Friday, June 19, 2026
Kbank Laos โอน รับ จ่าย
-->

ບາດກ້າວສູ່ຄວາມສຳເລັດທີ່ເໜືອກວ່າ ກັບການຮຽນດ້ານທຸລະກິດບໍລິການ ໃນປະເທດທີ່ຂຶ້ນຊື່ ເລື່ອງການທ່ອງທ່ຽວ ຫຼາຍທີ່ສຸດແຫ່ງໜຶ່ງໃນ ອາຊຽນ ທີ່ ວິທະຍາໄລ ດຸສິດທານີ.

ຖ້າຫາກວ່າມີການຈັດອັນດັບຂອງບັນດາປະເທດທີ່ເປັນແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈເມື່ອໃດ. ປະເທດໄທຖືກຈັດຢູ່ໃນອັນດັບໂລກສະເໝີ ແລະ ອັນດັບສູງສຸດຂອງອາຊຽນ ເນື່ອງຈາກວ່າໄທຖືກຈັດຢູ່ໃນອັນດັບທີ 8 ຂອງໂລກ ແລະ ອັນດັບທີ 1 ຂອງອາຊຽນ.

ອີງຕາມການສໍາຫຼວດທີ່ດໍາເນີນໂດຍ Berkshire Hathaway Travel Protection, ປະເທດໄທແມ່ນອຸດົມສົມບູນໄປດ້ວຍແຫຼ່ງທ່ອງທ່ຽວທັງທໍາມະຊາດ ແລະ ວັດທະນະທໍາ ອາຫານການກິນແຊບເໜືອກວ່າສິ່ງອື່ນໃດ, ນັກທ່ອງທ່ຽວສາມາດເດີນທາງໄດ້ຢ່າງປອດໄພເພາະຄົນໄທນັ່ນມີຄວາມເປັນມິດ.

ຍ້ອນກັບໄປເມື່ອປະມານ 30 ປີກ່ອນ. ຜູ້ກໍ່ຕັ້ງໂຮງແຮມ ດຸສິດທານີ ເຊິ່ງເປັນໜຶ່ງໃນໂຮງແຮມ 5 ດາວສັນຊາດໄທທີ່ກໍ່ຕັ້ງຂຶ້ນມາດົນນານ ແລະ ມີສາຂາທົ່ວໂລກ. ສະນັ້ນ ຈຶ່ງໄດ້ມີແນວຄິດທີ່ຈະນຳເອົາອັດທະຍະໃສໄມຕີຂອງໄທ ຫຼື Thai hospitality ນີ້ມາປູກຝັງໃຫ້ກັບຄົນຮຸ່ນໃໝ່, ເຊິ່ງປຽບສະເໝືອນອະນາຄົດຂອງຊາດທີ່ພ້ອມຈະໄປພັດທະນາດ້ານອຸດສາຫະກຳການບໍລິການ ແລະ ການທ່ອງທ່ຽວ ດ້ວຍການກໍ່ຕັ້ງວິທະຍາໄລ ດຸສິດທານີ ຂຶ້ນທີ່ນະຄອນກຸງເທບກ່ອນທີ່ຈະເປີດໂຕ ສະຖາບັນທີ່ພັດທະຍາໃນເວລາຕໍ່່ມາ.

ປັດຈຸບັນ ວິທະຍາໄລ ດຸສິດທານີ ສອນລະດັບປະລິນຍາຕີ ຫຼັກສູດນາໆຊາດ 2 ສາຂາວິຊາຄື: ສາຂາວິຊາສິລະປະການປະກອບອາຫານແບບມືອາຊີບ (Professional Culinary Arts) ໂດຍຮ່ວມມືກັບ ສະຖາບັນ ເລີ ກໍດອງ ເບຼີ (Le Cordon Blue) ສະຖານບັນ ສອນການປະກອບອາຫານທີ່ມີຊື່ສຽງລະດັບໂລກ ຈຶ່ງໝັ້ນໃຈໄດ້ວ່າຜູ້ທີ່ຮຽນຈະໄດ້ຮັບຄວາມຮູ້ທັງດ້ານຄວາມຄິດສ້າງສັນ ນະວັດຕະກຳ ແລະ ທັກສະການປະກອບອາຫານ ຈາກຄວາມຮູ້ລະດັບສາກົນ ຈົນກາຍເປັນພໍ່ຄົວແມ່ຄົວມືອາຊີບ ຫຼື ຜູ້ດຳເນີນທຸລະກິດໃນອຸດສາຫະກຳອາຫານລະດັບນາໆຊາດ.
 

