ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ແລ້ວເປັນຫຍັງຈຶ່ງຕ້ອງອານຸລັກ? ທ່ານນາງ ສຸວິຕາ ປະເສີດ, ປະທານສະມາຄົມຫັດຖະກຳລາວ ກ່າວວ່າ: ມີຄະຕິເຕືອນໃຈໜຶ່ງ ທີ່ເວົ້າວ່າ “ຮັກວັດທະນະທໍາ ແມ່ນຮັກຊາດ”. ເຄື່ອງນຸ່ງ, ເຄື່ອງປະດັບ, ເຄື່ອງໃຊ້ສອຍຕ່າງໆ ຂອງຄົນໃນຊາດໜຶ່ງໆ ລ້ວນແຕ່ສະແດງໃຫ້ເຫັນເຖິງວັດທະນະທໍາຂອງຊາດນັ້ນໆ, ການສັງເກດເບິ່ງການນຸ່ງຖື ຈະເຮັດໃຫ້ເຮົາຮູ້ວ່າ ແມ່ນຄົນຊາດໃດ. ດັ່ງນັ້ນ ການອານຸລັກ “ຜ້າໄໝລາວ” ກໍແມ່ນແງ່ໜຶ່ງຂອງການອະນຸລັກວັດທະນະທໍາຂອງຊາດ ແມ່ນການຮັກສາຊາດ.
ຕົວຢ່າງ: ຢູ່ບ່ອນໃດ ມີເຮືອນຮ້ານ, ກິນເຂົ້າໜຽວ, ເປົ່າແຄນ, ແມ່ຍິງນຸ່ງສິ້ນ…ຢູ່ທີ່ນັ້ນແມ່ນຄົນລາວ, ແຜ່ນດິນລາວ.

ເມື່ອເວົ້າເຖິງການປ່ຽນແປງ ແລະ ການປະຍຸກເຄື່ອງນຸ່ງທີ່ໄດ້ນຳໃຊ້ຜ້າໄໝລາວ ມາໃນຍຸກປັດຈຸບັນຂອງນັກອອກແບບລຸ້ນໃໝ່ເປັນແນວໃດ?
ທ່ານນາງ ສຸວິຕາ ບອກວ່າ: ໃນນາມສ່ວນຕົວແລ້ວ ນັບແຕ່ດັ້ງເດີມມາ ການນຸ່ງຫົ່ມແມ່ນເພື່ອປົກປ້ອງເຮືອນກາຍໃຫ້ຄົງຢູ່ກັບຄວາມສວຍງາມ, ເປັນຕາໜ້າຮັກ, ເປັນມົນສະເໜ່, ເປັນວັດທະນະທຳອັນຈົບງາມຂອງແມ່ຍິງ ສປປ ລາວ ເຮົາ, ຈຶ່ງດຳລົງຢູ່ດ້ວຍຄວາມສະຫງົບຮົ່ມເຢັນໃນສັນຕິພາບ ແລະ ຄົນບູຮານເຄີຍສອນໄວ້ວ່າ: “ລູກເອີຍ! ອັນວ່າລູກຍິງຈົ່ງດຳລົງຊີວິດຢ່າງຄ່ຽມຄົມ (ເຮືອນບູຮານເຮັດດ້ວຍໄມ້ພື້ນແປ້ນ) ຄ່ອຍຍ່າງຄອຍເດີນກ້າວບໍ່ໃຫ້ສຽງຕີນ “ດັງທຶມໆ” ຄືດັງຢຽບຫົວແມ່ທໍລະນີ, ເປັນແມ່ຍ່າແມ່ຍິງໃຫ້ຮັກສາ “ເຮືອນ 3 ນ້ຳ 4” ເດີ້ລູກເດີ້.
ສຳລັບ ການນໍາໃຊ້ຜ້າໄໝລາວ ໃນການອອກແບບເຄື່ອງນຸ່ງຫົ່ມແບບປະຍຸກ ມີທັງຂໍ້ດີ ແລະ ຂໍ້ເສຍເປັນຕົ້ນແມ່ນ: ເມື່ອມີການນໍາໃຊ້ຜ້າໄໝລາວຢ່າງກວ້າງຂວາງ ມັນກໍເປັນການສົ່ງເສີມ ການຜະລິດຫັດຖະກໍາ, ການຕໍ່າຫູກ ໃນລະດັບທ້ອງຖິ່ນ ຢ່າງກວ້າງຂວາງ, ປະຊາຊົນມີວຽກເຮັດງານທໍາ ແລະ ມີລາຍຮັບເພີ່ມຂຶ້ນ.

