“ອູບໝ່ານ” ວັດຊຽງທອງ ໃນໄລຍະປີ ຄສ.1940

ນີ້ແມ່ນອູບທີ່ມີລັກສະນະໂຄງສ້າງຮູບຮ່າງແບບນິຍົມສ້າງໃນພະມ້າ ແຕ່ມີຍອດແບບລາວ ຄົນທັງຫຼາຍທີ່ເປັນຄົນພື້ນເມືອງຈຶ່ງເອີ້ນວ່າ “ອູບໝ່ານ” ( ຄົນທ້ອງຖິ່ນເອີ້ນຄົນພະມ້າໃນເມື່ອກ່ອນວ່າໝ່ານ ) ເມື່ອມີການຄົ້ນພົບພຣະເຈົ້າແບບຫ້າມຍາດ ທີ່ຢູ່ໃນອູບໝ່ານນີ້ ຈຶ່ງໃສ່ຊື່ວ່າ “ພຣະໝ່ານ” ຈົນມາຮອດທຸກມື້ນີ້.

ລັກສະນະພຸດທະສິລະປະພຣະເຈົ້າໝ່ານນັ້ນ, ກໍເປັນພຸດທະສິລະປະແບບລາວເຮົາ ຮອດຍາມບຸນປີໃໝ່ລາວ ຫຼັງຈາກມີພິທີອັນເຊີນພຣະບາງລົງຫົດສົງແລະ ອັນເຊີນຂຶ້ນສູ່ຫໍ່ພຣະບາງແລ້ວ ຊາວບ້ານຊາວເມືອງກໍອັນເຊີນ “ພຣະໝ່ານ” ລົງຫົດສົງ ເພື່ອເປັນສິຣິມຸງຄຸນແກ່ຜູ້ຄົນ ບ້ານເມືອງ ໃຫ້ຢູ່ເຢັນເປັນສຸກ, ພືດພັນທັນຍາຫານ ງອກງາມສົມບູນ ປັດເປົ້າໝອກຄວັນໃນລະດູຈູດໄຮ່ໃຫ້ຜ່ອນຄາຍໄປ.

ທີ່ມາ: ນະຄອນຫລວງພຣະບາງ Luangprabang City

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: