Friday, March 21, 2025

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

* ການຂະຫຍາຍເຄື່ອຂ່າຍລວມທັງການເພີ່ມຖ້ຽວບິນລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນ*

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ການຂະຫຍາຍຕົວດ້ານການດໍາເນີນງານທີ່ເຂັ້ມແຂງພ້ອມດ້ວຍການລາຍງານລາຍຮັບ

ອີງຕາມຜົນການເງີນໃນໄຕມາດທີ 4 ປີ 2024, VietJet ໄດ້ບັນທຶກລາຍຮັບດ້ານການບິນ 19.776 ຕື້ດົງ (ປະມານ 17.000 ຕື້ກີບ) ແລະ ກໍາໄລຫຼັງເສຍພັນທະອາກອນແມ່ນ 167 ຕື້ດົງ (ປະມານ 143 ຕື້ກີບ), ເຊີ່ງກວມເອົາການເຕີບໂຕ 36% ແລະ 247% ເມື່ອທຽບໃສ່ປີທີ່ຜ່ານມາ ຕະຫຼອດປີ 2024, ລາຍຮັບການບິນຂອງສາຍການບິນບັນລຸໄດ້ 71.545 ພັນຕື້ດົງ (ປະມານ 61.500 ຕື້ກີບ), ດ້ວຍກໍາໄລຫຼັງເສຍພັນທະອາກອນຫຼາຍກວ່າ 1.301 ພັນຕື້ດົງ (ປະມານ 1.1 ພັນຕື້ກີບ) ເພີ່ມຂື້ນ 33% ແລະ 697% ຕາມລໍາດັບເມື່ອທຽບກັບຊ່ວງດຽວກັນໃນປີທີ່ຜ່ານມາ.

ໃນ 3 ເດືອນສຸດທ້າຍຂອງປີ 2024, ລາຍຮັບລວມຂອງ VietJet ໄດ້ເຕີບໂຕຢ່າງແຂງແຮງ, ບັນລຸເຖີງ 19.797 ພັນຕື້ດົງ (ປະມານ 17.1 ພັນຕື້ກີບ), ໃນຂະນະທີ່ກໍາໄລຫຼັງອາກອນແມ່ນຢູ່ທີ່ 21.4 ຕື້ດົງ (ປະມານ 18.4 ຕື້ກວ່າກີບ), ສະທ້ອນໃຫ້ເຫັນເຖີງການເພີ່ມຂື້ນ 36% ແລະ 8% ເມື່ອທຽບໃສ່ປີກ່ອນ. ສໍາລັບປີ 2024, ສາຍການບິນໄດ້ບັນທຶກລາຍຮັບລວມ 71.545 ພັນຕື້ດົງ (ປະມານ 61.8 ພັນຕື້ກີບ), ໂດຍມີກໍາໄລຫຼັງອາກອນຢູ່ 1.426 ພັນຕື້ດົງ (ປະມານ 1.2 ພັນຕື້ກີບ), ເພີ່ມຂື້ນ 23% ແລະ 516% ຕາມລໍາດັບເມື່ອທຽບໃສ່ປີທີ່ຜ່ານມາ.

ມາຮອດວັນທີ 31 ທັນວາ 2024, ຊັບສິນທັງໝົດຂອງ VietJet ມີມູນຄ່າເກືອບ 99,5 ພັນຕື້ດົງ (ປະມານ 86 ພັນຕື້ກີບ), ອັດຕາສ່ວນໜີ້ສິນຕໍ່ຫຸ້ນແມ່ນ 2,12 ແລະ ອັດຕາສ່ວນສະພາບຄ່ອງແມ່ນ 1,71 ທັງສອງຖືວ່າຢູ່ໃນເຂດປອດໄພສໍາລັບອຸດສາຫະກໍາການບິນ.

ໃນປີ 2024, VietJet ໄດ້ຂົນສົ່ງຜູ້ໂດຍສານກວ່າ 25,9 ລ້ານຄົນ ດ້ວຍຖ້ຽວບິນ 137,000​ ຖ້ຽວຜ່ານ 145 ເສັ້ນທາງ, ໃນນັ້ນມີ 44 ເສັ້ນທາງຜ່ານພາຍໃນ ແລະ 101 ເສັ້ນທາງສາກົນ. ສາຍການບິນມີປະລິມານຜູ້ໂດຍສານສູງສຸດໃນບັນດາສາຍການບິນຫວຽດນາມ.

VietJet ຍັງປະສົມຜົນສໍາເລັດຕາມເປົ້າໝາຍທີ່ໄດ້ຮັບເຮືອບິນໃໝ່ 10 ລໍາໃນປີ 2024. ຝູງເຮືອບິນທີ່ຂະຫຍາຍໂຕໄດ້ນີ້ດໍາເນີນງານການບັນທຸກສະເລ່ຍ 87% ແລະ ອັດຕາຄວາມໜ້າເຊື່ອຖືດ້ານເຕັກນິກ 99.72%.

