ປະຫວັດ “ບຸນເຂົ້າພັນສາ”

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 29 ກໍລະກົດ 2026 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ ບໍ່ວ່າຈະເປັນເຂົ້າຕົ້ມ, ເຂົ້າໜົມ, ເຄື່ອງສັງຂະທານ, ທຽນພັນສາ, ຜ້ານ້ຳຝົນ ແລະ ອື່ນໆ ເພື່ອໄປຖວາຍແກ່ພຣະພິກຂຸສົງໃນມື້ ເຂົ້າພັນສາ ຕາມປະເພນີ ຖືວ່າເປັນວັນສຳຄັນຂອງຊາວພຸດທະສາສະໜາ.

ເມື່ອເວົ້າເຖິງປະຫວັດຄວາມເປັນມາຂອງການເຂົ້າພັນສານັ້ນ, ເປັນພຸດທະບັນຍັດ ຊຶ່ງພິກຂຸທຸກຮູບຕ້ອງປະຕິບັດຕາມ ໝາຍເຖິງການອະທິຖານວ່າພັກປະຈຳບ່ອນໃດບ່ອນໜຶ່ງໃນໄລຍະລະດູຝົນ ເປັນເວລາ 3 ເດືອນ ໂດຍບໍ່ໄດ້ຄ້າງແຮມຢູ່ບ່ອນອື່ນ ຫຼື ຕາມທີ່ເອີ້ນຕິດປາກກັນທົ່ວໄປວ່າ: “ການຈຳພັນສາ”.

ຕາມທີ່ໄດ້ຍິນຜູ້ເຖົ້າຜູ້ແກ່ເລົ່າຂານກັນວ່າ: “ເຂົ້າພັນສາ” ແປວ່າ “ພັກຝົນ” ໝາຍເຖິງວ່າ ພຣະພິກຂຸສົງ ຕ້ອງຢູ່ປະຈຳໃນວັດໃດໜຶ່ງລະຫວ່າງລະດູຝົນ ໂດຍເຫດທີ່ພຣະພິກຂຸ ໃນສະໄໝພຸດທະການ ມີໜ້າທີ່ຈະຕ້ອງຈາລຶກໂຜດສັດ ແລະ ເຜີຍແຜ່ພຣະທຳ, ຄຳສັ່ງສອນແກ່ປະຊາຊົນໃນສະຖານທີ່ຕ່າງໆ ບໍ່ຈຳເປັນຕ້ອງມີບ່ອນຢູ່ປະຈຳ ເຖິງແມ່ນວ່າຈະເປັນລະດູຝົນ ຊາວບ້ານຈຶ່ງຕຳນິວ່າ: ໄປຢຽບເຂົ້າກ້າ ແລະ ພືດພັນອື່ນໆ ຈົນເສຍຫາຍ ພະພຸດທະເຈົ້າຈຶ່ງຊົງວາງລະບຽບການຈຳພັນສາໃຫ້ພຣະພິກຂຸຢູ່ປະຈຳບ່ອນເກົ່າຕະຫຼອດ 3 ເດືອນ ໃນລະດູຝົນຄື: ເລີ່ມຕັ້ງແຕ່ມື້ແຮມ 1 ຄໍ່າ ເດືອນ 8 ຂອງທຸກປີ ເອີ້ນວ່າ: ປຸຣິມະພັນສາ, ຖ້າປີໃດມີເດືອນ 8 ສອງຄັ້ງ (ສອງຫົນ) ກໍເລື່ອນມາເປັນມື້ແຮມ 1 ຄໍ່າ ເດືອນ 8 ຫຼັງ ແລະ ອອກພັນສາໃນມື້ຂຶ້ນ 15 ຄໍ່າ ເດືອນ 11 ເອີ້ນວ່າ: “ປັດສິມພັນສາ”

ແນວໃດກໍຕາມ ຫາກພຣະພິກຂຸສົງຮູບໃດມີກິດທຸລະ ຄື: ເມື່ອເດີນທາງໄປແລ້ວບໍ່ສາມາດຈະກັບໄດ້ໃນມື້ນັ້ນ ກໍຊົງອະນຸຍາດໃຫ້ໄປແຮມຄືນໄດ້ຄາວໜຶ່ງບໍ່ເກີນ 7 ຄືນ ເອີ້ນວ່າ: “ສັດຕາຫະ” ຫາກເກີນກຳນົດນີ້ຖືວ່າບໍ່ໄດ້ຮັບປະໂຫຍດແຫ່ງການຈຳພັນສາ ຈັດວ່າ “ພັນສາຂາດ”.

ສຳລັບຂໍ້ຍົກເວັ້ນໃຫ້ພຣະພິກຂຸຈຳພັນສາຢູ່ບ່ອນອື່ນໄດ້ໂດຍບໍ່ຖືເປັນການຂາດພັນສາເວັ້ນແຕ່ເກີນ 7 ວັນ ໄດ້ແກ່: ການໄປຮັກສາພະຍາບານພິກຂຸ ຫຼື ບິດາ-ມານດາ ທີ່ເຈັບປ່ວຍ, ການໄປລະງັບພິກຂຸ-ສາມາເນນ ທີ່ຕ້ອງການຈະສິກບໍ່ໃຫ້ສິກໄດ້, ການໄປເພື່ອກິດທຸລະຂອງຄະນະສົງ ເຊັ່ນ: ການໄປຫາອຸປະກອນມາສ້ອມແປງກຸຕິທີ່ເປ່ເພ, ຫາກຍົກນິມົນໄປທຳບຸນ ກໍໄປສະຫຼອງສັດທາໃນການບຳເພັນກຸສົນຂອງເຂົາໄດ້

ໂດຍປົກກະຕິແລ້ວ ເຄື່ອງໃຊ້ສອຍຂອງພຣະພິກຂຸສົງ ຕາມການອະນຸຍາດຂອງພຣະພຸດທະເຈົ້າ ໃຫ້ມີປະຈຳຕົວນັ້ນ ມີພຽງອັດຖະບໍລິຂານ ອັນໄດ້ແກ່ ຜ້າສະບົງຈີວອນ (ຜ້າຄຸມ), ສັງຄາຕິ (ຜ້າສັງຄາ), ເຂັມບາດ ສາຍປະຄົດ (ສາຍຮັດມັດແອວ), ໝໍ້ຕອງນ້ຳ ແລະ ມີດໂກນ (ມີດແຖ).

ນອກນັ້ນ, ກວ່າພຣະພິກຂຸສົງ ທ່ານຈະຫາບ່ອນພັກແຮມໄດ້ ບາງທີກໍຖືກຝົນຕົ້ນລະດູຮຳປຽກ ຊາວບ້ານທີ່ໃຈບຸນຈຶ່ງຖວາຍຜ້າອາບນ້ຳຝົນສຳຫຼັບໃຫ້ທ່ານໄດ້ຜັດປ່ຽນ ແລະ ຖວາຍຂອງຈຳເປັນແກ່ກິດປະຈຳວັນຂອງທ່ານເປັນພິເສດໃນວັນເຂົ້າພັນສາ ນັບເປັນເຫດໃຫ້ມີປະເພນີທຳບຸນເນື່ອງໃນວັນດັ່ງກ່າວສືບຕໍ່ກັນມາກາຍເປັນວັດທະນະທຳທາງສາສະໜາອັນລ້ຳຄ່າ.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...