VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ໂດຍໃຫ້ກຽດແກ່ VietJet ດ້ວຍລາງວັນໃຫຍ່ລະດັບສາກົນຫຼາຍປີ, AirlineRatings ຍົກຍ້ອງສາຍການບິນແລະໃຫ້ນິຍາມຂອງຄວາມສາມາດໃນການຈັບຈ່າຍ, ໃນຂະນະດຽວກັນກໍ່ຍັງຮັກສາຄຸນນະພາບແລະຄວາມເພິ່ງພໍໃຈຂອງລູກຄ້າ. ສາຍການບິນສືບຕໍ່ເສີມຂະຫຍາຍເຮືອບິນ A330 ແລະ A321 ເຊິ່ງເຮັດໃຫ້ການເດີນທາງເທິງອາກາດສາມາດເຂົ້າເຖິງທຸກຄົນ. VietJet ຍັງໄດ້ຮັບການຍອມຮັບໃນດ້ານຜະລິດຕະພັນສາຍການບິນລາຄາທີ່ປະຢັດ ທີ່ບຸກເບີກ ແລະ ປະຕິວັດວົງການ, ເຊິ່ງລວມມີການບໍລິການຊັ້ນທຸລະກິດທີ່ມອບປະສົບການຊັ້ນນຳໃຫ້ແກ່ຜູ້ໂດຍສານ.

AirlineRatings ຍັງໄດ້ໃຫ້ຄະແນນແກ່ VietJet ລະດັບ 7 ດາວ, ເປັນສາຍການບິນທີ່ປອດໄພທີ່ສຸດໃນໂລກ, ແລະ ໄດ້ຮັບການຍອມຮັບວ່າເປັນໜຶ່ງໃນ 10 ສາຍການບິນທີ່ປອດໄພທີ່ສຸດ ແລະ ລາຄາປະຢັດທີ່ສຸດໃນໂລກເປັນເວລາຫຼາຍປີ. ໃນປີ 2022, VietJet ຍັງໄດ້ຮັບນາມເປັນສາຍການບິນທີ່ຄຸ້ມຄ່າແຫ່ງປີໂດຍ AirlineRatings.

VietJet ມີຄວາມພາກພູມໃຈໃນມອບການຄວາມສຸກ ແລະ ໃຫ້ລາຄາທີ່ສຸດປະຢັດຜ່ານເຮືອບິນລຳທີ່ທັນສະໄໝ ແລະ ປະຢັດນ້ຳມັນ, ພ້ອມທັງຮັບປະກັນການບໍລິການທີ່ດີເລີດໂດຍພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ. ປັດຈຸບັນນີ້, ສາຍການບິນດັ່ງກ່າວມີຖ້ຽວບິນໂດຍກົງຈາກນະຄອນຫຼວງວຽງຈັນ ໄປ ນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ, ສອງນະຄອນທີ່ໃຫຍ່ທີ່ສຸດຂອງຫວຽດນາມ.

ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກໄດ້ຖືກຈັດໂດຍ AirlineRatings ຕັ້ງແຕ່ປີ 2013 ເພື່ອເປັນກຽດແກ່ສາຍການບິນທີ່ດີທີ່ສຸດໃນໝວດໝູ່ທີ່ສໍາຄັນຕ່າງໆໃນອຸດສາຫະກໍາການບິນ. ໃນແຕ່ລະສາຍການບິນໄດ້ຮັບການປະເມີນຢ່າງລະອຽດໂດຍພິຈາລະນາໃນສິ່ງທີ່ສະໜອງໃຫ້ແກ່ຜູ້ໂດຍສານ. ນອກຈາກນີ້, ສາຍການບິນຊັ້ນນໍາອື່ນໆທີ່ໄດ້ຮັບການຍອມຮັບໃນປີນີ້ກໍ່ມີສາຍການບິນ Korean Air, Qatar, Air New Zealand, Emirates, ແລະ Etihad.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.