ສັນຍານເຕືອນ! ຄວນຢຸດ ການດື່ມແອວກໍຮໍ

ເຄື່ອງດື່ມເເອວກໍຮໍ ເປັນສິ່ງທີ່ຂາດບໍ່ໄດ້ໃນການສະເຫຼີມສະຫຼອງ ຫຼື ປາຕີ້ ບໍ່ວ່າຈະເທດສະການໃດໆ ກໍຕ້ອງມີເຄື່ອງດື່ມແອວກໍຮໍ ເພື່ອຊ່ວຍໃຫ້ບັນຍາກາດໃນງານມ່ວນຫຼາຍຂຶ້ນ. ແຕ່ຮູ້ບໍ່ວ່າ ການດື່ມເຄື່ອງດື່ມແອວກໍຮໍໃນປະລິມານທີ່ຫຼາຍ ແລະ ໄວເກີນໄປ ອາດເຮັດໃຫ້ເກີດພາວະແອວກໍຮໍເປັນພິດ ເຊິ່ງມີຄວາມຮຸນແຮງເຖິງຂັ້ນເສຍຊີວິດໄດ້.

ມາເບິ່ງອາການ ແລະ ສັນຍານເຕືອນ ຂອງແອວກໍຮໍເປັນພິດ ທີ່ຕ້ອງຮູ້ໄວ້ເພື່ອປ້ອງກັນ ບໍ່ສະນັ້ນອາດເປັນອັນຕະລາຍຕໍ່ໂຕຂອງທ່ານໄດ້.

  • ເລີ່ມກະວົນກະວາຍ ສັບສົນ ເວົ້າບໍ່ຮູ້ເລື່ອງ
  • ບໍ່ສາມາດຊົງໂຕໄດ້ (ຍ່າງເຊ)
  • ນອນຫຼາຍກວ່າປົກກະຕິ
  • ຮູ້ສຶກໂຕແຕ່ບໍ່ສາມາດຕອບສະໜອງໄດ້
  • ຮາກຫຼາຍ
  • ຫາຍໃຈຊ້າລົງ ຫົວໃຈເຕັ້ນໄວກວ່າປົກກະຕິ

ຫາກວ່າມີອາການເຫຼົ່ານີ້ໃນຂະນະທີ່ດື່ມຢູ່ ຄວນຢຸດດື່ມແອວກໍຮໍທັນທີ ຄວນພັກຜ່ອນໃຫ້ດີຂຶ້ນ ຫຼື ຖ້າຮຸນແຮງກໍຄວນໄປຫາໝໍ. ນອກນັ້ນ, ອົງການອະນາໄມໂລກ World Health Organization (WHO) ຍັງໄດ້ອອກມາເຕືອນອີກວ່າ ການດື່ມແອວກໍຮໍສາ ມາດເຮັດໃຫ້ເສຍຊີວິດໄດ້ ແລະ ຍັງສົ່ງຜົນຮ້າຍຕໍ່ຄອບຄົວ, ການດື່ມແອວກໍຮໍໃຫ້ໜ້ອຍລົງ ຫຼື ຢຸດການດື່ມເລີຍ ຈະເປັນການດີຕໍ່ສຸຂະພາບຂອງໂຕທ່ານເອງ.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.