ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

Vietjet ໃຫ້ບໍລິການຖ້ຽວບິນໂດຍຕົງຈາກນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈິມິນ ແລະ ຮ່າໂນ້ຍ ເຊິ່ງເປັນສອງນະຄອນທີ່ສຸດຂອງຫວຽດນາມ.

ໃນຊ່ວງໂປຣໂມຊັນ 7 ມື້ນີ້, ຜູ້ໂດຍສານສາມາດຮັບສ່ວນຫຼຸດ Eco-class 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໂດຍໃສ່ລະຫັດໂປຣໂມຊັນ BIGSALE50 ເມື່ອຈອງຖ້ຽວບິນຜ່ານເວັບໄຊທາງການຂອງ Vietjet www.vietjetair.com ຫຼື ແອັບມືຖື Vietjet Air. ຂໍ້ສະເໜີນີ້ສາມາດໃຊ້ໄດ້ທົ່ວທຸກເຄືອຂ່າຍຂອງ Vietjet, ໂດຍມີວັນທີເດີນທາງທີ່ສາມາດປ່ຽນແປງໄດ້ຕັ້ງແຕ່ວັນທີ 1 ມີນາ ຫາ 22 ພຶດສະພາ 2025 (ເປັນໄປຕາມຂໍ້ກຳໜົດ ແລະ ເງື່ອນໄຂ).

ປະເທດຫວຽດນາມມີຊື່ສຽງໂດ່ງດັງຍ້ອນຄວາມອຸດົມສົມບູນທາງທຳມະຊາດ ມີມໍລະດົກວັດທະນະທຳອັນດີງາມ, ອາຫານທີ່ແຊບ, ແລະ ການຕ້ອນຮັບຢ່າງອົບອຸ່ນ, ເຮັດໃຫ້ເປັນຈຸດໝາຍປາຍທາງທີ່ນັກທ່ອງທ່ຽວຕ່າງປະເທດຕ້ອງໄປຢ້ຽມຢາມ. ບໍ່ວ່າຈະເປັນຫາດຊາຍອັນເກົ່າແກ່ຂອງນະຄອນດານັງ, ຍາຈາງ, ຝູກວກ ໄປຈົນເຖິງສິ່ງມະຫັດສະຈັນທີ່ເປັນມໍລະດົກໂລກຂອງອົງການ UNESCO ນັ້ນກໍຄື: ອ່າວຮ່າລອງ, ນິງບິ່ງ, ໂຮ້ຍອານ, ແລະເຫວ້, ຫຼື ສະເໜ່ຂອງຮ່າໂນ້ຍ ຈົນເຖິງເມືອງທີ່ມີຊີວິດຊີວາຂອງນະຄອນໂຮ່ຈີມິນ.

ດ້ວຍເຄືອຂ່າຍການບິນໂດຍຕົງຂອງ Vietjet ທີ່ເພີ່ມຂຶ້ນໃນທົ່ວອາຊີ – ປາຊີຟິກ ເຮັດໃຫ້ການເດີນທາງໄປທົ່ວພາກພື້ນບໍ່ເຄີຍງ່າຍຂຶ້ນມາກ່ອນ. ໃນປີ 2025, Vietjet ຈະສືບຕໍ່ຂະຫຍາຍເສັ້ນທາງສາກົນດ້ວຍເສັ້ນທາງໃໝ່ທີ່ເຊື່ອມຕໍ່ຈາກນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ ຫາ ປັກກິ່ງ ແລະ ກວາງໂຈ່ວ (ປະເທດຈີນ), ພ້ອມທັງຈາກນະຄອນ ໂຮ່ຈີມິນ ຫາ Bangalore ແລະ Hyderabad (ອິນເດຍ), ເພື່ອເປີດທາງເລືອກການເດີນທາງເພີ່ມເຕີມໃຫ້ແກ່ນັກທ່ອງທ່ຽວສາກົນຫຼາຍຂຶ້ນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...