ຫວຽດເຈັດໄດ້ຮັບການຍ້ອງຍໍ ເປັນໜຶ່ງໃນ 50 ບໍລິສັດຈົດທະບຽນຊັ້ນນຳຂອງຫວຽດນາມອີກຄັ້ງ

(ນະຄອນຫຼວງວຽງຈັນ, 04 ກໍລະກົດ 2024) – Vietjet ໄດ້ເປັນໜຶ່ງໃນລາຍຊື່ 50 ບໍລິສັດຈົດທະບຽນຊັ້ນນຳປະຈຳປີ 2024 ຂອງວາລະສານ Forbes Vietnam ເຊິ່ງເປັນການຈັດອັນດັບບໍລິສັດຊັ້ນນຳຈາກຫຼາກຫຼາຍອຸດສາຫະກຳໃນຕະຫຼາດຫຼັກຊັບຂອງປະເທດຫວຽດນາມ.

ຈາກການລາຍງານທາງດ້ານການເງິນທີ່ຜ່ານການກວດສອບປະຈຳປີ 2023 ຂອງ Vietjet ແມ່ນໄດ້ຕິດອັນດັບ 5 ໃນດ້ານລາຍຮັບ ໂດຍມີຍອດລວມຢູ່ທີ່ 58.3 ລ້ານລ້ານດົງ (ປະມານ 2.28 ພັນລ້ານໂດລາສະຫາລັດ) ເຊິ່ງສະທ້ອນໃຫ້ເຫັນການເຕີບໃຫຍ່ທີ່ດີຂຶ້ນເຖິງ 45% ເມື່ອທຽບເປັນລາຍປີ. ບໍລິສັດທີ່ຕິດ 10 ອັນດັບທຳອິດຂອງປະເທດຫວຽດນາມໄດ້ແກ່ Petrolimex, Hoa Phat PV Gas, Vinamilk ແລະ FPT ເປັນຕົ້ນ.

Vietjet ສືບຕໍ່ຟື້ນຟູຢ່າງແຂງແຮງພາຍຫຼັງສະຖານະການ COVID-19. ເຊິ່ງ​ໄດ້​ເສີມ​ສ້າງ​ເຄືອ​ຂ່າຍ​ການ​ບິນ​ພາຍ​ໃນ​ປະ​ເທດ​ ແລະ​ ຂະ​ຫຍາຍ​ການ​ດໍາ​ເນີນ​ງານ​ການ​ບິນລະຫວ່າງປະເທດ​ລວມທັງເສັ້ນທາງໃນປະເທດລາວ ​ເຊິ່ງ​ເຊື່ອມ​ຕໍ່​ລະຫວ່າງນະຄອນຫຼວງ​ວຽງ​ຈັນ​ ແລະ ​ນະຄອນ​ໂຮ່ຈິ​ມິນ ດ້ວຍ​ຖ້ຽວ​ບິນ​ໄປ​ກັບ 4 ຖ້ຽວ​ຕໍ່​ອາທິດ ​ໃນ​ວັນ​ຈັນ, ພຸດ, ສຸກ ​ແລະ ວັນ​ອາ​ທິດ, ດ້ວຍ​ເວລາ​ໃນການເດີນທາງພຽງ 1 ຊົ່ວ​ໂມງ 45 ນາທີ. ​ໃນ​ປີ​ທີ່ຜ່ານມາ​ນີ້, ສາຍ​ການ​ບິນ​ໄດ້ດຳເນີນການ​ບິນ 133,000 ຖ້ຽວ ​ແລະ ​ໄດ້​ຮັບ​ຜູ້​ໂດຍສານ 25,3 ລ້ານ​​ຄົນ. ເພີ່ມຂຶ້ນ 183% ເມື່ອທຽບເປັນລາຍປີ ໂດຍມີຜູ້ໂດຍສານຫຼາຍກວ່າ 7.6 ລ້ານຄົນໃນເສັ້ນທາງລະຫວ່າງປະເທດ. ນອກຈາກນີ້, Vietjet ຍັງ​ສຸມ​ໃສ່ການ​ປັບປຸງ​ເຮືອ​ບິນ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມທີ່ຄໍານຶງເຖິງເປົ້າໝາຍການພັດທະນາແບບຍືນຍົງ ການມີປະສິດທິພາບຂອງນໍ້າມັນເຊື້ອໄຟ ແລະ ການລິເລີ່ມເພື່ອຫຼຸດຜ່ອນການປ່ອຍມົນລະພິດ.

ນອກຈາກນັ້ນ, Vietjet ຍັງ​ໄດ້​ຮັບ​ເຄຣດິດ (Credit) ຂອງ VnBBB-, ​ເຊິ່ງເປັນ​ເຄຣດິດ (Credit) ​ສູງ​ສຸດ​ໃນ​ບັນດາ​ບໍລິສັດ​ຫວຽດນາມ ຕາມມາດຕະຖານຂອງກະຊວງການເງິນຫວຽດນາມ.

ການຖືກລວມເຂົ້າຢູ່ໃນ 50 ບໍລິສັດທີ່ຈົດທະບຽນຂອງວາລະສານ Forbes ປະເທດຫວຽດນາມໃນປີ 2024 ເປັນຈຸດເດັ່ນທີ່ຕາມມາຫຼັງຈາກຫວຽດເຈັດໄດ້ຮັບລາງວັນ ແລະ ການຍອມຮັບທີ່ຫຼາກຫຼາຍເຊັ່ນ: ໄດ້ຮັບການສະເໜີຊື່ເປັນໜຶ່ງໃນ 50 ສາຍການບິນທີ່ດີທີ່ສຸດໃນໂລກດ້ານການເງິນ ແລະ ການດໍາເນີນງານທີ່ເຂັ້ມແຂງຈາກວາລະສານ Airfinance Journal.

VietJet ຍັງ​ໄດ້​ຮັບ​ການ​ຍົກຍ່ອງວ່າ​ເປັນ​ໜຶ່ງ​ໃນ 50 ແບຣນທີ່​ມີ​ມູນ​ຄ່າ​ທີ່​ສຸດ​ໃນປະເທດ​ຫວຽດນາມ 50 ບໍລິສັດ​ທີ່​ມີ​ປະສິດທິ​ຜົນ​ດີ​ທີ່​ສຸດໃນປະເທດ​ຫວຽດນາມ ​ແລະ 10 ບໍລິສັດ​ທີ່​ມີ​ການ​ຄຸ້ມ​ຄອງ​ບໍລິຫານ​ວິ​ສາ​ຫະກິດ​ດີ​ທີ່​ສຸດ​ຢູ່​ຕະຫຼາດ​ຫຼັກ​ຊັບ​ໃນປະເທດ​ຫວຽດນາມ ແລະ ເປັນໜຶ່ງໃນ 20 ບໍລິສັດຈົດທະບຽນທີ່ມີຄະແນນຄວາມຍືນຍົງສູງສຸດຕາມທິ່ກໍານົດໂດຍ HOSE.

ຂໍ້ມູນເພີ່ມເຕີມທີ່  www.vietjetair.com

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: