VietJetໄດ້ຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຢູ່ງານວາງສະແດງການບິນສາກົນ Farnborough 2024

* ຂໍ້ຕົກລົງສໍາລັບເຄື່ອງກົນຈັກ Rolls-Royce ແລະ ການບໍລິການດ້ານພະລັງງານຂອງ A330 Neos 20 ລຳ

* ຂໍ້​ຕົກ​ລົງ​ພິເສດ Total Component Support (TCS) ກັບ Lufthansa Technik ສໍາ​ລັບ​ເຮືອ​ບິນ

(ນະຄອນຫຼວງວຽງຈັນ, ວັນທີ 29 ກໍລະກົດ 2024) – ຫຼັງຈາກສັ່ງຊື້ເຮືອບິນ A330neo ຈຳນວນ 20 ລຳທີ່ງານ Farnborough International Airshow ປີ 2024 ແລ້ວ VietJet ໄດ້ລົງນາມໃນຂໍ້ຕົກລົງສຳຄັນກັບ Rolls-Royce ແລະ Lufthansa Technik  ຜູ້ນຳລະດັບໂລກໃນດ້ານການບິນ ແລະ ວິສະວະກຳ. ຈຸດໝາຍສຳຄັນນີ້ໄດ້ສ້າງຄວາມມຸ່ງໝັ້ນຂອງສາຍການບິນໃຫ້ມີຍືນຍົງ ລວມເຖິງຄວາມເປັນເລີດໃນການປະຕິບັດງານຜ່ານການພົວພັນຄູ່ຮ່ວມມືທາງຍຸດທະສາດ ແລະ ແຜນການຂະຫຍາຍສາຍການບິນ.

​ໃນ​ຂໍ້​ຕົກລົງ​ທີ່​ສຳຄັນ VietJet ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ກັບ Rolls-Royce ​ບໍລິສັດອຸດສາຫະກຳການບິນ​ອະວະກາດ​ຂອງອັງກິດ ​ເພື່ອ​ສັ່ງຊື້​ເຄື່ອງ​ຈັກ Trent 7000 ຈໍານວນ 40 ເຄື່ອງ ພ້ອມກັບ​ການ​ບໍລິການບຳລຸງຮັກສາ​ເຄື່ອງ​ຈັກ Total Care ສຳລັບເຮືອບິນ A330neo ຈໍານວນ 20 ລໍາ ທີ່​ສັ່ງ​ຊື້​ມາໃໝ່ນີ້.

​ເຄື່ອງ​ຈັກ Trent 7000 ຂອງ Rolls-Royce ເປັນເຄື່ອງຈັກທີ່ທັນສະໄໝ ທີ່ມາພ້ອມກັບຄຸນສົມບັດໃນການປົກປັກຮັກສາສິ່ງແວດລ້ອມ ແລະ ສະໜັບສະໜູນຄວາມຍືນຍົງ ດ້ວຍການຈະຊ່ວຍຫຼຸດການໃຊ້ນ້ຳມັນເຊື້ອໄຟດີຂຶ້ນ 14% ຕໍ່ 1 ທີ່ນັ່ງ ສໍາລັບເຮືອບິນ A330neo ການຫຼຸດຜ່ອນການປ່ອຍອາຍມົນລະພິດນີ້ຈະຊ່ວຍໃຫ້ສາຍການບິນສາມາດຫຼີກລ່ຽງກາສກາກບອນ (CO2) ໄດ້ຫຼາຍກວ່າໜຶ່ງແສນໂຕນ ຕະຫຼອດອາຍຸການໃຊ້ງານຂອງເຮືອບິນແຕ່ລະລຳ.

