ເຄື່ອງດື່ມເເອວກໍຮໍ ເປັນສິ່ງທີ່ຂາດບໍ່ໄດ້ໃນການສະເຫຼີມສະຫຼອງ ຫຼື ປາຕີ້ ບໍ່ວ່າຈະເທດສະການໃດໆ ກໍຕ້ອງມີເຄື່ອງດື່ມແອວກໍຮໍ ເພື່ອຊ່ວຍໃຫ້ບັນຍາກາດໃນງານມ່ວນຫຼາຍຂຶ້ນ. ແຕ່ຮູ້ບໍ່ວ່າ ການດື່ມເຄື່ອງດື່ມແອວກໍຮໍໃນປະລິມານທີ່ຫຼາຍ ແລະ ໄວເກີນໄປ ອາດເຮັດໃຫ້ເກີດພາວະແອວກໍຮໍເປັນພິດ ເຊິ່ງມີຄວາມຮຸນແຮງເຖິງຂັ້ນເສຍຊີວິດໄດ້.

ມາເບິ່ງອາການ ແລະ ສັນຍານເຕືອນ ຂອງແອວກໍຮໍເປັນພິດ ທີ່ຕ້ອງຮູ້ໄວ້ເພື່ອປ້ອງກັນ ບໍ່ສະນັ້ນອາດເປັນອັນຕະລາຍຕໍ່ໂຕຂອງທ່ານໄດ້.
- ເລີ່ມກະວົນກະວາຍ ສັບສົນ ເວົ້າບໍ່ຮູ້ເລື່ອງ
- ບໍ່ສາມາດຊົງໂຕໄດ້ (ຍ່າງເຊ)
- ນອນຫຼາຍກວ່າປົກກະຕິ
- ຮູ້ສຶກໂຕແຕ່ບໍ່ສາມາດຕອບສະໜອງໄດ້
- ຮາກຫຼາຍ
- ຫາຍໃຈຊ້າລົງ ຫົວໃຈເຕັ້ນໄວກວ່າປົກກະຕິ
ຫາກວ່າມີອາການເຫຼົ່ານີ້ໃນຂະນະທີ່ດື່ມຢູ່ ຄວນຢຸດດື່ມແອວກໍຮໍທັນທີ ຄວນພັກຜ່ອນໃຫ້ດີຂຶ້ນ ຫຼື ຖ້າຮຸນແຮງກໍຄວນໄປຫາໝໍ. ນອກນັ້ນ, ອົງການອະນາໄມໂລກ World Health Organization (WHO) ຍັງໄດ້ອອກມາເຕືອນອີກວ່າ ການດື່ມແອວກໍຮໍສາ ມາດເຮັດໃຫ້ເສຍຊີວິດໄດ້ ແລະ ຍັງສົ່ງຜົນຮ້າຍຕໍ່ຄອບຄົວ, ການດື່ມແອວກໍຮໍໃຫ້ໜ້ອຍລົງ ຫຼື ຢຸດການດື່ມເລີຍ ຈະເປັນການດີຕໍ່ສຸຂະພາບຂອງໂຕທ່ານເອງ.