Friday, April 18, 2025

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ພ້ອມດ້ວຍສາຍການບິນ Ryanair, easyJet ແລະ Frontier ສາຍການບິນຊັັ້ນນໍາຂອງໂລກ, ໄດ້ຢຸ່ໃນ 10ອັນດັບເປັນເວລາຫຼາຍປີຕິດຕໍ່ກັນ. ຜົນສໍາເລັດດັ່ງກ່າວໄດ້ຢືນຢັນຄືນຄວາມມູ່ງໝັັ້ນອັນໂດດເດັ່ນຂອງສາຍການບິນຕໍ່ກັບ ຄວາມປອດໄພໃນການບິນ ເພືີ່ອຄວາມອຸ່ນໃຈຂອງທັງຜູ້ໂດຍສານ ແລະ ລູກເຮືອ.

ໃນການປະເມີນປະຈໍາປີ 2025, Airline Ratings ໄດ້ຕິດຕາມສາຍການບິນທົ່ວໂລກ 385 ສາຍການບິນ ໂດຍ ພິຈາລະນາປັດໄຈຕ່າງໆ ເຊັ່ນ: ບັນທືກເຫດການໃນຊ່ວງສອງປີທີີ່ຜ່ານມາ, ອາຍຸຂອງສາຍການບິນ, ຜົນການກວດສອບ ໂດຍອົງການການບິນພົນລະເຮືອນສາກົນ (ICAO) ແລະ ມາດຕະການຄວາມປອດໄພອືີ່ນໆ.

Sharon Petersen ປະທານເຈົ້າໜ້າທີີ່ບໍລິຫານ AirlineRatings.com ກ່າວວ່າ: “ຝຸງບິນຂອງ Vietjet ເປັນຝູງ ບິນທີີ່ອາຍຸນ້ອຍທີີ່ສຸດໃນຫວຽດນາມ ແລະ ມີເຄືີ່ອງບິນທີີ່ໃໝ່ທີີ່ສຸດໃນພາກພື້ນອາຊີປາຊີຟິກ. ປະຫວັດດ້ານຄວາມປອດ ໄພຂອງ Vietjet ຕະຫຼອດຫຼາຍປີທີີ່ຜ່ານມາສະທ້ອນເຖິງຄວາມສໍາເລັດອັນໂດດເດັ່ນ.”

Airline Ratings ຍັງມອບຄະແນນດ້ານຄວາມປອດໄພ 7 ດາວໃຫ້ກັບ Vietjet ເຊິີ່ງເປັນລະດັບສູງສຸດທີີ່ມີ, ໂດຍ ເປັນການຍອມຮັບເຖິງຄວາມມຸ່ງໝັັ້ນດ້ານຄວາມປອດໄພຢູ່າງຕໍ່ເນືີ່ອງຂອງສາຍການບິນຕັັ້ງແຕ່ປີ 2018.

ປັດຈຸບັນ Vietjet ດໍາເນີນການດ້ວຍຝູງບິນແອຣ໌ບັສທີີ່ທັນສະໄໝ ແລະ ປະຢັດນໍ້າມັນ, ໂດຍມີອັດຕາຄວາມໜ້າເຊືີ່ອຖື ທາງເຕັກນິກ 99.7% ຈັດຢູ່ໃນກຸ່ມຜູ້ປະກອບການຊັັ້ນນໍາທັງໃນພາກພື້ນ ແລະ ລະດັບໂລກ. ໃນປີ 2024 ສາຍການບິນ ໄດ້ເພີີ່ມເຄືີ່ອງບິນໃໝ່ 10 ລໍາເຂົັ້າສູ່ຝູງບິນ, ເຮັດໃຫ້ມີເຄືີ່ອງບິນລວມທັງໝົດ 115 ລໍາ, ໃຫ້ບໍລິການເສັັ້ນທາງບິນພາຍໃນ ປະເທດ ແລະ ລະຫວ່າງປະເທດກວ່າ 170 ເສັັ້ນທາງ. ເສັັ້ນທາງເຫຼົ່ານີ້ຊ່ວຍໃຫ້ນັກທ່ອງທ່ຽວຈາກລາວສາມາດເດີນທາງ ຂ້າມພາກພື້ນຜ່ານນະຄອນໂຮ່ຈິມິນ ແລະ ຮ່າໂນ້ຍ ເຊິີ່ງເປັນມະຫານະຄອນທີີ່ໃຫຍ່ທີີ່ສຸດສອງແຫ່ງຂອງຫວຽດນາມ, ເຊືີ່ອມຕໍ່ໄປຍັງຈຸດໝາຍປາຍທາງທ່ອງທ່ຽວຍອດນິຍົມດ້ວຍຕົວເລືອກຖ້ຽວບິນລາຄາປະຢັດ.

ໃນຂະນະດຽວກັນ, Vietjet ຍັງຄົງລົງທືນຢ່າງຫຼວງຫຼາຍໃນດ້ານການຝືກອົບຮົມ, ການບໍາລຸງຮັກສາ ແລະ ວິສະວະກໍາ ເພືີ່ອຮັກສາມາດຕະຖານຄວາມປອດໄພສູງສຸດ. ສະຖາບັນການບິນ Vietjet (VJAA) ເຊິີ່ງເປັນພັນທະມິດດ້ານການ ຝືກອົບຮົມຂອງສະມາຄົມຂົນສົ່ງທາງອາກາດສາກົນ (IATA) ຊ່ວຍໃຫ້ຄວາມໝັັ້ນໃຈໄດ້ວ່າຈະມີບຸກຄະລາກອນດ້ານ ການບິນທີີ່ມີທັກສະສູງຢ່າງຕໍ່ເນືີ່ອງ. ສາຍການບິນຍັງຂະຫຍາຍການຮັບສະໝັກນັກບິນ ແລະ ລູກເຮືອ ເພືີ່ອສະໜັບສະ ໜູນຍຸດທະສາດການຂະຫຍາຍເຄືອຂ່າຍຖ້ຽວບິນທົ່ວໂລກ.

Airline Ratings ປະເມີນດ້ານຄວາມປອດໄພ, ຜະລິດຕະພັນເທິງຖ້ຽວບິນ ແລະ ປັດໄຈອືີ່ນໆ , ການຈັດອັນດັບ ຂອງເວັບໄຊນີ້ໄດ້ຮັບຄວາມໄວ້ວາງໃຈຈາກຜູ້ໂດຍສານຫຼາຍລ້ານຄົນຈາກ 195 ປະເທດ. ສິີ່ງນີ້ໄດ້ກາຍເປັນມາດຕະຖານ ອຸດສາຫະກໍາສໍາລັບການປະເມີນຄວາມປອດໄພ ແລະ ຜະລິດຕະພັນ.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.