Friday, July 11, 2025
Kbank Laos โอน รับ จ่าย

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: “ຫ້ອງນໍ້າສາທາລະນະສະອາດອາຊຽນ” ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ລາງວັນອັນຊົງກຽດນີ້ ມັນສ່ອງແສງເຖິງຄວາມມຸ້ງໝາຍອັນສໍາຄັນ ແລະ ພິເສດ ຂອງວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ ຕໍ່ກັບການທ່ອງທ່ຽວແບບຍືນຍົງ ລວມທັງການປົົກປັກຮັກສາມໍລະດົກທໍາມະຊາດ ເຂດປ່າສະຫງວນແຫ່ງຊາດນໍ້າຫ້າ.

ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ ຕັ້ງຢູ່ໃນເຂດພື້ນທີ່ປ່າສະຫງວນແຫ່ງຊາດຫ້າ ມໍລະດົກອາຊຽນ ມີ 6 ບ້ານທີ່ມີສ່ວນຮ່ວມ ຄື: ບ້ານຈະເລີນສຸກ, ບ້ານທ່າແສ່, ບ້ານນາລັນເໜືອ, ບ້ານນາໂຮມ, ບ້ານນໍ້າລື ແລະ ບ້ານຫ້ວຍເລືອດ. ເສັ້ນທາງດັ່ງກ່າວ ໄດ້ສະໜອງປະສົບການທີ່ເປັນເອກະລັກ ແລະ ດູດດື່ມ ສຳລັບຜູ້ທີ່ຮັກມັກທຳມະຊາດ ແລະ ວັດທະນະທຳ. ນັກທ່ອງທ່ຽວສາມາດເຂົ້າຮ່ວມກິດຈະກຳຕ່າງໆ, ລວມທັງການຍ່າງປ່າ, ຕັ້ງແຄ້ມ, ຂີ່ເຮືອຢາງລ່ອງຕາມແມ່ນ້ຳຫ້າ-ນໍ້າທາ ທີ່ປະຈົນໄພ ແລະ ງຽບສະຫງົບ. ກິດຈະກໍາເຫຼົ່ານີ້ແມ່ນໄດ້ຖືກອອກແບບມາ ເພື່ອສະໜອງຄວາມຕ້ອງການຢ່າງໃກ້ຊິດ ກັບຄວາມສວຍສົດງົດງາມທາງດ້ານທໍາມະຊາດ ແລະ ຊີວະນາໆພັນຂອງປ່າສະຫງວນແຫ່ງຊາດນໍ້າຫ້າ.

ອີກຈຸດເດັ່ນໜຶ່ງທີ່ຜູ້ມາຢ້ຽມຢາມຈະໄດ້ຮັບ ຈາກປະສົບການຂອງວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ ແມ່ນໂອກາດທີ່ໄດ້ພົບປະບ້ານຊົນເຜົ່າຂະມຸ. ນັກທ່ອງທ່ຽວສາມາດດູດດື່ມກັບບັນດາມໍລະດົກວັດທະນະທຳອັນລ້ຳຄ່າຂອງເຂົາເຈົ້າ, ເຊິ່ງເປັນຜູ້ທີ່ສືບທອດ ປົກປັກຮັກສາຮີດຄອງປະເພນີ ແລະ ວິທີການດຳລົງຊີວິດຂອງຕົນ. ການພັດທະນາການທອ່ງທ່ຽວແບບປະຊາຊົນມີສ່ວນຮ່ວມ ຢູ່ເຂດດັ່ງກ່າວ ແມ່ນການຊຸກຍູ້ໃຫ້ມີຄວາມເຂົ້າໃຈ ແລະ ຄວາມຮັບຮູ້ຢ່າງເລິກເຊິ່ງ ໃນການອະນຸລັກຮັກສາວັດທະນະທໍາທ້ອງຖິ່ນ ໃຫ້ມີຄວາມຍືນຍົງ ແລະ ສ້າງຄວາມປະທັບໃຈໃຫ້ແກ້ຜູ້ມາຢ້ຽມຢາມ.

ຍ້ອນສະພາບແນວນັ້ນ ປີ 2024 ມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມບ້ານ ຫຼື ເຂົ້າຮ່ວມກິດຈະກໍາວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ ຈໍານວນ 1.722 ເທື່ອຄົນ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າ ບ້ານຕ່າງໆ ໃນວົງຈອນເສັ້ນທາງທ່ອງທ່ຽວດັ່ງກ່າວ 275.000 ກວ່າໂດລາສະຫະລັດ. ເຮັດໃຫ້ກາຍເປັນຈຸດສຸມ ຂອງການທ່ອງທ່ຽວແບບອະນຸລັກ ປະຊາຊົນມີສ່ວນຮ່ວມຢ່າງແທ້ຈິ່ງ ແລະ ເປັນການກະຕຸ້ນການພັດທະນາຊຸມຊົນ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ. ການພັດທະນາທ່ອງທ່ຽວເຂດດັ່ງກ່າວ ບໍ່ພຽງແຕ່ຊຸກຍູ້ເສດຖະກິດທ້ອງຖິ່ນເທົ່ານັ້ນ ມັນຍັງເປັນການສະໜັບສະໜູນຄວາດຄິດລີເລີ່ມ ແນໃສ່ອະນຸລັກຮັກສາແຫຼ່ງຊັບພະຍາກອນທຳມະຊາດ ແລະ ວັດທະນະທຳຂອງເຂດດັ່ງກ່າວອີກດ້ວຍ.

ລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນນີ້ ເປັນການຢັ້ງຢືນເຖິງຄວາມມານະພະຍາຍາມ ໃນການຮ່ວມມືຂອງຊຸມຊົນທ້ອງຖິ່ນ, ອຳນາດການປົກຄອງ, ຜູ້ປະກອບການທຸລະກິດທ່ອງທ່ຽວ ໃນການສົ່ງເສີມການທ່ອງທ່ຽວແບບຍືນຍົງ. ຍັງໄດ້ເນັ້ນເຖິງຄວາມສຳຄັນຂອງການຮັກສາເອກະລັກທາງດ້ານວັດທະນະທຳ ແລະ ຄວາມໝັ້ນຄົງດ້ານສິ່ງແວດລ້ອມ ພ້ອມທັງຍົກສູງຄຸນນະພາບຊີວິດຂອງປະຊາຊົນທ້ອງຖິ່ນ.

ພ້ອມດຽວກັນນີ້ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງນໍ້າທາ ຈະໄດ້ສືບຕໍ່ສຸມກໍາລັງແຮງ ພັດທະນາການທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມ ໃຫ້ມີຄວາມຍືນຍົງ, ເປັນໜຶ່ງໃນຈຸດໝາຍປາຍທາງການທ່ອງທ່ຽວແບບອະນຸ ລັກຂອງອາຊຽນ, ເປັນແບບຢ່າງຂອງການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ທັງເປັນການອະນຸ ລັກຮັກສາວັດທະນະທໍາ, ລະບົບນິເວດວິທະຍາ ແລະ ການສ້າງປະສົບການອັນສົມບູນແບບ ໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ທົ່ວໂລກ ທີ່ມາຢ້ຽມຢາມເຂດດັ່ງກ່າວ.


ໂດຍ: ສົມສະຫວາດ ນາມອິນທາ ຮອງຫົວໜ້າພະແນກ ຖວທ ແຂວງຫຼວງນໍ້າທາ.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.