ພາຍໃຕ້ການບໍລິການ Total Care ໄດ້ຜ່ານຂັ້ນຕອນການກວດສະພາບເຄື່ອງຈັກຈາກລະບົບຕິດຕາມທີ່ທັນສະໄໝຂອງ Rolls-Royce.  VietJet ມຸ່ງເນັ້ນທີ່ຈະເພີ່ມປະສິດທິພາບໃນການປະຕິບັດງານ, ຄວາມໜ້າເຊື່ອຖື ແລະ ຄວາມພ້ອມໃນການໃຊ້ງານຂອງເຄື່ອງຈັກ Trent 7000 ໃນເຮຶອບິນ A330neo.

ທ່ານ Dinh Viet Phuong ຫົວໜ້າຝ່າຍບໍລິຫານ VietJet ໄດ້ກ່າວວ່າ: “ການລວມກັນຂອງເຄື່ອງຈັກ Trent 7000 ທີ່ທັນສະໄໝໃສ່ເຮືອບິນ Airbus A330neo ລຸ້ນໃໝ່ຫຼ້າສຸດ ພ້ອມກັບການສະໜັບສະໜູນຈາກການບໍລິການລະດັບພຣິມຽມ Total Care ຈະຊ່ວຍໃຫ້ VietJet Air ກ້າວເຂົ້າສູ່ລະດັບເຕັກໂນໂລຊີໃໝ່ໆ ຍົກລະດັບຄຸນນະພາບຂອງສາຍການບິນຢ່າງຫຼວງຫຼາຍ, ເພີ່ມຄວາມໜ້າເຊື່ອຖື ແລະ ມີປະສິດທິພາບຂອງການດໍາເນີນງານ. ໂດຍສະເພາະຢ່າງຍິ່ງແມ່ນການເພີ່ມເຄື່ອງຈັກ Rolls-Royce ລຸ້ນໃໝ່ຫຼ້າສຸດທີ່ມີປະສິດທິພາບສູງ ໃຫ້ສອດຄ່ອງກັບຍຸດທະສາດການພັດທະນາແບບຍືນຍົງຂອງ VietJet ດ້ວຍເປົ້າໝາຍ ESG ເພື່ອບັນລຸການປ່ອຍອາຍມົນລະພິດໃຫ້ເປັນສູນ ພາຍໃນປີ 2050.”

VietJet ຍັງ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະດັບ​ໂລກ​ໃນ​ງານ Farnborough International Airshow 2024 ​ໂດຍ​ການ​ບັນລຸຂໍໍ້ຕົກລົງ Total Component Support (TCS) ​ແຕ່​ຜູ້​ດຽວ​ກັບບໍລິສັດ Lufthansa Technik ເຊິ່ງເປັນຜູ້​ໃຫ້​ບໍລິການ MRO ຊັ້ນນຳ​ຂອງ​ໂລກ ຂໍ້​ຕົກລົງ​ສະບັບ​ນີ້​ມີ​ຜົນ​ສັກສິດ​ນັບຕັ້ງ​ແຕ່​ເດືອນ​ຕຸລາ ​ປີ 2024 ​ເປັນ​ຕົ້ນໄປ ໂດຍການ​ກຳນົດ​ມາດ​ຕະການ​ໃໝ່​ໃນ​ການ​ຮ່ວມ​ມື​ໄລຍະຍາວລະຫວ່າງ​ສອງ​ບໍລິສັດ.

ພາຍໃຕ້ຂໍ້ຕົກລົງ TCS ບໍລິສັດ Lufthansa Technik ຈະຈັດຫາບໍລິການອາໄຫຼ່ສ່ວນປະກອບສໍາລັບຝູງເຮືອ VietJet ເພື່ອຮັບປະກັນການປະຕິບັດງານຂອງສາຍການບິນທີ່ດີເລີດ ແລະ ມາດຕະຖານການບຳລຸງຮັກສາສູງສຸດ. ຂໍ້ຕົກລົງນີ້ສະແດງເຖິງສັນຍາ TCS ທີ່ໃຫຍ່ທີ່ສຸດຂອງ ບໍລິສັດ Lufthansa Technik ທີ່ໄດ້ຮັບປະກັນໃນພາກພື້ນອາຊີຕາເວັນອອກສຽງໃຕ້.

