Thursday, October 16, 2025
Kbank Laos โอน รับ จ่าย

ຈະຫອມໄດ້ແນວໃດ?  ໃນມື້ທີ່ບໍ່ໄດ້ອາບນ້ຳ

ຖ້າຕື່ນມາສວາຍໆ ໃນມື້ທີ່ອາກາດໜາວເຢັນສະບາຍ ປະມານ 10 ກວ່າອົງສາ ໃຜຈະຢາກອາບນ້ຳ! ແຕ່ຖ້າມື້ນີ້ມີນັດກັບໝູ່ເພື່ອນ ຫຼື ຈະໄປຕັ້ງເຕັ້ນນອນຢູ່ເທິງພູ ແລ້ວຈະໄປເບິ່ງຕາເວັນຂຶ້ນ,  ເຊິ່ງການອອກຜະຈົນໄພໂດຍບໍ່ອາບນ້ຳ ອາດຈະເຮັດໃຫ້ບາງຄົນຂາດຄວາມໝັ້ນໃຈໄດ້. ສະນັ້ນ, ຕົວຊ່ວຍທີ່ດີທີ່ສຸດໃນສະຖານະການແບບນີ້, ນອກຈາກເຈົ້າຈະລຶ້ງກັບກິ່ນກັນແລ້ວ 🤣 ກໍຄືນ້ຳຫອມດີໆ ສີດໃສ່ໂຕຈັກໜ້ອຍ.

ເຖິງແມ່ນວ່າຈະມີຕົວຊ່ວຍ ກໍບໍ່ແມ່ນວ່າ ຊື້ນ້ຳຫອມມາແລ້ວສີດໆ ປົນໆ ໃສ່ໂຕໃຫ້ທົ່ວແລ້ວຈະຈົບ. ເພາະນ້ຳຫອມທີ່ເໝາະກັບຍາມໜາວ ແລະ ຍາມຮ້ອນ ນັ້ນ ມີຄວາມແຕກຕ່າງກັນພໍສົມຄວນ.

ສຳລັບກິ່ນນ້ຳຫອມ ທີ່ເໝາະກັບຍາມໜາວ ຄືກິ່ນທີ່ໃຫ້ຄວາມຮູ້ສຶກອົບອຸ່ນ ມີກິ່ນຫອມອ່ອນ ແລະ ມີຄວາມເຂັ້ມຂຸ້ນ ພໍທີ່ຈະບໍ່ຕ້ອງມາລັກສີດຕອນຄົນບໍ່ເຫັນໝົດມື້. ໂດຍກິ່ນທີ່ໄດ້ຈາກໄມ້ຫອມ ເຊັ່ນ: ໄມ້ສົນ (Pine) ແລະ ໄມ້ແຊນດັນ (Sandalwood) ເປັນກິ່ນຍອດນິຍົມອັນດັບຕົ້ນໆ ທີ່ເໝາະກັບຄົນໄວໜຸ່ມສາວ. ສ່ວນກິ່ນໄມ້ຊີດາ (Cedarwood) ຈະເໝາະກັບຄົນທີ່ອາຍຸຫຼາຍແດ່ ຫຼື ຖ້າຢາກຮູ້ສຶກເບິ່ງພູມຖານຂຶ້ນຫຼາຍກວ່ານັ້ນ ກໍເລືອກກິ່ນໄມ້ເກດສະນາ (Oud wood) ຫຼື ກິ່ນກຳຍານ (Amber) ແຕ່ຕ້ອງແລກມາດ້ວຍລາຄາທີ່ສູງຂຶ້ນໄປອີກ.

ຄວາມພິເສດຂອງກິ່ນໄມ້ຫອມເຫຼົ່ານີ້ ກໍຄືການໃຫ້ຄວາມຮູ້ສຶກອົບອຸ່ນ ແລະ ມີມິຕິ ຊ່ວຍໃຫ້ຮູ້ສຶກຜ່ອນຄາຍ ຄ້າຍຄືກຳລັງພັກຜ່ອນຢູ່ໃນທຳມະຊາດອັນງຽບສະຫງົບ. ນອກຈາກນີ້ ຍັງຊ່ວຍໃຫ້ທ່ານຮູ້ສຶກໝັ້ນຄົງ ແລະ ມີສະເໜ່ດຶງດູດອີກດ້ວຍ.

ນອກຈາກກິ່ນໄມ້ຫອມແລ້ວ ຍັງມີນ້ຳຫອມໃນກຸ່ມທີ່ມີສ່ວນປະສົມຂອງເຄື່ອງເທດ (Spicy notes) ເຊັ່ນ ອົບເຊີຍ (Cinnamon), ການພລູ (Clove), ຫຼື ພິກໄທດຳ (Black pepper) ຊຶ່ງໃຫ້ຄວາມອົບອຸ່ນ ແລະ ມີຊີວິດຊີວາເຊັ່ນກັນ ເໝາະກັບຄົນສາຍລຸຍໆ.

