Friday, April 18, 2025

ເບິ່ງແຍງສາຍຕາງ່າຍໆ ເຮັດໄດ້ດ້ວຍຕົນເອງ

ເມື່ອກ່ອນຄົນທີ່ມີບັນຫາເລື່ອງສາຍຕາສ່ວນຫຼາຍກໍຈະເປັນກຸ່ມຄົນທີ່ສູງອາຍຸ ເພາະໃຊ້ສາຍຕາມາເປັນເວລາດົນນານ ອາດຈະມີອາການເຊື່ອມສະພາບຕາມການເວລາໄດ້.

ແຕ່ປັດຈຸບັນບໍ່ສະເພາະແຕ່ຜູ້ສູງໄວ ມັນເກີດຂຶ້ນກັບທຸກກຸ່ມອາຍຸ ບໍ່ວ່າຈະເປັນເດັກນ້ອຍ, ໄວໜຸ່ມ ລ້ວນແລ້ວແຕ່ປະສົບບັນຫາເລື່ອງສາຍຕາ ບາງຄົນກໍມີອາການສາຍຕາສັ້ນ, ສາຍຕາຍາວ, ສາຍຕາອຽງ, ປະສາດຕາເມື່ອຍລ້າ, ຕາແດງ, ຕາເປັນຕໍ້, ຈໍປະສາດຕາເຊື່ອມ ເຫຼົ່ານີ້ເປັນຕົ້ນ.

ປັດຈຸບັນ ອິນເຕີເນັດ ໂທລະສັບມືຖື ເຂົ້າມາມີອິດທິພົນຫຼາຍໃນການໃຊ້ຊີວິດໂດຍທີ່ບໍ່ສາມາດຫຼີກລ້ຽງໄດ້ ເຊິ່ງການທີ່ເຮົາຈັບຈ້ອງເບິ່ງຄອມພິວເຕີ ຫຼື ໂທລະສັບເປັນເວລາດົນນານກໍມັກຈະເຮັດໃຫ້ເຈັບປວດເບົາຕາ, ລະຄາຍເຄື່ອງ ແລະ ສົ່ງຜົນຕໍ່ການເສຍສາຍຕາໃນໄລຍະຍາວໄດ້.

ສະນັ້ນ, ເຮົາຕ້ອງໝັ່ນເອົາໃຈໃສ່ເບິ່ງແຍງຮັກສາ ແລະ ກິນອາຫານ ພ້ອມວິຕາມິນທີ່ເໝາະສົມເພື່ອບຳລຸງສາຍຕາໃຫ້ດີ. ການເບິ່ງແຍງຮັກສາສາຍຕາຂອງເຮົາກໍເຮັດໄດ້ຫຼາຍວິທີ ເລີ່ມຈາກຮັກສາພາຍນອກ ແລະ ພາຍໃນ ເຊັ່ນ:

  • ການໃສ່ແວ່ນກັນແດດ: ຕ້ອງເປັນແວ່ນກັນແດດທີ່ສາມາດກັນແສງໄດ້ດີທັງແສງ ຢູວີເອ ແລະ ຢູວີບີ.
  • ຫຼີກຫຼ່ຽງການສູບຢາ: ເພາະການສູບຢາຈະສົ່ງຜົນໃຫ້ໂລກຮ້າຍຕ່າງໆກ່ຽວກັບດວງຕາເປັນໜັກໄດ້ເຊັ່ນ: ຈໍປະສາດຕາເຊື່ອມ
  • ພັກສາຍຕາ: ທຸກເທື່ອທີ່ຕ້ອງໄດ້ໂຟກັສ ຫຼື ເບິ່ງສິ່ງໃດເປັນເວລາດົນ ຕ້ອງພະຍາຍາມຫາຊ່ວງພັກສາຍຕາ ບໍ່ຈຶ້ງຢູ່ກັບສິ່ງນັ້ນຫຼາຍເກີນໄປບໍ່ວ່າຈະເປັນ ການເບິ່ງໜ້າຈໍໂທລະສັບ, ຄອມພິວເຕີ, ການຍິບເສື້ອຜ້າ ຫຼື ການອ່ານໜັງສືກໍຕາມ ເພາະຈະເຮັດໃຫ້ຕາລະຄາຍເຄື່ອງ, ເມື່ອຍລ້າໄດ້ ອາດຈະພັກສາຍຕາໃນທຸກໆ 20 ນາທີ
  • ການອອກກຳລັງກາຍ: ເຖິງການອອກກຳລັງກາຍຈະບໍ່ໄດ້ສົ່ງຜົນດີຕໍ່ລະບົບສາຍຕາໂດຍກົງແຕ່ ການອອກກຳລັງການຈະຊ່ວຍໃຫ້ເລືອດໄຫຼວຽນດີ, ລະບົບພູມຄຸ້ມກັນພະຍາດຕ່າງໆດີຂຶ້ນ ກໍຈະຊ່ວຍຫຼຸດແນວໂນ້ມຂອງໂລກທີ່ຈະເກີດຂຶ້ນກັບດວງຕາໄດ້ເຊັ່ນກັນ.
  • ຮັກສາທຳຄວາມສະອາດດວງຕາເຮົາເປັນປະຈຳ: ເມື່ອມີສິງເປິເປື້ອນເຂົ້າໄປກໍຕ້ອງລ້າງທຳຄວາມສະອາດໃຫ້ດີ ໂດຍສະເພາະຄົນທີ່ໃສ້ຄອນແທັກເລນຍິ່ງຕ້ອງໄດ້ເອົາໃຈໃສ່ໃຫ້ຫຼາຍຂຶ້ນ ໃສ່ນໍ້າຢາຍອດຕາທຸກຄັ້ງທີ່ຮູ້ສຶກວ່າຕາແຫ້ງ.

ນອກນັ້ນ, ຕ້ອງໄດ້ກິນພວກວິຕາມິນຕ່າງໆເພື່ອບຳລຸງຮ່າງກາຍເພີ່ມເຕີມເຊັ່ນ: ວິຕາມິນເອ, ວິຕາມິນອີ ແລະ ວິຕາມິນຊີ, ກົດໄຂມັນໂອເມກາ 3, ແຮ່ທາດສັງກາສີ ແລະ ສານແຄໂຣທີນອຍ ເຫຼົ່ານີ້ເປັນຕົ້ນ.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.