Friday, April 18, 2025

“ອົດອາຫານ” ບໍ່ຊ່ວຍໃຫ້ຫຼຸດນຳ້ໜັກ

ການອົດອາຫານນັ້ນ ສຳພັນກັບການຈຳກັດ ແຄລໍຣີ່ ຂອງອາຫານທີ່ເຮົາກິນໃນແຕ່ລະມື້, ການນັບ ແຄລໍຣີ່ ເປັນວິທີທີ່ໄດ້ຮັບຄວາມນິຍົມຫຼາຍ ຊຶ່ງມີທີມນັກວິໄຈດ້ານໂພຊະນາການ ໃນ ສະຫະລັດ ອາເມຣິກາ ໄດ້ລາຍງານລົງໃນວາລະສານ ການແພດ ເຈເອເອັມເອ (JAMA International Medicine) ເຖິງຜົນການລົງເລິກກວດຜູ້ໃຫຍ່ ທີ່ລະບຸວ່າ ອ້ວນເຖິງ 100 ຄົນ ໂດຍແບ່ງຈາກພຶດຕິກຳການກິນເປັນ 3 ກຸ່ມ ຊຶ່ງເປັນເວລາ 1 ປີ. ກຸ່ມທີ 1 ເປັນພວກທີ່ກິນປົກກະຕິ,​ ສ່ວນກຸ່ມທີ 2 ເປັນພວກທີ່ຫຼຸດປະລິມານ ແຄລໍຣີ່ ລົງ ດ້ວຍການອົດອາຫານທຸກມື້ ແລະ ຫຼຸດປະລິມານໃຫ້ອາຫານໜ້ອຍລົງ ຊຶ່ງທັງ 2 ກຸ່ມສາມາດຫຼຸດຈຳນວນແຄລໍຣີ່ລົງໄດ້ແທ້.

ເມື່ອຄົບ 1 ປີ ນັກວິໄຈ ພົບວ່າ ກຸ່ມທີ່ອົດອາຫານສາມາດຫຼຸດນຳ້ໜັກໄດ້ຫຼາຍກວ່າກຸ່ມອື່ນ, ແຄລໍຣີ່ຖືກຕັດອອກໄປ 75% ໃນ 1 ມື້, ແຕ່ຊຳ້ພັດເພີ່ມຂຶ້ນ 25% ໃນມື້ຖັດໄປ. ຂະນະທີ່ກຸ່ມຫຼຸດປະລິມານອາຫານນັ້ນ ແຄລໍຣີ່ ຈະຖືກຕັດອອກໄປ 25% ຢ່າງສະໝຳ່ສະໝີ.

ເລື່ອງນີ້ ນັກວິໄຈ ຊີ້ໃຫ້ເຫັນວ່າ ການຄວບຄຸມແຄລໍຣີ່ ອາດຈະບໍ່ໄດ້ຜົນດີໄປກວ່າການກິນແບບປົກກະຕິ ໂດຍສະເພາະການຫຼຸດປັດໄຈສ່ຽງຕ່າງໆ ເຊັ່ນ ໂຣກຫົວໃຈ, ໂຣກຄວາມດັນເລືອດ ແລະການອົດອາຫານແບບສະຫຼັບມື້ ອາດບໍ່ແມ່ນທາງເລືອກທີ່ຍືນຍາວ ຖ້າຫາກຕ້ອງການຫຼຸດນຳ້ໜັກ. ນອກຈາກນີ້ ການອົດອາຫານຍັງອາດເຮັດໃຫ້ເກີດຄວາມສ່ຽງ ທີ່ຈະມີພຶດຕິກຳການກິນຫຼາຍຂຶ້ນກວ່າເກົ່າ. ສະນັ້ນ ຄວນດຳເນີນຊີວິດດ້ວຍການກິນອາຫານເພື່ອສຸຂະພາບທີ່ສົມດຸນ ແລະຄຳນຶງວ່າ ສິ່ງໃດທີ່ມີປະໂຫຍດ ລວມທັງຫຼີກເວັ້ນສິ່ງທີ່ຈະໃຫ້ໂທດ ອີກດ້ວຍ.

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.