2024, ໃຫ້ນັກທ່ອງທ່ຽວໄດ້ຮັບສິດທິປະໂຫຍດພິເສດໃນລາຄາທີ່ຖືກລົງ. ດ້ວຍການບໍລິການ “Wings for Leader” ຜູ້ໂດຍສານສາມາດສຳຜັດປະສົບການພິເສດເຊັ່ນ: ການເຊັກອິນກ່ອນໃຜ, ສິດການໃຊ້ຫ້ອງຮັບແຂກສ່ວນຕົວ ແລະ ຮັບປະທານອາຫານສົດໆແບບບໍ່ຈຳກັດ. ນອກຈາກນັ້ນ, ໃນລະຫວ່າງວັນທີ 10 ກັນຍາ ຫາ 30 ພະຈິກ 2024, ສະມາຊິກ Sky Joy ສາມາດໄດ້ຮັບຄະແນນສູງເຖິງ 1,000 Sky Points ສໍາລັບທຸກໆທຸລະກໍາມູນຄ່າ 1,000,000 ດົ້ງ (ປະມານ 900,000 ກີບ) (ຕາມເງື່ອນໄຂ), ສາມາດແລກເອົາຂອງຂວັນຈາກຫຼາຍກວ່າ 250 ແບຣນ!

VietJet ສະເໜີຖ້ຽວບິນໄປ-ກັບ 4 ຖ້ຽວຕໍ່ອາທິດໃນເສັ້ນທາງ ນະຄອນຫຼວງວຽງຈັນ-ນະຄອນຫຼວງໂຮ່ຈີມິນ ໃຫ້ຊາວລາວໄປສຳຫຼວດນະຄອນໃຫຍ່ທີ່ສຸດຂອງຫວຽດນາມ ແລະ ຍັງສາມາດເດີນທາງໄປຍັງຈຸດໝາຍປາຍທາງອື່ນໆໃນທົ່ວພາກພື້ນອາຊີ-ປາຊີຟິກ ຜ່ານການເຊື່ອມຕໍ່ຂອງ VietJet ບໍ່ວ່າທ່ານກໍາລັງວາງແຜນການໄປທ່ຽວໃນລະດູໃບໄມ້ປົ່ງ ຫຼື ການພະຈົນໄພໃນອະນາຄົດ ນີ້ແມ່ນໂອກາດຂອງທ່ານທີ່ຈະເຮັດໃຫ້ມັນເກີດຂຶ້ນ! ສາມາດຈອງປີ້ໄດ້ທີ່ www.vietjetair.com ຫຼື ຜ່ານແອັບ VietJet Air.

ຢ່າພາດຂໍ້ສະເໜີສຸດພິເສດເຫຼົ່ານີ້! ສຳຜັດກັບບັນຍາກາດດີໆທີ່ມີຊີວິດຊີວາ ພຽງແຕ່ເດີນທາງກັບ VietJet ເຊິ່ງທ່ານຈະບິນທີ່ເຮືອບິນທີ່ທັນສະໄໝ, ເພີດເພີນກັບການບໍລິການແບບມືອາຊີບ, ອາຫານທີ່ເປັນມິດກັບສິ່ງແວດລ້ອມ ແລະ ກິດຈະກໍາວັດທະນະທໍາໃນຄວາມສູງ 10,000 ແມັດ.

More from author

Related posts

Latest posts

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.