ການຂະຫຍາຍສາກົນ ແລະ ຖ້ຽວບິນທໍາອິດຂອງສະຫະລັດ

ຜົນປະກອບການດ້ານທຸລະກິດຂອງສາຍການບິນສະທ້ອນໃຫ້ເຫັນຍຸດທະສາດໃນການຂະຫຍາຍໄປຕ່າງປະເທດ ໃນຂະນະດຽວກັນກໍຮັກສາເຄື່ອຂ່າຍພາຍໃນປະເທດທີ່ໝັ້ນຄົງ. ໃນໄຕມາາດທີ 4 ປີ 2024, VietJet ໄດ້ເປີດຖ້ຽວບິນໂດຍກົງລະຫວ່າງ Da Nang ແລະ Ahmedabad (ອິນເດຍ), ລວມເຖີງລະຫວ່າງ Ha Noi ແລະ Kuala Lumpur (ມາເລເຊຍ). ສາຍການບິນຍັງໄດ້ເພີ່ມຄວາມຖີ່ຂອງການບິນໃນເສັ້ນທາງນະຄອນຫຼວງວຽງຈັນ – ໂຮຈິມິນ, ລວມເຖີງລະຫວ່າງຫວຽດນາມ – ສ.ເກົາຫຼີ, ຍີ່ປຸ່ນ, ແລະອື່ນໆ.

VietJet ໄດ້ລົງນາມໃນສັນຍາຮ່ວມມືກັບ Emirates ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ Dubai (UAE), ເປັນຈຸດໝາຍປາຍທາງໃນທົ່ວໂລກ. ສາຍການບິນຍັງໄດ້ປະກາດເສັ້ນທາງໂດຍກົງໄປຍັງ Hyderabad ແລະ Bangalore (ອິນເດຍ), ແລະໄປ Beijing ແລະ Guangzhou (ຈີນ), ເຊື່ອມໂຍງເຂົ້າກັບສອງຕະຫຼາດທີ່ມີປະຊາກອນທີ່ໜາແໜ້ນ ແລະ ມີທ່າແຮງສູງ.

VietJet ໄດ້ດໍາເນີນຖ້ຽວບິນທໍາອິດຈາກຫວຽດນາມ ໄປ ສະຫະລັດອາເມລິກາ ເຊີ່ງເປັນການພັດທະນາຄັ້ງປະຫວັດສາດ. ໃນລະຫວ່າງການເດີນທາງທີ່ສໍາຄັນນີ້, ສາຍການບິນໄດ້ປຶກສາຫາລືການຮ່ວມມືທີ່ມີມູນຄ່າປະມານ 14 ຕື້ໂດລາສະຫະລັດກັບຄູ່ຮ່ວມມືຍຸດທະສາດຂອງສະຫະລັດອາເມລິກາ. ການສົນທະນາເຫຼົ່ານີ້ປະຕິບັດຕາມຂໍ້ຕົກລົງທີ່ຜ່ານມາກັບ Boeing, GE, CFM, Pratt & Whitney, ແລະ Honeywell, ລວມມູນຄ່າກວ່າ 50 ຕື້ໂດລາສະຫະລັດ. ນອກຈາກນັ້ນ, ສາຍການບິນກໍາລັງຄົ້ນຫາການຮ່ວມມືກັັບ SpaceX ແລະ ຜູ້ໃຫ້ບໍລິການເຕັກໂນໂລຊີດ້ານອິນເຕີເນັດໃນການບິນເພື່ອສະໜັບສະໜູນເຮືອບິນ, ໂດຍນໍາເອົານະວັດຕະກໍາດິຈິຕອນເພື່ອປັບປຸງປະສົບການຂອງລູກຄ້າ.

ກ້າວເຂ້ົາປິ 2025, VietJet ມຸ່ງໝັ້ນຈະຮັກສາຄ່າບຸກເບີກຂອງຕົນໃນການເຊື່ອມຕໍ່ຫວຽດນາມ ກັບໂລກ ຜ່ານເຄື່ອຂ່າຍການບິນສາກົນທີ່ນັບມື້ນັບກວ້າງຂວາງ. ສາຍການບິນມຸ່ງໝັ້ນຕັ້ງໃຈທີ່ຈະໄປເຖີງການເປັນຜູ້ນໍາໜ້າ ໃນດ້ານຄວາມຍືນຍົງ ແລະ ເຕັກໂນໂລຊີ, ປະກອບສ່ວນເຂົ້າໃນການຄ້າ, ການລົງທຶນ, ການແລກປ່ຽນວັດທະນະທໍາທົ່ວໂລກ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່