VietJet ​ແລະ Airbus ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຊື້​ເຮືອບິນ A330neo ຈຳນວນ 20 ລຳ ດ້ວຍ​ມູນ​ຄ່າ 7,4 ຕື້​ໂດ​ລາ​ສະຫະລັດ ຢູ່ທີ່ງານ Farnborough Airshow

( ນະຄອນຫຼວງວຽງຈັນ ວັນທີ 24 ກໍລະກົດ 2024 ) – VietJet ແລະ Airbus ໄດ້ລົງນາມຢ່າງເປັນທາງການໃນສັນຍາຊື້ເຮືອບິນ A330neo (A330-900) ລຸ້ນໃໝ່ຈໍານວນ 20 ລໍາ. ລວມມູນຄ່າທັງໝົດ 7,4 ຕື້ໂດລາສະຫະລັດ (164 ພັນຕື້ກີບ) ຕາມລາຄາຂອງລາຍຊື່ຜູ້ຜະລິດ ຢູ່ທີ່ງານວາງສະແດງການບິນສາກົນ Farnborough ໃນສະຫະລາຊະອານາຈັກ ພິທີ​ລົງ​ນາມ​ໃນ​ສັນຍາ​ດັ່ງກ່າວ​ມີ​ ທ່ານ Nguyen Thi Phuong Thao ປະທານບໍລິສັດສາຍການບິນ VietJet ແລະ ທ່ານ Christian Scherer ຄະນະບໍລິຫານສູງສຸດຂອງບໍລິສັດ Airbus Commercial Aircraft.

ການລົງນາມສັນຍາຄັ້ງນີ້ ສະແດງໃຫ້ເຫັນ ເຖິງການເປັນໜຶ່ງໃນຂໍ້ສະເໜີທີ່ໃຫຍ່ທີ່ສຸດໃນງານ Airshow ປີນີ້ ເຮືອບິນທີ່ສັ່ງມາໃໝ່ນີ້ ຈະຖືກນຳໃຊ້ເພື່ອບໍລິການ ການບິນ ໄລຍະການເດີນທາງໄກທີ່ເພີ່ມຂຶ້ນຂອງ VietJet ພ້ອມກັບເສັ້ນທາງທີ່ມີຄວາມຕ້ອງການສູງໃນພາກພື້ນ ເຊິ່ງ VietJet ຈະ​ເອົາມາທົດ​ແທນ​ເຮືອ​ບິນ A330-300 ເປັນເຮຶອບິນປັດຈຸບັນຂອງ VietJet ແລະ​ ສະ​ໜັບ​ສະ​ໜູນ​ແຜນ​ຍຸດ​ທະ​ສາດ​ຂອງ​ສາຍ​ການ​ບິນ​ໃນ​ການ​ຂະ​ຫຍາຍ​ເຄືອ​ຂ່າຍ​ຖ້ຽວ​ບິນຂ້າມ​ທະ​ວີບ​.

