ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພະບາງ

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພຣະບາງ ຕັ້ງຢູ່ໃນບ້ານຂອງຊ່າງປັ້ນໝໍ້, ແຄມນ້ຳຄານ ແລະ ເປັນວັດທີ່ ເພິ່ນບໍ່ຮູ້ຈັກມື້ສ້າງຄັກແນ່, ແຕ່ມີລັກສະນະ ໃກ້ຄຽງກັບວັດ ໃນສະຕະວັດທີ XVIII ແລະ XIX.

ຮູບນີ້ແມ່ນສິມເກົ່າ ປັດຈຸບັນນີ້ແມ່ນໄດ້ຖືກແທນດ້ວຍສິມຫຼັງໃໝ່ແລ້ວ

ເປັນວັດແບບທຳມະດາ, ມີຫ້ອງ ແລະ ເຊຍດ່ຽວ, ວັດນີ້ຖືກເປ່ເພ ໃນປີ ຄສ 1948. ສິມຂອງວັດຖືກສ້າງຄືນໃຫມ່ ໃນປີ ຄໍສໍ 1951 ແລະ ໄດ້ຕໍ່ເຕີມໃຫ້ໃຫຍ່ອອກ ດ້ວຍການສ້າງສອງລະບຽງ ດ້ານຂ້າງໃສ່ຕື່ມ. ຈຸດສົນໃຈຂອງສິມຂອງວັນແຫ່ງນີ້ ແມ່ນຢູ່ທີ່ແທນ ພຣະປະທານ ເຊິ່ງມີລັກສະນະ ເປັນຫໍຜາສາດແກ້ວ ທີ່ເປັນບ່ອນປະດິດສະຖານ ບັນດາພຣະພຸທທະຮູບ ເຊິ່ງໃນນັ້ນ ເປັນພະພຸທທະຮູບ ປາງຊົງເຄື່ອງ ຊື່ໃນປາງ “ຊີ້ທໍລະນີເປັນພະຍານ“ ຕາມຂໍ້ມູນທ້ອງຖິ່ນເວົ້າວ່າ ພຣະພຸດທະຮູບ ສອງອົງນີ້ ອາດເອົາມາຈາກເມືອງຢູ່ໃກ້ໆ ເຂດຊາຍແດນ ລາວ-ຫວຽດນາມ.


ວັດພັນຫຼວງແຫ່ງນີ້ ຍັງມີພຣະພຸທທະຮູບອີກອົງຫນຶ່ງທີ່ຜູ້ຄົນເຄົາລົບນັບຖື ນັ້ນກໍ່ຄື ພຣະສີລາ ຕາມການເລົ່າຂອງຜູ້ເຖົ້າຜູ້ແກ່ເພິ່ນເລົ່າວ່າ ພຣະສີລານີ້ແຕ່ກ່ອນແມ່ນຝັງຢູ່ພິ້ນດິນໂດຍທາງຫນ້າຂອງພຣະພຸທທະຮູບແມ່ນຝັງດິນ ໂດຍປິ່ນຫລັງຂຶ້ນມາເທິງພື້ນດິນ ໃນຫມູ່ບ້ານຂອງລາວກາງ ແຕ່ເຂົາເຈົ້າກໍ່ເອົາດ້ານຫລັງຂອງພຣະອົງນີ້ເປັນທີ່ຝົນມິດແລະພ້າ ຕໍ່ມາເກີດມີຟ້າຝົນພະຍຸເຂົ້າເຮັດໃຫ້ດິນເສາະເຈື່ອນ ຈົນເຮັດໃຫ້ພຣະອົງນີ້ໄຫລກິ້ງລົງຈາກຫມູ່ບ້ານແຫ່ງນັ້ນ ແລະໄຫລມາຕົກທີ່ນ້ຳຄານ ໄຫລມາຢຸດຢູ່ແຖວທ່າປ່າເຝືອນ ( ຊື່ທ່າປ່ເຝືອນກໍ່ໄດ້ມາຈາກພຣະອົງນີ້) ຍ້ອນໄຫລມາຢູ່ທ່ານ້ຳແຫ່ງນີ້ ເຮັດໃຫ້ນ້ຳຄານໄຫລເຝືອຍຂຶ້ນມາ ຈຶ່ງເອິ້ນທ່ານີ້ວ່າ ທ່າປ່າເຝືອນ ຈາກນັ້ນບັນດາ ຜູ້ເຖົ້າຜູ້ແກ່ ຂອງບ້ານ ອາຮາມ ວິຊຸນ ແລະອາໄພ ກໍ່ມາອະຣາດທະນານິມົນເພິ່ນຂຶ້ນຈາກນ້ຳແຕ່ກໍ່ບໍ່ສາມາດຍົກຂຶ້ນໄດ້ ຈົນເຖົ້າແກ່ບ້ານພັນຫລວງມາເຮັດພິທີອະຣາດທະນາພຣະສິລາອົງນີ້ ຈຶ່ງຍົກຂຶ້ນແບບເບົາໂຍ່ງແບບອັດສະຈັນ ຈາກນັ້ນພຣະສິລາອົງນີ້ກໍ່ປະດິດສະຖານຢູ່ທີ່ວັດພັນຫຼວງມາຈົນຮອດປັດຈຸບັນນິ້ (ສ່ວນປີໃດນັ້ນ ແມ່ນບໍ່ມີຂໍ້ມູນ)

ທີ່ມາ: ລາວ Temple

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...