Monday, November 10, 2025
Kbank Laos โอน รับ จ่าย

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

“ພະທາດແມວສີ” ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ ເປັນພຣະທາດດວງໜຶ່ງທີ່ມີເກົ່າແກ່, ສັກສິດ ແລະ ມີຊື່ສຽງມາຕັ້ງແຕ່ດົນນານ ຄາດວ່າສ້າງມາແລ້ວຫຼາຍ 100 ປີ ຫຼື ຫຼາຍອາຍຸຊົ່ວຄົນ ເຊິ່ງໄດ້ຮັບການກໍ່ສ້າງ ແລະ ປະຕິສັງຂອນຂຶ້ນໃໝ່ ຈໍານວນ 5 ຄັ້ງຄື: ຄັ້ງທີ I ປີ ຄສ 1913, ຄັ້ງທີ II ປີ ຄສ 1972, ຄັ້ງທີ III ປີ ຄສ 1991, ຄັ້ງທີ IV ປີ ຄສ 1998 ແລະ ຄັ້ງທີ V ປີ ຄສ 2023.

ພາບຈາກ: YOUTTASATH

ປະຫວັດຄວາມເປັນມາຂອງ “ພຣະທາດແມວສີ”

“ພຣະທາດແມວສີ” ຊື່ເປັນພາສາບາລີ ເອີ້ນວ່າ “ມັດຊາລີກະເສລະປັບພັຕຕາທາດ” ເມື່ອສ້າງພຣະທາດຫຼວງຈອມຍອງ (ເມືອງຍອງ ສະຫະພາບມຽນມາໃນປະຈຸບັນ) ແລ້ວ ພຣະອໍລະຫັນຕາເຈົ້າ ໄດ້ນໍາເອົາ ພຣະບາຣົມມະສາຣິຂະທາດ ແລ້ວໄດ້ແຍກ ອອກເປັນ 8 ສ່ວນ ໄດ້ມີສ່ວນກະດູກໜ້າເເຂ່ງ ແລະ ຂໍ້ພຣະບາດຂວາຂອງພຣະພຸດທະເຈົ້າ ມາປະດິດສະຖານ ຢູ່ພຣະທາດແມວສີແຫ່ງນີ້ ໄວ້ໃຫ້ເປັນທີ່ກາບໄຫວ້, ສັກກະລະບູຊາແກ່ຄົນ ແລະ ເທວະດາທັງຫຼາຍ; ພຣະອໍລະຫັນຕາເຈົ້າໄດ້ກ່າວວ່າ: ດູລາມະຫາລາດທັງຫຼາຍ ເມື່ອພຣະພຸດທະເຈົ້າຈາຣິກທາງລິດ ມາຮອດ ດອຍຜາແມວ ຕັ້ງຢູ່ສົບແມ່ນ້ຳມະຫິນະທີຟາກແມ່ນ້ຳຂອງ (ເບື້ອງລາວ);

ພາບຈາກ: YOUTTASATH

ຕາມຕໍານານເລົ່າຂານພຣະພຸດທະເຈົ້າໄດ້ທຳນາຍໄວ້ວ່າ: ເຄີຍມີພະໂພທິສັດອົງໜຶ່ງມາເກີດເປັນແມວຄໍາ ອາໃສ່ຢູ່ໃນດອຍແຫ່ງນີ້ເອີ້ນວ່າດອຍຜາແມວ ເຊິ່ງເປັນດອຍສັກສິດ ຈິ່ງຂໍເມດຕາມະຫາລາດທັງຫຼາຍຮັບເອົາບຸນ; ເຈົ້າພຣະຍາສຸລັງຄະວຸດທິ ເປັນຜູ້ທີ່ມີໃຈສັດທາໃນພະພຸດທະສາດສະໜາ ແລະ ເສນາທັງຫຼາຍ ກໍຮັບສາທຸເອົາບຸນ ໃຫ້ແສນອາດບ້ານຟ້າໃຕ້, ຫມາຍມີໝື່ນອະລິນບ້ານທອງ ຕັ້ງດອຍລູກນີ້ເອີ້ນຊື່ວ່າ: ມັດຊາລີກະເສລະປັບພັຕຕາທາດ ຫຼື ດອຍຜາແມວ ແລະ ໄດ້ໃສ່ຊື່ວ່າພຣະທາດແມວສີຕາບເຖິງບັດນີ້ “ຕໍານານການກໍ່ສ້າງມີດັ່ງນີ້”

ພາບຈາກ: YOUTTASATH

ຊາວເມືອງໃນຄະນະນັ້ນໄດ້ກໍ່ມາພ້ອມກັນສ້າງເຈດີຍະທາດກໍເອົາກັນຂຸດລົງເລິກ 12 ສອກແລ້ວເອົາຜ້າສັງຄາຕິປູລົງໄວ້ໃນແລ້ວຈຶ່ງເອົາກະດູກຂໍ້ຕີນຂວາຂອງພຣະພຸດທະເຈົ້າໃສ່ໃນກະອູບໄມ້ຮວກ, ໃສ່ໄວ້ໃນໄມ້ຈັນ, ຈຶ່ງເອົາອຽງໄມ່ຈັນເຂົ້າໃສ່ກະອູບເງີນເຂົ້າໃສ່ໃນກະອູບຄຳເຂົ້າໃສ່ໃນກະອູບຈີນ (ໝໍ້ດິນເຜົາ) ຈຶ່ງຝັງໄວ້ກາງມົນທົນ “ຈາກການຄາດເດົາເຈົ້າພະຍາສຸລັງຄະວຸດທິສ້າງພຣະທາດຈອມຍອງແລ້ວເສັດສິ້ນໃນປີ ພ.ສ 1950 ແລ້ວສັ່ງຄົນມາສ້າງພຣະທາດແມວສີກໍຄົງຈະຢູ່ໄລ່ເລ່ຍກັນບໍ່ຫຼາຍຄາດວ່າອາຍຸພຣະທາດແມວສີຢູ່ທີ່ 600 ກວ່າປີ”.

ພາບຈາກ: YOUTTASATH

ຈາກນັ້ນພຣະທາດແມວສີໄດ້ຖືກສ້ອມແປງໂດຍ ພຣະປີ່ຫຼວງກັນໄຈປ່າບົງ ສັງຄະລາດເມືອງຍອງ ຫຼື ພຣະປີ່ຫຼວງປ່າບົງ (ມີຫຼັກສືລາຈາລຶກໄວ້) ພ້ອມທັ້ງຊາວເມືອງສະ (ສປປລາວ) ແລະ ເມືອງຍອງ (ປະເທດມຽນມາ) ສ້ອມແຊມໃນປີ ຄ.ສ 2457 ຈາກນັ້ນມາພຣະທາດກໍລົ້ມຕາມການເວລາອັນຍາວນານໂດຍບໍ່ມີຄົນຊາບເຖິງປີ ພ.ສ ທີ່ພຣະທາດລົ້ມເລີຍ ຈາກນັ້ນກໍ່ໄດ້ຖືກກໍ່ສ້າງ ແລະ ປະຕິສັງຂອນ ຄັ້ງທີ II ປີ ຄສ 1972, ຄັ້ງທີ III ປີ ຄສ 1991, ຄັ້ງທີ IV ປີ ຄສ 1998 ແລະ ຄັ້ງທີ V ປີ ຄສ 2023. ປີ ພ.ສ 2563 ຊາວບ້ານເມືອງສະໄດ້ມານິມົນທ່ານເຈົ້າສາທຸອິນທະນິນໃຫ້ຈາລິກນໍາຂະບວນສັດທາທັ້ງຫຼາຍໄປທຳການບູລະນະພຣະທາດແມວສີໃຫ້ຄົງສະພາບເກົ່າທ່ານສາທຸເຈົ້າຈຶງຮັບນິມົນສ້າງພຣະທາດແມວສີແຫ່ງນີ້ໄວ້ສືບສ້າງສາສະນາຕໍ່ໄປ ສາທຸອິນທະນິນ ໄດ້ເລີ່ມບູລະນະສ້າງ 17 ມັງກອນ ປີ 2023 ແລ້ວເສັດ ທີ່ 5 ເມສາ 2023 ໂດຍໄດ້ສ້າງ

  1. ຊ່ອມແຊມພະທາດແມວສີ
  2. ເສັ້ນທາງ 10 ກິໂລແມດ ຂຶ້ນພະທາດ
  3. ທາງຄອນກີດຂຶ້ນ ຈາກລານຈອດລົດຫາອົງພະທາດ
  4. ຫ້ອງນ້ຳ
  5. ສາລາບຳເພັນບຸນ 1 ຫລັງ
  6. ອ່າງເກັບນ້ຳ
  7. ເທກັນເຈື່ອນອ້ອມທາດ

ໂດຍ: ອຸທາ ພົນທາວີ

ພາບຈາກ: YOUTTASATH

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.