ທ່ານ​ Nguyen Thi Phuong Thao ປະທານບໍລິສັດສາຍການບິນ VietJet ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ລົງ​ນາມ​ວ່າ: “ເຮືອ​ບິນ A330neo ລຸ້ນ​ໃໝ່​ສາມາດ​ເພີ່ມ​ທະ​ວີ​ການ​ພັດ​ທະ​ນາ​ການ​ບິນ​ຂອງ VietJet ພ້ອມທັງຊຸກ​ຍູ້​ຄວາມ​ສາ​ມາດການ​ດຳ​ເນີນ​ງານ​ຂອງ​ສາຍ​ການ​ບິນ ເພື່ອ​ຊ່ວຍໃນ​ການ​ຂະ​ຫຍາຍ​ຕົວ​ທົ່ວ​ໂລກ ການເປີດໂຕເຮືອບິນ A330neo ທີ່ທັນສະໄໝ ແລະ ປະຢັດນ້ຳມັນໃນບັນດາເຮືອບິນຂອງ VietJet ແມ່ນສ່ວນໜຶ່ງຂອງຍຸດທະສາດການພັດທະນາແບບຍືນຍົງ ແລະ ເປັນເປົ້າໝາຍ ESG ຂອງພວກເຮົາ ໂດຍມີເປົ້າໝາຍ ໄປທີ່ການປ່ອຍມົນລະພິດໃຫ້ເປັນສູນ (Net-Zero) ໃນປີ 2050 ຜູ້ໂດຍສານຈະໄດ້ຮັບຄວາມສະດວກສະບາຍໃນຖ້ຽວບິນການເດີນທາງໄກທີ່ປອດໄພ ແລະ ທັນສະໄໝກວ່າ ເຮືອບິນ Airbus ຈະຊ່ວຍໃຫ້ VietJet ມອບໂອກາດໃນການບິນທີ່ຄຸ້ມຄ່າໃຫ້ແກ່ຜູ້ໂດຍສານກວ່າ 200 ລ້ານຄົນ ໃນນັ້ນລວມມີຜູ້ທີ່ເດີນທາງຄັ້ງທຳອິດ ມີການເຊື່ອມໂຍງຕໍ່ປະຊາຊົນ, ປະເທດຊາດ, ທະວີບ, ສົ່ງເສີມການພັດທະນາເສດຖະກິດ ແລະ ການແລກປ່ຽນວັດທະນະທຳ.”

ທ່ານ Benoît de Saint-Exupéry ຮອງປະທານຜູ້ບໍລິຫານຝ່າຍຂາຍ Airbus Commercial Aircraft ກ່າວວ່າ ” ພວກເຮົາມີຄວາມຍິນດີທີ່ຈະສໍາເລັດຄໍາສັ່ງຊື້ທີ່ສໍາຄັນນີ້ໃຫ້ກັບສາຍການບິນທີ່ເຕີບໂຕໄວທີ່ສຸດໃນອາຊີ “

“ ນີ້​ແມ່ນ​ຄະ​ແນນ​ສຽງ​ອີກ​ອັນ​ໜຶ່ງ​ຂອງ​ຄວາມ​ໝັ້ນ​ໃຈ​ຕໍ່​ຜະ​ລິດ​ຕະ​ພັນ Airbus widebody ລຸ້ນ​ຫຼ້າສຸດ ມັນສະແດງໃຫ້ເຫັນເຖິງຄວາມຫຼາກຫຼາຍຂອງ A330neo ສໍາລັບທຸກປະເພດຂອງຮູບແບບທຸລະກິດ ແລະ ເຄືອຂ່າຍຈາກເສັ້ນທາງພາຍໃນໄປເຖິງພາກພື້ນສູ່ເສັ້ນທາງໄລຍະໄກ ຫ້ອງໂດຍສານ Airspace ທີ່ໄດ້ຮັບລາງວັນ ຍັງຊ່ວຍໃຫ້ VietJet ສາມາດສະໜອງປະສົບການການບິນທີ່ດີທີ່ສຸດໃຫ້ກັບຜູ້ໂດຍສານ ໂດຍສາມາດປັບຕົວເຂົ້າກັບແຕ່ລະຮູບແບບທຸລະກິດໄດ້ຢ່າງສົມບູນ ສິ່ງນີ້​ຈະ​ເປັນ​ເວທີ​ທີ່​ສົມບູນແບບ ​ສຳລັບ VietJet Air ກັບ​ຜູ້​ໂດຍສານທີ່ຫຼາຍ​ກວ່າ​ເກົ່າ ​ໃນ​ໄລຍະທາງທີ່​ໄກຂຶ້ນ​ແລະ ລາຄາ​ທີ່ປະຢັດ ໃນຂະນະດຽວກັນ ຍັງຫຼຸດຜ່ອນ​ການ​ຊົມ​ໃຊ້​ນ້ຳມັນ​ເຊື້ອ​ໄຟ ​ແລະ ການ​ປ່ອຍ​ມົນລະພິດ​ກາກ​ບອນອີກດ້ວຍ ”