ສາຂາວິຊາການຈັດການບໍລິການ (Hospitality management) ໄດ້ຮັບຮອງຫຼັກສູດຈາກໂຮງຮຽນ ການໂຮງແຮມ ໂລຊານ (École hôtelière de Lausanne) ສະວິດເຊີແລນ ໜຶ່ງໃນສະຖາບັນການໂຮງແຮມທີ່ມີຊື່ສຽງທີ່ສຸດຂອງໂລກ ຫຼັກສູດນີ້ຈຶ່ງພ້ອມທີ່ຈະຍົກລະດັບໃຫ້ຜູ້ທີ່ຮຽນມີຄວາມຮູ້ດ້ານການບໍລິການລະດັບສາກົນແບບເຈາະເລິກ ເພີ່ມພູນປະສົບການດ້ວຍການຝຶກງານໃນໂຮງແຮມຂອງໄທ ແລະ ຕ່າງປະເທດ ທັງຍັງມີໂອກາດທີ່ຈະໄດ້ເຂົ້າເຮັດວຽກກັບໂຮງແຮມໃນເຄືອດຸຊິດທັນທີທີ່ສຳເລັດການສຶກສາ ຫຼື ສາມາດຮ່ວມງານກັບໂຮງແຮມຊັ້ນນຳທົ່ວໂລກ  

ນອກຈາກນີ້ຍັງມີອີກ 3 ສາຂາທີ່ເປັນຫຼັກສູດພາສາໄທ ໄດ້ແກ່ສາຂາວິຊາການຈັດການໂຮງແຮມ (hotel Management) ເຊິ່ງຖ່າຍທອດຄວາມຮູ້ໂດຍຄະນະອາຈານຜູ້ມີຄຸນວຸດທິ ແລະ ມືອາຊີບດ້ານນີ້ໂດຍສະເພາະ ເພື່ອສົ່ງເສີມບຸກຄະລາກອນ ແລະ ຜູ້ປະກອບການຮຸ່ນໃໝ່ເຂົ້າສູ່ອຸດສາຫະກຳບໍລິການ ໂດຍນຳຄວາມຮູ້ຈາກປະສົບການ ການເປີດ ໂຮງແຮມ ດຸສິດທານີ ມາຫຼອມລວມເຂົ້າກັບຄວາມຮູ້ທີ່ເປັນສາກົນ ຈົນກາຍເປັນເອກະສິດສະເພາະຂອງ ວິທະຍາໄລ ດຸຊິດທານີ.

ສາຂາວິຊາການຈັດການຄົວ ແລະ ສິລະປະການປະກອບອາຫານ (Culinary Arts and Kitchen Management) ເຊິ່ງເປັນຫຼັກສູດທີທັນສະໄໝ ສອນໂດຍອາຈານຜູ້ທີ່ມີຫຼາກຫຼາຍປະສົບການ ແລະ ມີຫ້ອງປະຕິບັດຕົວຈິງ ພ້ອມອຸປະກອນລະດັບມາດຕະຖານສາກົນ ເພື່ອໃຫ້ຜູ້ທີ່ຮຽນກາຍເປັນພໍ່ຄົວແມ່ຄົວຜູ້ຊ່ຽວຊານທັງອາຫານໄທ ແລະ ອາຫານນາໆຊາດ ລວມທັງການຂຶ້ນເປັນຜູ້ບໍລິຫານ ຫຼື ເຈົ້າຂອງຮ້ານອາຫານທີ່ປະສົບຜົນສຳເລັດ.


ສາຂາວິຊາ ນະວັດຕະກຳການບໍລິການການທ່ອງທ່ຽວ (Tourism Service Innovation) ທີ່ສອນໃຫ້ຜູ້ທີ່ຮຽນສາມາດຂັບເຄື່ອນທຸລະກິດການທ່ອງທ່ຽວດ້ວຍນະວັດຕະກຳດ້ານ Service Design ທີ່ຈະເປັນການເພີ່ມມູນຄ່າໃຫ້ກັບການບໍລິການ ໂດຍປະສົມປະສານການທ່ອງທ່ຽວເຂົ້າກັບການໃຊ້ເຕັກໂນໂລຊີ ແລະ ຂະບວນການແນວຄິດໃໝ່ໆ ໃຫ້ຕອບໂຈດຮູບແບບການທ່ອງທ່ຽວສະໄໝໃໝ່ຢ່າງແທ້ຈິງ   ທັງ 3 ສາຂາຫຼັກສູດພາສາໄທແມ່ນ ບໍ່ຈຳກັດວ່າຜູ້ທີ່ຮຽນຈະຕ້ອງເປັນຄົນໄທເທົ່ານັ້ນ ຖ້າຫາກໃຜທີ່ສາມາດສື່ສານພາສາໄທໄດ້ ກໍສາມາດລົງຮຽນຫຼັກສູດພາສາໄທໄດ້