ນອກຈາກນີ້ ຍັງເປັນການເຜີຍແຜ່ວັດທະນາທຳ ຮີດຄອງປະເພນີ ສີໄມ້ລາຍມືດ້ານຫັດຖະກຳຕ່ຳແຜນ ແລະ ຂະແໜງຕ່າງໆ ທີ່ປິ່ນອ້ອມ ເພີ່ມມູນຄ່າດ້ວຍການອອກແບບເປັນແຟຊັນ, ສາມາດເປັນ soft power ໂຄສະນາໃຫ້ນັກທ່ອງທ່ຽວຮູ້ຈັກປະເທດເຮົາຫຼາຍຂຶ້ນ.
ການອອກແບບປະຍຸກທີ່ທັນສະໄໝສວຍງາມ ແລະ ມີຄຸນນະພາບ ກໍຈະດຶງດູດໃຫ້ສັງຄົມທັງພາຍໃນ ແລະ ຕ່າງປະເທດ ຫັນມານິຍົມຊົມໃຊ້ ສາມາດກະຕຸ້ນເສດຖະກິດດີຂຶ້ນ.

ຈະເຮັດແນວໃດ ຈຶ່ງຈະເຜີຍແຜ່ເອກະລັກຂອງຜ້າໄໝລາວໃຫ້ຊາວໂລກໄດ້ຮັບຮູ້ ຜ່ານນັກອອກແບບລຸ້ນໃໝ່ ໂດຍທີ່ບໍ່ຂັດກັບເອກະລັກທີ່ຄົນສະໄໝກ່ອນຮັກສາໄວ້?
ທ່ານນາງ ວິສຸຕາ ມີຄຳເຫັນວ່າ: “ສົມຄວນຍົກລະດັບວຽກຜ້າໄໝລາວ” ກາຍເປັນບູລິມະສິດ ຊຶ່ງຕິດພັນກັນກັບການຈັດຕັ້ງພາກສ່ວນກ່ຽວຂ້ອງ ທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມຕ່າງໆ ຄວນໃຫ້ຄວາມສໍາຄັນແກ່ ການຈັດຕັ້ງງານວາງສະແດງ (Expo / Exhibition) ຢູ່ພາຍໃນ ແລະ ຕ່າງປະເທດເລື້ອຍໆ.
ຈັດງານເດີນແບບເຄື່ອງນຸ່ງ (Fashion Show) ຢູ່ພາຍໃນ ແລະ ຕ່າງປະເທດ ກໍຍິ່ງມີຄວາມສໍາຄັນ, ຜູ້ອອກແບບງານ / ຄວບຄຸມແນວຄວາມຄິດຂອງງານ (Themes) ຂອງງານວາງສະແດງສິນຄ້າຫັດຖະກໍາຜ້າໄໝ ແລະ ງານເດີນແບບ ແມ່ນມີຄວາມສໍາຄັນ ມີອິດທິພົນ ໃນການຊີ້ນໍາ ຫຼື ກໍານົດ ໃຫ້ນັກອອກແບບ ທັງລຸ່ນເກົ່າ ແລະ ລຸ່ນໃໝ່ ຕ້ອງປະຕິບັດຕາມ.

ໝາຍຄວາມວ່າ ການອອກແບບເຄື່ອງນຸ່ງ ຈະຂັດກັບເອກະລັກທີ່ຄົນສະໄໝກ່ອນຮັກສາໄວ້ ຫຼື ບໍ່ນັ້ນ ແມ່ນຂຶ້ນກັບຜູ້ອອກແບບ ແລະ ຄວບຄຸມເນື້ອໃນຂອງງານ, ເຊັ່ນຕົວຢ່າງ ທີ່ສະມາຄົມຫັດຖະກໍາລາວ ຮ່ວມກັບຄະນະຄອບຄົວການນໍາ ພັກ-ລັດ ໄດ້ປະຕິບັດຜ່ານມາ, ໃນງານມະຫາກໍາສີມືຫັດຖະກໍາ ພວກເຮົາໄດ້ຈັດໃຫ້ມີ ງານເດີນແບບເຄື່ອງນຸ່ງ ພາຍໃຕ້ຫົວຂໍ້: “ງານເດີນແບບອາພອນບັນດາເຜົ່າເພື່ອການກຸສົນ” ຈຸດເດັ່ນ ຫຼື ໄຮໄລ້ (Highlight) ຂອງງານແມ່ນສະແດງເຖິງ ການນຸ່ງຖື ຂອງເຜົ່າຕ່າງໆ ໃນທົ່ວປະເທດ. ນາງແບບ/ນາຍແບບ ທັງຄົນລາວ ແລະ ຕ່າງປະເທດ ກໍຈະຕ້ອງໄດ້ປະຕິບັດຕາມຂໍ້ບັງຄັບນັ້ນ ກໍຄືຈະໄດ້ ຈັດຫາ-ຊອກຫາ ເຄື່ອງນຸ່ງຂອງຊົນເຜົ່າ ຕາມຫົວຂໍ້ຂອງງານ.
ຖ້າເຮົາມີຈຸດປະສົງຢາກສົ່ງເສີມການນຸ່ງຖື ສະເພາະຜ້າໄໝລາວແລ້ວ ຜູ້ຈັດງານ ເຈົ້າຂອງງານວາງສະແດງ ຫຼື ງານເດີນແບບເຄື່ອງນຸ່ງ ກໍຈະກໍານົດຫົວຂໍ້ຂອງງານໃຫ້ເໝາະສົມ.
ທ່ານນາງ ສຸວິຕາ ກ່າວຕື່ມອີກວ່າ: ການຫັນກັບຄືນມາສູ່ທຳມະຊາດດັ້ງເດີມ ໃນຄວາມເປັນຈິງເອົາຄວາມຈິງມາສູ່ຄອບຄົວຕົນເອງແຕ່ລະທ່ານຈຶ່ງຈະກະຕຸ້ນໃຫ້ນັກອອກແບບລຸ້ນໃໝ່ປະສານໃຈ ແລະ ປະຕິບັດຂອງການອະນຸລັກຢ່າງພໍໃຈ, ການອອກແບບເຄື່ອງນຸ່ງແບບປະຍຸກ ຫຼື ແບບພື້ນເມືອງ ກໍດີ ຜູ້ທີ່ສວມໃສ່ ແລະ ນັກອອກແບບ ຕ້ອງໄດ້ຄຳນຶງເຖິງການອະນຸລັກຮັກສາຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດເປັນຫຼັກ, ຖ້າການອອກແບບເຄື່ອງນຸ່ງຖື ທີ່ມີຄຸນຄ່າທາງດ້ານວັດທະນະທໍາອັນດີງາມຂອງຊາດ ກໍຍິ່ງເປັນການໃຫ້ຄວາມສໍາຄັນ ແລະ ເປັນການເພີ່ມຄຸນຄ່າໃຫ້ແກ່ຜ້າໄໝລາວ.

ດ້ານ ພອນປະເສີດ ຄູນພູວົງ ຫຼື ຕ້ຳ, ນັກອອກແບບໜຸ່ມນ້ອຍຂອງລາວ ທີ່ມີຜົນງານການອອກແບບເຄື່ອງນຸ່ງທີ່ໃຊ້ແຜ່ນແພຜ້າໄໝລາວ ບອກວ່າ: ຄວາມງາມຂອງ ແຜ່ນແພລາວ ຫຼື ລວດລາຍລາວ ມັນມີເອກະລັກສະເພາະທີ່ໂດດເດັ່ນ ແລະ ເປັນຄວາມອຸດົມສົມບຸນທາງການຄົ້ນຄິດລະອຽດອອ່ນຫຼາຍຈາກລຸ້ນສູ່ລຸ້ນຄົນ.

ໃນນາມນັກອອກແບບໜຸ່ມນ້ອຍ ເວລາຈະໃຊ້ງານຕົວຈິງຈາກແຜ່ນແພລາຍລາວ ແມ່ນຕ້ອງຄຳນຶງເຖິງ ຄວາມລະອຽດຂອງລາຍທີ່ຈະມານຳໃຊ້ ໃຫ້ເກີດການໃຊ້ໄດ້ໃນຊີວິດປະຈຳວັນ ໃຫ້ແທດເໝາະກັບສະຖານະການສັງຄົມປັດຈຸບັນ. ເຮົາມັກຈະໃຊ້ ຄຳວ່າ: (ຄວາມທັນສະໄໜ ແຕ່ແຝງໄປດ້ວຍກິ່ນອາຍຂອງຄວາມເປັນລາວ) ເພື່ອໃຫ້ຊາວຕ່າງຊາດໄດ້ຮັບຮູ້ເຖິງຄຸນຄ່າຂອງຜ້າໄໝລາວ.




