“ຖໍ້ານໍ້ານອນ” ຖ້ຳມະຫັດສະຈັນ ຂອງແຂວງ ຄຳມ່ວນ.

ແຂວງ ຄຳມ່ວນ ເປັນແຂວງໜຶ່ງໃນປະເທດລາວ ທີ່ມີຖ້ຳຫຼາຍແຫ່ງ ແລະ ສ່ວນຫຼາຍກໍຈະເປັນຖ້ຳໃຫຍ່ ທີ່ມີນັກທ່ອງທ່ຽວສົນໃຈ ແລະ ຫຼັ່ງໄຫຼກັນໄປທ່ຽວຊົມຄວາມງາມຂອງຖ້ຳເປັນຕົ້ນແມ່ນຖ້ຳນ້ຳລອດ ເຊບັ້ງໄຟ, ຖ້ຳກອງລໍ, ຖ້ຳພະ, ຖ້ຳນາງແອ່ນ ແລະ ຖ້ຳອື່ນໆ ອີກ. ແຕ່ນອກຈາກຖ້ຳທີ່ກ່າວມານັ້ນ ກໍຍັງມີອີກ ໜຶ່ງຖ້ຳ ທີ່ມີຄວາມມະຫັດສະຈັນ ບໍ່ແພ້ຖ້ຳຕ່າງໆ ນັ້ນກໍຄື “ຖໍ້ານໍ້ານອນ”.​

ພາບຈາກ: ບຸນເກີດ ສີສຸກຂະລາດ

ອີງຕາມຂໍ້ມູນຈາກທ່ານ ບຸນເກີດ ສີສຸກຂະລາດ ໄດ້ໂພສເຟສບຸກສ່ວນໂຕ ວ່າ “ຖ້ຳນ້ຳນອນ” ຕັ້ງຢູ່ເມືອງ ຄູນຄຳ, ແຂວງ ຄຳມ່ວນ ເຊິ່ງໃນເມື່ອກ່ອນຊາວບ້ານເຂດນີ້ ພາກັນເອີ້ນວ່າ “ຖໍ້ານາງນອນ” ສາຍເຫດທີ່ເອີ້ນແບບນັ້ນ ກໍຍ້ອນວ່າ ຢູ່ພາຍໃນຖໍ້າ ມີກ້ອນຫີນທີ່ມີຮູບຮ່າງຄ້າຍຄືນາງສາວກຳລັງນອນຢູ່ ແລະ​ ອີກຢ່າງໜຶ່ງຍ້ອນວ່າຖໍ້າດັ່ງກ່າວ ມີສາຍນໍ້າໄຫຼອອກມາໃນຍາມລະດູຝົນ, ແຕ່ພໍຕົກມາລະດູແລ້ງ ນ້ຳພັດບົກແຫ້ງ ຫຼື ໝາຍຄວາມວ່າ ຍາມແລ້ງນໍ້າສາຍນັ້ນໄດ້ນອນ​ຫຼັບ ດັ່ງນັ້ນ, ຈຶ່ງເປັນທີ່ມາຂອງການປ່ຽນຊື່ມາເປັນ “ຖໍ້ານໍ້ານອນ”​ ຈົນເຖິງປັດຈຸບັນ.

ພາບຈາກ: ບຸນເກີດ ສີສຸກຂະລາດ
ພາບຈາກ: ບຸນເກີດ ສີສຸກຂະລາດ
ພາບຈາກ: ບຸນເກີດ ສີສຸກຂະລາດ

More from author

Related posts

Latest posts

ປະຫວັດ ພຣະທາດຫຼວງວຽງຈັນ

ພະທາດຫຼວງວຽງຈັນຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງຖະໜົນທາດຫຼວງ ບ້ານ ທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນປູຊະນິຍະສະຖານບູຮານອັນເປັນສັນ ຍະລັກຂອງປະເທດລາວ ແລະ ເປັນມິ່ງຂັວນຂອງປະຊາຊົນລາວກໍຄືຊາວພຸດທັງສອງຟາກຝັ່ງ ແມ່ນ້ຳຂອງ. ຕາມຕຳນານອຸລັງຄະທາດ ພະທາດຫຼວງຖືກສ້າງຂຶ້ນເທື່ອທີໜຶ່ງໃນ ປີ ພ.ສ 236 (ກ່ອນ ຄ.ສ 307 ປີ) ສະໄໝສ້າງເມືອງວຽງຈັນ, ໂດຍພຣະເຈົ້າ ຈັນທະບຸຣີ ປະສິດທິຈັກ ພ້ອມດ້ວຍພຣະ ອໍຣະຫັນຫ້າອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະ ແລະ ໄດ້ນຳເອົາພຣະບໍຣົມມະທາດ (ກະດູກ) ຂອງພຣະພຸດທະເຈົ້າມາຈາກປະເທດອິນເດຍ.

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...