ທາງການແຂວງວຽງຈັນຢືນຢັນແລ້ວ ນ້ຳຊອງວັງວຽງມີສີດຳ ແຕ່ບໍ່ມີສານເຄມີແຕ່ຢ່າງໃດ? ສາເຫດມາຈາກໂຄງການເຈາະອຸໂມງລົດໄຟລາວ-ຈີນ

ອໍານາດການປົກຄອງເມືອງວັງວຽງ ແຈ້ງໃຫ້ຮູ້ວ່າ: ບັນຫານ້ຳທີ່ເປັນສີດຳ (ດຳຄືຖ່ານໄຟ) ທີ່ໄຫລອອກມາຈາກເຂດເຈາະອຸໂມງ ໂຄງການທາງລົດໄຟ ລາວ-ຈີນ ແລ້ວໄຫລລົງສູ່ນໍ້າຊອງ ເປັນຄວາມຈິງ, ແຕ່ນ້ຳດັ່ງກ່າວ ບໍ່ມີສານພິດ ຫລືສານເຄມີ, ບໍ່ໄດ້ສົ່ງຜົນກະທົບຕໍ່ຂະແໜງການທ່ອງທ່ຽວ ຄືດັ່ງກະແສຂ່າວ ໃນສື່ສັງຄົມອອນລາຍ ໄດ້ນຳສະເໜີ.

ທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງໆວັງວຽງ ໄດ້ໃຫ້ສຳພາດຕໍ່ນັກຂ່າວມື້ວານ ນີ້ວ່າ: ສາເຫດທີ່ເຮັດໃຫ້ນໍ້າດໍາໄຫລລົງສູ່ນໍ້າຊອງຢູ່ເຂດບ້ານຜາຕັ້ງ ໃນວັນທີ 10 ພະຈິກ 2018, ເນື່ອງມາຈາກການເຈາະອຸໂມງ ແລ້ວໄປພົບບໍ່ນ້ຳໃຫຍ່ ແລ້ວເຮັດໃຫ້ນໍ້າຈຳນວນຫລາຍ ໄຫລຊຸເອົາຕົມ, ດິນທີ່ເປັນສີດຳອອກມາ ເຮັດໃຫ້ທໍ່ລະບາຍນ້ຳ ໄປສູ່ອ່າງບຳ ບັດນ້ຳເສຍແຕກ, ຈຶ່ງເຮັດໃຫ້ນ້ຳດຳໄຫລລົງສູ່ນໍ້າຊອງ ປະມານ 3-4 ຊົ່ວໂມງ ຫລັງ ຈາກເກີດເຫດ ແລະ ວິຊາການກໍໄດ້ມີການແກ້ໄຂຢ່າງຮີບດ່ວນ ເພື່ອຢຸດບໍ່ໃຫ້ນໍ້າດັ່ງກ່າວ ໄຫລລົງສູ່ນໍ້າຊອງ ແລະ ແກ້ໄຂປ່ຽນທໍ່ລະບາຍນໍ້າສຳເລັດພາຍໃນ 2 ວັນ, ຊຶ່ງປັດຈຸບັນ ໄດ້ລະບາຍນໍ້າລົງສູ່ອ່າງບຳບັດເປັນປົກກະຕິແລ້ວ.

ອຳນາດການປົກຄອງເມືອງວັງວຽງ ແລະ ວິຊາການ ທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ພ້ອມກັນລົງໄປກວດເບິ່ງ ພາຍຫລັງທີ່ໄດ້ຮັບຂ່າວດັ່ງກ່າວ ແລະ ພົບວ່າ ບໍ່ມີສິ່ງຜິດປົກກະຕິ, ບໍ່ມີກໍລະນີປາຕາຍ ແລະ ຜົນກະທົບດ້ານອື່ນໆ ຕໍ່ນ້ຳຊອງ ຄືດັ່ງກະແສຂ່າວໃນສື່ສັງຄົມອອນລາຍ. ເນື່ອງຈາກວ່າການເຈາະອຸໂມງ ຈະໃຊ້ພຽງແຕ່ດິນລະເບີດ, ບໍ່ມີສານເຄມີໃດໆ (ຕາມການລາຍງານ ຂອງວິຊາການເຈາະອຸໂມງ ຕໍ່ຄະນະລົງກວດກາ) ແລະ ໃນຂະນະດຽວກັນ ກໍຍັງບໍ່ທັນພົບເຫັນກໍລະນີ ມີນັກທ່ອງທ່ຽວເກີດຕຸ່ມ ຫລື ຄັນຄາຍ ຈາກການຫລິ້ນນໍ້າ.

ທ່ານ ຄຳຜອງ ດວງວິໄລ ກ່າວຕື່ມວ່າ: ເພື່ອສ້າງຄວາມໝັ້ນໃຈຕໍ່ປະຊາຊົນລາວ ກໍຄື ບັນດານັກທ່ອງທ່ຽວ ແລະ ຮັບປະກັນວ່າ ນ້ຳດຳດັ່ງກ່າວ ບໍ່ມີສານພິດ ຫລື ສານເຄມີ, ພວກເຮົາໄດ້ເຊີນເອົາພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງມາກວດກາຄືນອີກ, ພ້ອມທັງເອົາຕົວຢ່າງນ້ຳດັ່ງກ່າວ ໄປວິໄຈໃຫ້ລະອຽດຕື່ມອີກ.

ໄລຍະນໍ້າຊອງ ຈາກເຂດບ້ານຜາຕັ້ງ ຫາຕົວເມືອງວັງວຽງປະມານ 12 ກິໂລແມັດ, ປັດຈຸບັນ ນໍ້າຊອງແມ່ນມີສະພາບປົກກະຕິ ແລະ ນັກທ່ອງທ່ຽວ ຍັງທ່ຽວຊົມ ແລະ ຫ໌ິ້ນກິດຈະກຳຕ່າງໆ ຕາມລຳນ້ຳຊອງເປັນປົກກະຕິ.

Cr.KPL
ຮູບພາບ: http://kidork.com/

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,