ໃນຂະນະທີ່ Rolls-Royce ເປັນບໍລິສັດການບິນອະວະກາດທີ່ມີຊື່ສຽງຂອງອັງກິດ ເຊີ່ງມີປະຫວັດອັນຍາວນານຕັ້ງແຕ່ປີ 1904 ເຊັ່ນດຽວກັນກັບບໍລິສັດ Lufthansa Technik ເປັນຜູ້ນໍາລະດັບໂລກໃນການບໍລິການດ້ານເຕັກນິກເຮືອບິນ ເຊິ່ງໄດ້ຮັບຄວາມໄວ້ວາງໃຈຈາກສາຍການບິນຕ່າງໆ ທີ່ກຳລັງຊອກຫາ MRO ຊັ້ນນໍາ.

VietJet ສືບຕໍ່ລົງທຶນໃນການຈັດການ ແລະ ການບໍລິການດ້ານເຕັກໂນໂລຊີການບິນຂັ້ນສູງຮ່ວມມືກັບ Rolls-Royce ກຸ່ມບໍລິສັດ Lufthansa Technik ແລະ ບັນດາຄູ່ຮ່ວມມືດ້ານການບິນຊັ້ນນໍາຂອງໂລກ ເພື່ອຍົກລະດັບມາດຕະຖານຄວາມປອດໄພ ແລະ ຄຸນນະພາບສູງສຸດ ສາຍ​ການ​ບິນ​ໄດ້ມຸ່ງໝັ້ນ​ຂະ​ຫຍາຍ​ເຮືອ​ບິນ​ຢ່າງ​ສະໝ່ຳສະ​ເໝີ​​ດ້ວຍ​ເຮືອ​ບິນທີ່ມີປະສິດທິພາບ ປະຢັດ​ນ້ຳ​ມັນ​ເຊື້ອ​ໄຟ​ ທີ່ມີ​ອັດ​ຕາ​ຄວາມ​ໜ້າ​ເຊື່ອ​ຖື​ ດ້ານ​ເຕັກນິກ 99,6% ສົ່ງຜົນໃຫ້ VietJet ເປັນ​ສາຍ​ການ​ບິນ​ແນວໜ້າ​​ໃນ​ພາກ​ພື້ນ ແລະ​ ທົ່ວ​ໂລກ VietJet ໄດ້​ຮັບ​ລາງວັນ​ຄວາມ​ປອດ​ໄພ​ລະດັບ 7/7 ດາວ​ ຈາກ Airline Ratings ແລະ​ ໄດ້​ຮັບ​ການຍົກຍ້ອງໃຫ້​ເປັນ​ໜຶ່ງ​ໃນ​ສາຍ​ການ​ບິນ​ລາຄາ​ປະຢັດ​​ທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ ​ນັບ​ແຕ່​ປີ 2018 ເປັນຕົ້ນມາ.

ສິ່ງດັ່ງກ່າວສ້າງຄວາມໝັ້ນໃຈ ແລະ ຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວລາວ ທີ່ມີແຜນທີ່ຈະເດີນທາງໄປຈຸດໝາຍປາຍທາງທີ່ສຳຄັນອື່ນໆ ເຊັ່ນ: ອາຊີຕາເວັນອອກສຽງໃຕ້ ແລະ ຕາເວັນອອກສຽງເໜືອ, ອົດສະຕາລີ, ອິນເດຍ ແລະ ອື່ນໆ ໂດຍຜ່ານເສັ້ນທາງໃໝ່ຂອງຖ້ຽວບິນ VietJet ໃນຕົ້ນປີນີ້ ທີ່ເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວ ຕໍ່ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ໂດຍໃຊ້ເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີເທົ່ານັ້ນ.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...