A330neo ມີຫ້ອງໂດຍສານ Airspace ທີ່ໄດ້ຮັບລາງວັນ ທີ່ສ້າງມາດຕະຖານໃໝ່ໃນຄວາມສະດວກສະບາຍ ພື້ນທີ່ກວ້າງຂວາງ ແລະ ການອອກແບບ ພ້ອມຍັງໃຫ້ຜູ້ໂດຍສານມີປະສົບການການບິນທີ່ເປັນເອກະລັກບໍ່ຄືໃຜ ເຊີ່ງລວມມີລະບົບໄຟສາຍໃໝ່ ບ່ອນເກັບກະເປົາເດີນທາງທີ່ໃຫຍ່ຂຶ້ນ ແລະ ການເຂົ້າເຖິງລະບົບການບັນເທີງ ແລະ ການເຊື່ອມຕໍ່ຫຼ້າສຸດໃນການບິນ ເຮືອບິນທີ່ຂັບເຄື່ອນດ້ວຍເຄື່ອງຈັກ Rolls-Royce Trent 7000 ລຸ້ນຫຼ້າສຸດ ເຮັດໃຫ້ A330-900 ສາມາດບິນໄດ້ 7,200 nm / 13,300 ກິໂລແມັດແບບບໍ່ຢຸດ.

ດ້ວຍເຮືອບິນ 105 ລໍາ ແລະ ປະລິມານຜູ້ໂດຍສານທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ VietJet ກຳລັງຕັ້ງໜ້າຂະຫຍາຍການບິນທິ່ຂ້າມທະວີບ ພັດທະນາເຮືອບິນໃໝ່ ແລະ ໃຫ້ທັນສະໄໝ ໂດຍຮ່ວມມືກັບຄູ່ຮ່ວມທີ່ມີຍຸດທະສາດລະດັບໂລກເຊັ່ນ: Airbus.

ເມື່ອໄວໆນີ້ ບໍລິສັດ VietJet ​ໄດ້​ປະກາດ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ (MOU) ກັບ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ຂອງປະເທດລາວ ​ເພື່ອ​ດຳເນີນຂະຫຍາຍ​ຫຼາຍ​ໂຄງການ​ກ່ຽວ​ກັບ​ການບິນ ​ໃນ​ນັ້ນ​ມີ​ການ​ສ້າງ​ຕັ້ງ​ສູນ​ສ້ອມ​ແປງ​ບຳລຸງ​ຮັກສາ (MRO) ໃນປະເທດລາວ ໂຄງການ​ເຫຼົ່າ​ນີ້ ຄາດ​ວ່າ​​ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່​ໄດ້ເຖິງ 2,500 ຄົນ​ໃນ​ຂະ​ແໜງ​ການບິນ​ຂອງ​ປະ​ເທດ​ໃນ​ອະນາຄົດ.

ສຳລັບນັກເດີນທາງຈາກປະເທດລາວ VietJet ໄດ້ເປີດເສັ້ນທາງໃໝ່ໃນຕົ້ນປີນີ້ ໂດຍເຊື່ອມຕໍ່ນະຄອນຫຼວງວຽງຈັນຫານະຄອນໂຮ່ຈີມິນ ເຊິ່ງເປັນນະຄອນໃຫຍ່ທີ່ສຸດຂອງປະເທດຫວຽດນາມ ໂດຍມີຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ, ຖ້ຽວບິນເວລາເດີນທາງແມ່ນພຽງແຕ່ 1 ຊົ່ວໂມງ 45 ນາທີ. ຈາກຈຸດເຊື່ອມຕໍ່ໃນປະເທດຫວຽດນາມ ນັກທ່ອງທ່ຽວຊາວລາວສາມາດເດີນທາງໄປເຖິງສະຖານທີ່ທ່ອງທ່ຽວອື່ນໆໃນອາຊີຕາເວັນອອກສຽງໃຕ້ ແລະ ຕາເວັນອອກສຽງເໜືອ, ອົດສະຕາລີ, ອິນເດຍ ແລະ ອື່ຶນໆ ຜ່ານເຄືອຂ່າຍການບິນຂອງ VietJet

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.