ຮູ້ຈັກ “ຊົນເຜົ່າບຣູ” ກັບວິຖີການດຳລົງຊີວິດ ແລະ ຮີດຄອງປະເພນີ

ຊົນເຜົ່າບຣູ ເປັນ 1 ໃນ 50 ຊົນເຜົ່າຂອງລາວ ທີ່ມີປະຫວັດຄວາມເປັນມາ, ວັດທະນະທຳ ແລະ ຮີດຄອງປະເພນີທີ່ໜ້າສົນໃຈ, ໂດຍຊົນເຜົ່າບຣູ ແມ່ນເລີ່ມຕົ້ນເຄື່ອນຍ້າຍເຂົ້າສູ່ປະເທດລາວໃນສະຕະວັດທີ່ 6 ຈາກພາກຕາເວັນອອກສ່ຽງໃຕ້ຂອງປະເທດອິນເດຍ ແລ້ວມາຕັ້ງຖິ່ນຖານພູມລຳເນົາຢູ່ເຂດພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ໂດຍສະເພາະແມ່ນຢູ່ໃນບາງເຂດຂອງແຂວງຄຳມ່ວນ ແລະ ສະຫວັນນະເຂດ.

ຄຳວ່າ “ບຣູ” ເປັນຊື່ທີ່ໄດ້ຖືກຮັບຮອງ ແລະ ໃຊ້ເປັນທາງການໃນປີ 2018 ພາສາປາກເວົ້າຈັດຢູ່ໃນໝວດພາສາມອນ-ຂະແມ ບໍ່ມີຕົວໜັງສືຂຽນ.

ຊົນເຜົ່າບຣູ ຈຳນວນໜຶ່ງ ນັບຖືສາສະໜາພຸດ ແລະ ນັບຖືຜີ ເຊັ່ນ: ຜີບັນພະບູລຸດ ຫຼື ຜີບ້ານ, ຜີເມືອງ ທີ່ເອີ້ນຮວມກັນວ່າ “ຜີມະເຫສັກ”. ຊົນເຜົ່າດັ່ງກ່າວມັກຕັ້ງເຮືອນສູງມີກ້ອງຕາລ່າງ, ມີເຊຍທາງໜ້າ ແລະ ມີຊານທາງດ້ານຫຼັງບ້ານ. ເຮືອນດັ້ງເດີມເຮັດດ້ວຍໄມ່ໃຜ່ມຸງດ້ວຍໄພຫຍ້າຄາ ແລະ ແອ້ມດ້ວຍແຜ່ນໄມ່ພາກ, ຕາມຝາມີປ່ອງລະບາຍອາກາດນ້ອຍໆ ໃນແຕ່ລະດີ ມີຫຼາຍງານບຸນ ແລະ ມີພິທີກຳທີ່ຕິດພັນກັບການຜະລິດກະສິກຳ.

ດ້ານສິລະປະວັນນະຄະດີ ເຜົ່າບຣູ ມີການມ່ວນຊື່ນຕາມປະເພນີ, ມີການຟ້ອນ ແລະ ຂັບລຳຕ່າງໆ ບຸນປະເພນີປະຈຳປີທີ່ມີການສະຫຼອງຢ່າງຍິ່ງໃຫຍ່ແມ່ນ “ບຸນກະບອງໃຫຍ່” ທີ່ຈັດຂຶ້ນໃນເດືອນ 3 ມື້ອອກໃໝ່ 3 ຄ່ຳ.

ການນຸ່ງຫົ່ມ ແຕ່ກ່ອນຜູ້ຊາຍນຸ່ງຜ້າກະຕ່ຽວສີແດງ, ຈົ່ງຜົມຍາວໂດຍເກົ້າໄວ້, ເປືອຍເອິກ,​ສັກລາຍຕາຕົນໂຕ, ຝົນແຂ້ວ ແລະ ບ່ອງຫູໃສ້ຕ້າງເງິນ ຫຼື ຂີ້ກົ່ວ; ຕໍ່ມານຸ່ງເສື້ອແຂນສັ້ນມີລາຍທາງຕັ້ງສີແດງ ກັບຜ້າກະຕ່ຽວທີ່ມີລາຍແນວຕັ້ງ ປົກດ້ວຍແຜ່ນຜ້າລາຍສີ່ຫຼ່ຽມສີດຳ,​ສ່ວນແມ່ຍິງນຸ່ງສິ້ນກາໂດລາຍແນວນອນສີແດງແກມດຳ ແລະ ຫົ່ມເສື້ອແຂນສັ້ນລາຍຕັ້ງສີດຳແດງ.

More from author

Related posts

Latest posts

ປະຫວັດ ພຣະທາດຫຼວງວຽງຈັນ

ພະທາດຫຼວງວຽງຈັນຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງຖະໜົນທາດຫຼວງ ບ້ານ ທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນປູຊະນິຍະສະຖານບູຮານອັນເປັນສັນ ຍະລັກຂອງປະເທດລາວ ແລະ ເປັນມິ່ງຂັວນຂອງປະຊາຊົນລາວກໍຄືຊາວພຸດທັງສອງຟາກຝັ່ງ ແມ່ນ້ຳຂອງ. ຕາມຕຳນານອຸລັງຄະທາດ ພະທາດຫຼວງຖືກສ້າງຂຶ້ນເທື່ອທີໜຶ່ງໃນ ປີ ພ.ສ 236 (ກ່ອນ ຄ.ສ 307 ປີ) ສະໄໝສ້າງເມືອງວຽງຈັນ, ໂດຍພຣະເຈົ້າ ຈັນທະບຸຣີ ປະສິດທິຈັກ ພ້ອມດ້ວຍພຣະ ອໍຣະຫັນຫ້າອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະ ແລະ ໄດ້ນຳເອົາພຣະບໍຣົມມະທາດ (ກະດູກ) ຂອງພຣະພຸດທະເຈົ້າມາຈາກປະເທດອິນເດຍ.

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...