ສຳລັບຄົນທີ່ບໍ່ມັກກິ່ນໄມ້ ທາງເລືອກອື່ນທີ່ຫາໄດ້ບໍ່ຍາກ ກໍຄືກິ່ນວານິລາ ແຕ່ຄວນເປັນກິ່ນທີ່ບໍ່ປະສົມກັບດອກໄມ້ ຫຼື ໝາກໄມ້ຫຼາຍເກີນໄປ ເພາະກິ່ນທີ່ໃຫ້ຄວາມຮູ້ສຶກຫອມຫວານ ອາດທຳໃຫ້ຮູ້ສຶກອຶດອັດໃນຍາມໜາວຫຼາຍກວ່າ.

ສ່ວນກິ່ນທີ່ເບິ່ງແລ້ວບໍ່ເໝາະກັບຍາມໜາວເລີຍ ຄືກິ່ນ ຊິຕຣັສ ຫຼື ກິ່ນທີ່ໃຫ້ຄວາມຮູ້ສຶກສົ້ມໆ ຈຳພວກໝາກນາວ ແລະ ໝາກກ້ຽງ ເຊິ່ງອາດເຮັດໃຫ້ຄວາມຮູ້ສຶກຄືກັບສະເປດັບກິ່ນຫ້ອງນ້ຳຫຼາຍກວ່າ.

ເຄັດລັບສຸດທ້າຍສຳລັບໜ້າໜາວ ຄືການເລືອກໃຊ້ໂລຊັນ ທີ່ໃຫ້ກິ່ນທຳມະຊາດແບບດິບໆ ເຊັ່ນກິ່ນໜັງ (Leather) ຫຼື ກິ່ນດິນ (Earthy) ທາກອນຈະສີດນ້ຳຫອມ ເຊິ່ງຈະຊ່ວຍໃຫ້ກິ່ນມີມິຕິຊັບຊ້ອນ ແລະ ຕິດທົນດົນຍິ່ງຂຶ້ນ, ສ່ວນແມ່ຍິງທີ່ມາໃນແນວຫວານ ອາດເລືອກໂລຊັນກິ່ນຂອງດອກໄມ້ຂາວ ປະເພດ ມະລິ ຫຼື ຈຳປາລາວ ຫຼື ອາດເປັນກິ່ນວານິລາ ກໍໄດ້ເຊັ່ນກັນ ແຕ່ຂໍບອກໄວ້ກິ່ນວ່າ ຄວນເປັນກິ່ນອ່ອນໆ ເທົ່ານັ້ນ ສ່ວນແນວເຊັກຊີ້ ຫຼື ໂຣແມນຕິກ ລອງໂລຊັນກິ່ນມັສຄ໌ (Musk) ເຊິ່ງເປັນສານສະກັດທີ່ໄດ້ຈາກສັດ ຈະໃຫ້ຄວາມຮູ້ສຶກອົບອຸ່ນ ແລະ ໜ້າຄົ້ນຫາໄປໃນຕົວ.

ທີ່ສຳຄັນທີ່ສຸດ ເນື່ອງຈາກຮ່າງກາຍຂອງຄົນເຮົາ ຜະລິດສານເຄມີເທິງຜິວໜັງ ທີ່ແຕກຕ່າງກັນ ບໍ່ວ່າຈະເລືອກສູດໃດ ເພື່ອຄວາມໝັ້ນໃຈວ່າກິ່ນນ້ຳຫອມຈະເຮັດໃຫ້ກິ່ນໂຕ “ຫາຍແທ້” ເຮົາຄວນທົດລອງໃຊ້ກ່ອນຮອດມື້ຈິງ.

More from author

Related posts

Latest posts

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ມະຫາເສດຖີຍິງຊາວຫວຽດນາມ ຕັ້ງເປົ້າໝາຍການບິນສູ່ສະຫະລັດ ແລະ ການລົງທະບຽນຕະຫຼາດຫຼັກຊັບ Wall Street

Vietjet, ສາຍການບິນທີ່ເຕີບໃຫຍ່ໄວທີ່ສຸດແຫ່ງໜຶ່ງຂອງອາຊີ, ກຳລັງເດີນທາງສູ່ສະຫະລັດ, ໂດຍມີແຜນການທີ່ຈະເປີດຖ້ຽວບິນໂດຍກົງ ແລະ ພິຈາລະນາການລົງທະບຽນໃນຕະຫຼາດຫຼັກຊັບ Wall Street. ຄວາມມຸ່ງມາດປາດຖະໜານີ້ ໄດ້ຖືກເນັ້ນໜັກໃນລະຫວ່າງການໄປຢ້ຽມຢາມຕະຫຼາດຫຼັກຊັບ New York (NYSE) ທີ່ຜ່ານມາ ໂດຍປະທານບໍລິສັດ Vietjet ທ່ານ Nguyen Thi Phuong Thao, ເຊິ່ງໄດ້ຮັບການຕ້ອນຮັບຈາກປະທານບໍລິສັດ NYSE ທ່ານ Lynn Martin.