4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ… ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.

ສະພາບແວດລ້ອມໃນລະດູຝົນມີຫຼາຍສິ່ງອຳນວຍໃຫ້ເຊື້ອພະຍາດແຜ່ຂະຫຍາຍໄດ້ໄວເຊັ່ນ: ຄວາມຊຸ່ມຊື່ນສູງ ເຮັດໃຫ້ ເຊື້ອແບັກທີເຣັຍ, ເຊື້ອໄວຣັສ ແລະ ເຊື້ອລາຢູ່ໄດ້ດົນກວ່າປົກກະຕິ, ເມື່ອຝົນຕົກຫຼາຍຈະມີນ້ຳຂັງ ເຊິ່ງເປັນແຫຼ່ງແຜ່ພັນຂອງຍຸງ ແລະ ໜອນນໍ້າຕ່າງໆ ອາດຈະລວມໄປເຖິງການລ້ຽງສັດ, ການກິນດື່ມບໍ່ສະອາດ ຖ້າບໍ່ລະມັດລະວັງໃຫ້ດີກໍສ່ຽງເປັນພະຍາດຕ່າງໆຕາມມາເຊັ່ນ:

1/ ພະຍາດໄຂ້ຍຸງ: ເປັນພະຍາດທີ່ແຜ່ຫຼາຍໃນລະດູຝົນ ສາເຫດຫຼັກກໍແມ່ນມາຈາກການຖືກຍຸງທີ່ມີເຊື້ອພະຍາດກັດ, ອາການເບື້ອງຕົ້ນແມ່ນມີໄຂ້ສູງກະທັນຫັນ, ປວດຫົວ, ປວດກ້າມເນື້ອ ຫຼື ມີຜື່ນຂຶ້ນທີ່ຜິວໜັງໄດ້.

ວິທີປ້ອງກັນ:

  • ກຳຈັດບ່ອນທີ່ມີນ້ຳຂັງອ້ອມເຮືອນ
  • ໃຊ້ຢາສີດກັນຍຸງ
  • ໃສ່ໂສ້ງ-ເສື້ອແຂນຍາວ ໂດຍສະເພາະໃນເວລາຕອນແລງ

2/ ພະຍາດໄຂ້ຫວັດ ແລະ ໄຂ້ຫວັດໃຫຍ່: ອາກາດທີ່ປ່ຽນແປງຢ່າງກະທັນຫັນເຮັດໃຫ້ຮ່າງກາຍປັບຕົວບໍ່ທັນ ຈຶ່ງເປັນໄຂ້ຫວັດໄດ້ງ່າຍ ເຊິ່ງອາການເບື້ອງຕົ້ນກໍແມ່ນ ມີໄຂ້, ໄອ, ນ້ຳມູກໄຫຼ, ເຈັບຄໍ

ວິທີປ້ອງກັນ:

  • ດູແລຮັກສາຄວາມອົບອຸ່ນໃຫ້ຮ່າງກາຍສະເໝີ
  • ກິນອາຫານທີ່ມີວິຕາມິນ C ສູງ
  • ບໍ່ຕາກຝົນຖ້າບໍ່ຈຳເປັນ

3/ ພະຍາດຖອກທ້ອງ ແລະ ອາຫານເປັນພິດ: ນ້ຳ ແລະ ອາຫານທີ່ປົນເປື້ອນເຊື້ອພະຍາດເປັນສາເຫດຫຼັກຂອງພະຍາດຖອກທ້ອງ ແລະ ພາໃຫ້ອາຫານເປັນຜິດໄດ້ ອາດຈະມີອາການຖ່າຍເປັນນ້ຳ, ວິນຫົວ, ປວດຮາກ, ເບື່ອອາຫານ…

ວິທີປ້ອງກັນ:

  • ດື່ມນ້ຳສະອາດທີ່ຕົ້ມສຸກແລ້ວ
  • ກິນອາຫານທີ່ປຸ່ງແຕ່ງສຸກ
  • ລ້າງມືເລື້ອຍໆ
  • ງົດອາຫານຄ້າງຄືນທີ່ສ່ຽງ

4/ ພະຍາດຜິວໜັງ: ຄົນທີ່ເປັນພູມແພ້ຢູ່ແລ້ວຍິ່ງອັນຕະລາຍຊ່ວງນີ້ ເພາະຄວາມຊຸ່ມຊື່ນສູງເຮັດໃຫ້ເກີດເຊື້ອລາຢູ່ຜິວໜັງໄດ້ງ່າຍ ອາດຈະເຮັດໃຫ້ມີຜື່ນແດງ, ຄັນ ເປັນຕຸ່ມຕາມຕົນໂຕ.

ວິທີປ້ອງກັນ:

  • ໝັ່ນທຳຄວາມສະອາດຕົນໂຕໃຫ້ແຫ້ງຢູ່ສະເໝີ
  • ໃສ່ເສື້ອຜ້າທີ່ລະບາຍລົມໄດ້ດີ
  • ຫຼີກລ້ຽງການໃສ່ເສື້ອຜ້າທີ່ປຽກອັບເປັນເວລາດົນ

ນອກຈາກນີ້ກໍຍັງມີຫຼາຍພະຍາດທີ່ອາດຈະເກີດຂຶ້ນໄດ້ ສະນ້ັນ, ຕ້ອງໝັ່ນເອົາໃຈໃສ່ເບິ່ງແຍງສຸຂະອະນາໄມຂອງຕົນເອງ, ເຮືອນຊານ ອາຫານການກິນໃຫ້ດີ ເພື່ອຈະປອດໄພ ແລະ ມີຄວາມສຸກໃນຊ່ວງລະດູຝົນນີ້.

More from author

Related posts

Latest posts

ປະຫວັດ ພຣະທາດຫຼວງວຽງຈັນ

ພະທາດຫຼວງວຽງຈັນຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງຖະໜົນທາດຫຼວງ ບ້ານ ທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນປູຊະນິຍະສະຖານບູຮານອັນເປັນສັນ ຍະລັກຂອງປະເທດລາວ ແລະ ເປັນມິ່ງຂັວນຂອງປະຊາຊົນລາວກໍຄືຊາວພຸດທັງສອງຟາກຝັ່ງ ແມ່ນ້ຳຂອງ. ຕາມຕຳນານອຸລັງຄະທາດ ພະທາດຫຼວງຖືກສ້າງຂຶ້ນເທື່ອທີໜຶ່ງໃນ ປີ ພ.ສ 236 (ກ່ອນ ຄ.ສ 307 ປີ) ສະໄໝສ້າງເມືອງວຽງຈັນ, ໂດຍພຣະເຈົ້າ ຈັນທະບຸຣີ ປະສິດທິຈັກ ພ້ອມດ້ວຍພຣະ ອໍຣະຫັນຫ້າອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະ ແລະ ໄດ້ນຳເອົາພຣະບໍຣົມມະທາດ (ກະດູກ) ຂອງພຣະພຸດທະເຈົ້າມາຈາກປະເທດອິນເດຍ.

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...