ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ… ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.

ສະພາບແວດລ້ອມໃນລະດູຝົນມີຫຼາຍສິ່ງອຳນວຍໃຫ້ເຊື້ອພະຍາດແຜ່ຂະຫຍາຍໄດ້ໄວເຊັ່ນ: ຄວາມຊຸ່ມຊື່ນສູງ ເຮັດໃຫ້ ເຊື້ອແບັກທີເຣັຍ, ເຊື້ອໄວຣັສ ແລະ ເຊື້ອລາຢູ່ໄດ້ດົນກວ່າປົກກະຕິ, ເມື່ອຝົນຕົກຫຼາຍຈະມີນ້ຳຂັງ ເຊິ່ງເປັນແຫຼ່ງແຜ່ພັນຂອງຍຸງ ແລະ ໜອນນໍ້າຕ່າງໆ ອາດຈະລວມໄປເຖິງການລ້ຽງສັດ, ການກິນດື່ມບໍ່ສະອາດ ຖ້າບໍ່ລະມັດລະວັງໃຫ້ດີກໍສ່ຽງເປັນພະຍາດຕ່າງໆຕາມມາເຊັ່ນ:

1/ ພະຍາດໄຂ້ຍຸງ: ເປັນພະຍາດທີ່ແຜ່ຫຼາຍໃນລະດູຝົນ ສາເຫດຫຼັກກໍແມ່ນມາຈາກການຖືກຍຸງທີ່ມີເຊື້ອພະຍາດກັດ, ອາການເບື້ອງຕົ້ນແມ່ນມີໄຂ້ສູງກະທັນຫັນ, ປວດຫົວ, ປວດກ້າມເນື້ອ ຫຼື ມີຜື່ນຂຶ້ນທີ່ຜິວໜັງໄດ້.
ວິທີປ້ອງກັນ:
- ກຳຈັດບ່ອນທີ່ມີນ້ຳຂັງອ້ອມເຮືອນ
- ໃຊ້ຢາສີດກັນຍຸງ
- ໃສ່ໂສ້ງ-ເສື້ອແຂນຍາວ ໂດຍສະເພາະໃນເວລາຕອນແລງ

2/ ພະຍາດໄຂ້ຫວັດ ແລະ ໄຂ້ຫວັດໃຫຍ່: ອາກາດທີ່ປ່ຽນແປງຢ່າງກະທັນຫັນເຮັດໃຫ້ຮ່າງກາຍປັບຕົວບໍ່ທັນ ຈຶ່ງເປັນໄຂ້ຫວັດໄດ້ງ່າຍ ເຊິ່ງອາການເບື້ອງຕົ້ນກໍແມ່ນ ມີໄຂ້, ໄອ, ນ້ຳມູກໄຫຼ, ເຈັບຄໍ
ວິທີປ້ອງກັນ:
- ດູແລຮັກສາຄວາມອົບອຸ່ນໃຫ້ຮ່າງກາຍສະເໝີ
- ກິນອາຫານທີ່ມີວິຕາມິນ C ສູງ
- ບໍ່ຕາກຝົນຖ້າບໍ່ຈຳເປັນ

3/ ພະຍາດຖອກທ້ອງ ແລະ ອາຫານເປັນພິດ: ນ້ຳ ແລະ ອາຫານທີ່ປົນເປື້ອນເຊື້ອພະຍາດເປັນສາເຫດຫຼັກຂອງພະຍາດຖອກທ້ອງ ແລະ ພາໃຫ້ອາຫານເປັນຜິດໄດ້ ອາດຈະມີອາການຖ່າຍເປັນນ້ຳ, ວິນຫົວ, ປວດຮາກ, ເບື່ອອາຫານ…
ວິທີປ້ອງກັນ:
- ດື່ມນ້ຳສະອາດທີ່ຕົ້ມສຸກແລ້ວ
- ກິນອາຫານທີ່ປຸ່ງແຕ່ງສຸກ
- ລ້າງມືເລື້ອຍໆ
- ງົດອາຫານຄ້າງຄືນທີ່ສ່ຽງ
4/ ພະຍາດຜິວໜັງ: ຄົນທີ່ເປັນພູມແພ້ຢູ່ແລ້ວຍິ່ງອັນຕະລາຍຊ່ວງນີ້ ເພາະຄວາມຊຸ່ມຊື່ນສູງເຮັດໃຫ້ເກີດເຊື້ອລາຢູ່ຜິວໜັງໄດ້ງ່າຍ ອາດຈະເຮັດໃຫ້ມີຜື່ນແດງ, ຄັນ ເປັນຕຸ່ມຕາມຕົນໂຕ.
ວິທີປ້ອງກັນ:
- ໝັ່ນທຳຄວາມສະອາດຕົນໂຕໃຫ້ແຫ້ງຢູ່ສະເໝີ
- ໃສ່ເສື້ອຜ້າທີ່ລະບາຍລົມໄດ້ດີ
- ຫຼີກລ້ຽງການໃສ່ເສື້ອຜ້າທີ່ປຽກອັບເປັນເວລາດົນ
ນອກຈາກນີ້ກໍຍັງມີຫຼາຍພະຍາດທີ່ອາດຈະເກີດຂຶ້ນໄດ້ ສະນ້ັນ, ຕ້ອງໝັ່ນເອົາໃຈໃສ່ເບິ່ງແຍງສຸຂະອະນາໄມຂອງຕົນເອງ, ເຮືອນຊານ ອາຫານການກິນໃຫ້ດີ ເພື່ອຈະປອດໄພ ແລະ ມີຄວາມສຸກໃນຊ່ວງລະດູຝົນນີ້.