ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

* ​ເພີ່ມ 4 ສາຍ​ການ​ບິນ​ໂດຍ​ຕົງ​ໃໝ່​ຈາກ​ຫວຽດ​ນາມ ໄປ​ປັກ​ກິ່ງ ແລະ ກວາງ​ໂຈ່​ວ ຂອງ​ຈີນ.

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ

ຕັ້ງແຕ່ມື້ນີ້ຈົນເຖິງວັນທີ 7 ກຸມພາ 2025, ຜູ້ໂດຍສານຈະໄດ້ຮັບສ່ວນຫຼຸດ 50% ສໍາລັບປີ້ຊັ້ນປະຢັດ (ເປັນໄປຕາມຂໍ້ກໍານົດ ແລະ ເງື່ອນໄຂ, ບໍ່ລວມພາສີ ແລະ ຄ່າທຳນຽມ) ເຊິ່ງມີໃຫ້ບໍລິການທຸກວັນສຸກສຳລັບການເດີນທາງລະຫວ່າງວັນທີ 10 ກຸມພາ ຫາ 31 ມີນາ 2025 (ຂຶ້ນກັບຈຳນວນທີ່ນັ່ງຫວ່າງ) ຈອງໄດ້ງ່າຍໆຜ່ານ www.vietjetair.com ຫຼື ແອັບມືຖື Vietjet Air.

ຫວຽດ​ນາມເປັນປະ​ເທດ​ທີ່​ມີ​​ທຳ​ມະ​ຊາດງົດງາມ, ວັດທະນະທໍາທີ່ຫຼາກຫຼາຍ ແລະທິວທັດເມືອງທີ່ສົດໃສ ເຮັດໃຫ້ເປັນຈຸດຫມາຍປາຍທາງທີ່ຫນ້າຕື່ນເຕັ້ນສໍາລັບນັກທ່ອງທ່ຽວຕ່າງປະເທດທີ່ຫາບ່ອນພັກຜ່ອນທີ່ຫນ້າປະທັບໃຈ. ຕັ້ງແຕ່​ແຄມ​ຝັ່ງ​ທະ​ເລ​ທີ່​ສວຍ​ງາມ​ຂອງ ດາ​ນັງ, ຍາ​ຈາງ ຫຼື ຝູ໋ກວກ ຈົນເຖິງ​ເຂດ​ມໍ​ລະ​ດົກ​ໂລກ​ຂອງ UNESCO ເຊັ່ນ: ອ່າວ ຮ່າ​ລອງ, ນິງບິ່ງ, ໂຮ້ຍ​ອານ ແລະ ເຫ້ວ, ສະ​ເໜ່​ຂອງ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ແລະ ຖະໜົນຫົນທາງທີ່ຄຶກຄັກຂອງນະຄອນໂຮ່ຈີມິນ ປະເທດຫວຽດນາມ ທີ່ຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວທຸກປະເພດ ບໍ່ວ່າທ່ານກຳລັງຊອກຫາການພັກຜ່ອນ, ການຜະຈົນໄພ ຫຼື ການຮັບປະທານອາຫານດີເລີດ.

ນັກທ່ອງທ່ຽວຈາກລາວສາມາດເດີນທາງໄປນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ ເຊິ່ງ​ແມ່ນ​ສອງ​ນະຄອນ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ ດ້ວຍຖ້ຽວບິນໂດຍຕົງປະຈໍາວັນຂອງ Vietjet. ຈາກນັ້ນ, ຈຶ່ງສຳຫຼວດຈຸດໝາຍປາຍທາງຫຼາກຫຼາຍແຫ່ງທົ່ວຫວຽດນາມ ດ້ວຍເຄືອຂ່າຍການບິນພາຍໃນປະເທດທີ່ກວ້າງຂວາງ. Vietjet ພູມໃຈໃນການສະເຫນີຄ່າໂດຍສານທີ່ປະຫຍັດ ແລະ ມີຄວາມມຸ່ງໝັ້ນສັນຍາດ້ານຄວາມປອດໄພ ພ້ອມທັງການບໍລິການທີ່ດີເລີດ ເພື່ອສຳຜັດປະສົບການການເດີນທາງສູງສຸດ.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.