ເຊັ່ນດຽວກັບການທີ່ ປະເທດໄທ ເປັນເມືອງທ່ອງທ່ຽວຕິດອັນດັບຕົ້ນໆ ທັງໃນອາຊຽນ ແລະ ຂອງໂລກ, ວິທະຍາໄລ ດຸສິດທານີ ກໍເປັນໜຶ່ງໃນສະຖາບັນສອນການໂຮງແຮມ ການທ່ອງທ່ຽວ ແລະ ການປະກອບການອາຫານອັນດັບຕົ້ນໆ ຂອງ ປະເທດໄທ ແລະ ອາຊຽນ ທີ່ພ້ອມຈະພາໃຫ້ຜູ້ທີ່ຮຽນກ້າວໄປສູ່ຄວາມສຳເລັດທີ່ເໜືອກວ່າ ດ້ວຍການປະສານຄວາມຮູ້ຈາກ ໂຮງແຮມ ດຸສິດທານີ ເຊິ່ງເປັນອົງກອນຫຼັກນັ້ນເອງ.

(ຜູ້ສະໝັກສາຂາ Hospitality Management ຈະໄດ້ສ່ວນຫຼຸດ 15% ທັນທີ ນອກຈາກນີ້, ສຳລັບຜູ້ທີ່ສະໝັກທີ່ມີສັນຊາດຢູ່ໃນອາຊຽນ ແລະ ອາຊີປາຊີຟິກ ຍັງມີສິດຍື່ນຂໍທຶນການສຶກສາ 50% ສຳລັບສາຂາ Hospitality Management ແລະ ທຶນການສຶກສາ 25% ສຳລັບສາຂາ Professional Culinary Arts ເງື່ອນໄຂແມ່ນ ອີງຕາມທີ່ທາງວິທະຍາໄລກຳນົດ ລາຍລະອຽດເພີ່ມເຕີມກົດທີ່ www.dtc.ac.th )

More from author

Related posts

Latest posts

ລະວັງເປັນໂຣກຮ້າຍ! ທີ່ເກີດຈາກຄວາມຄຽດ ແລະ ກັງວົນຫຼາຍ

ຄວາມຄຽດ, ຄວາມກັງວົນ ເປັນພາວະໜຶ່ງທີ່ເກີດມາຈາກການຖືກກົດດັນ ຫຼື ຕົກຢູ່ໃນສະພາບທີ່ຕົນເອງຫາທາງອອກໄດ້ຍາກ ບໍ່ຮູ້ຈະແກ້ໄຂບັນຫາແບບໃດດີ ເຊິ່ງມັກພົບເຫັນຫຼາຍໃນປັດຈຸບັນທັງໃນໄວໜຸ່ມນັກຮຽນ, ນັກສຶກສາ, ໄວເຮັດວຽກ ແລະ ຜູ້ສູງອາຍຸກໍມີ.

🌧️ ຊັກເຄື່ອງຍາມຝົນແນວໃດໃຫ້ຫອມ? (ບໍ່ມີກິ່ນອັບ 100%)

ເຄີຍເປັນບໍ່ ເມື່ອຮອດຍາມຝົນແລ້ວ… ບັນຫາ "ເຄື່ອງມີກິ່ນອັບ" ກາຍເປັນຝັນຮ້າຍຂອງທຸກເຮືອນ! 👕ເພາະແດດບໍ່ມີ ແຖມຄວາມຊຸ່ມໃນອາກາດຍັງສູງ. ແຕ່ຢ່າຟ້າວຖອດໃຈ, ຖ້າຢາກໃຫ້ເຄື່ອງຫອມສົດຊື່ນຄືຕາກແດດຈັດ, ລອງເອົາ 3 ເທັກນິກນີ້ໄປໃຊ້ເບິ່ງເດີ້:

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