Monday, June 15, 2026
Kbank Laos โอน รับ จ่าย
-->

ສິ່ງທີ່ຄວນເຮັດ ເມື່ອຂັບລົດໃຫຍ່ໃນລະດູຝົນ


ໃນລະດູຝົນ ເປັນປັດໄຈທີ່ມີສ່ວນເຮັດໃຫ້ເກີດອຸບັດເຫດຕາມເສັ້ນທາງ ເພາະຝົນທີ່ຕົກລົງມາເຮັດໃຫ້ທາງມື່ນ ແລະ ຍັງຫຼຸດທັດສະນະໃນການເບິ່ງເຫັນຂອງຜູ້ຂັບຂີ່. ເຊິ່ງນັກຂັບຂີ່ເອງຕ້ອງເພີ່ມຄວາມລະມັດລະວັງໃຫ້ຫຼາຍຂຶ້ນ ທີ່ສຳຄັນແມ່ນຕ້ອງປັບວິທີການຂັບລົດໃຫ້ສອດຄ່ອງກັບສະພາບໃນແຕ່ລະໄລຍະ.

ດັ່ງນັ້ນ, ສິ່ງທີ່ເຮົາຄວນເຮັດໃນການຂັບຂີ່ລົດໃນໄລຍະຝົນຄວນປະຕິບັດດັ່ງນີ້:

  1. ຄວນກວດສອບຄວາມພ້ອມຂອງລົດ ເປັນຕົ້ນແມ່ນລະບົບໄຟເຍືອງທາງ ແລະ ໄຟສັນຍານຕ່າງໆ, ກວດເບິ່ງຢາງປັດນ້ຳຝົນ, ລະດັບນ້ຳລ້າງແວ່ນລົດ, ກວດເຊັກລະບົບເບຣກ ລົດ, ສະພາບຢາງຕີນລົດ, ລົມຢາງ ( ລົມຢາງທີ່ອ່ອນເກີນໄປ ແລະ ດອກຢາງທີ່ມີໜ້ອຍເກີນໄປ ພາໃຫ້ປະສິດທິພາບໃນການຮີດນ້ຳໄດ້ໜ້ອຍລົງຈະເຮັດໃຫ້ເກີດການມື່ນໄດ້ງ່າຍ ).
  2. ເມື່ອຝົນຕົກແຮງໃຫ້ເປີດໄຟໜ້າ ແລະ ໄຟຕັດໝອກ (ຖ້າມີ) ບໍ່ຄວນເປີດໄຟສຸກເສີນ.
  3. ໃນໄລຍະ 5 ນາທີທຳອິດທີ່ຝົນຕົກໃໝ່ໆ ໃຫ້ເພີ່ມຄວາມລະມັດລະວັງເປັນພິເສດເພາະເສັ້ນທາງຈະມື່ນ ເນື່ອງຈາກດິນມີການສະສົມຄວາມຮ້ອນ ຖ້າເກີດມີຝົນຕົກຈະເຮັດໃຫ້ຄວາມຮ້ອນກັບເຢັນມາກະທົບໃສ່ກັນ ຈະພາໃຫ້ໜ້າຢາງປູທາງມື່ນໃນໄລຍະ 5 ນາທີທໍາອິດ.
  4. ໃຊ້ຄວາມໄວໃຫ້ເໝາະສົມກັບສະພາບເສັ້ນທາງ ແລະ ວິໄສທັດໃນການເບິ່ງເຫັນ, ຈົ່ງໄລຍະຫ່າງລະຫວ່າງຂັບລົດຕາມຫຼັງລົດຄັນທາງໜ້າໃຫ້ຫຼາຍກວ່າປົກກະຕິ 2 ເທົ່າ.
  5. ຫຼີກຫຼ່ຽງການເບຣກລົດຢ່າງກະທັນຫັນ ແລະ ການໃຊ້ເບຣກໂດຍບໍ່ຈຳເປັນ.
  6. ເພີ່ມການສັງເກດການຈຸດທີ່ມີນ້ຳຫົ້ງຕາມເສັ້ນທາງ, ຫຼຸດຄວາມໄວເມື່ອຂັບຜ່ານຈຸດທີ່ນ້ຳຫົ້ງ ເພາະຈະເກີດການເຫີນນ້ຳ ເຮັດໃຫ້ລົດມື່ນ (ເຈືອກ) ໄດ້ ຖ້າຂັບມາດ້ວຍຄວາມໄວສູງ.
  7. ໃນກໍລະນີຂັບໄປໃນເສັ້ນທາງນ້ຳຖ້ວມຂັງ ຫຼື ນໍ້າໄຫຼແຮງ ໃຫ້ສັງເກດລະດັບຄວາມເລິກຂອງນ້ຳຈາກລົດຄັນທາງໜ້າ ຫຼື ຂອບທາງເພື່ອປະເມີນສະຖານະການ.
  8. ຂະນະທີ່ຂັບຜ່ານນ້ຳຖ້ວມຂັງຄວນປິດແອ ແລະ ໃຊ້ເກຍຕໍ່າ ຫຼື ເກຍ 1 ເພື່ອບໍ່ໃຫ້ຮອບເຄື່ອງຈັກຕໍ່າເກີນໄປ ເພື່ອຫຼີກຫຼ່ຽງບໍ່ໃຫ້ຈັກດັບກາງນໍ້າ ເພາະນ້ຳອາດຈະໄຫຼເຂົ້າທໍ່ຄວັນໄດ້.
  9. ຫຼັງຈາກທີ່ຜ່ານຈຸດນ້ຳຖ້ວມຂັງແລ້ວ ໃຫ້ຢຽບເບຣກເລື້ອຍໆເພື່ອຮີດນ້ຳໃຫ້ຝາເບຣກແຫ້ງ ປ້ອງກັນອາການເບຣກມື່ນ, ແຕ່ຖ້າຕ້ອງຈອດລົດເປັນເວລາດົນ ຄວນຫຼີກຫຼ່ຽງການໃຊ້ເບຣກມືຈອດລົດ ເພື່ອປ້ອງກັນອາການເບຣກ ຕິດ.
  10. ຖ້າຝົນຕົກແຮງຈົນບໍ່ສາມາດເບິ່ງເຫັນທາງຂ້າງໜ້າໃນໄລຍະ 10 ແມັດ ຄວນຫາບ່ອນຈອດລົດທີ່ປອດໄພ, ຖ້າຝົນເຊົາຕົກ ຫຼື ຕົກໃນປະລິມານເບິ່ງເຫັນຈຶ່ງເດີນທາງຕໍ່.
  11. ຕ້ອງໄດ້ກວດສອບສະພາບເສັ້ນທາງກ່ອນທີ່ຈະອອກເດີນທາງ ໂດຍສະເພາະແມ່ນໃນໄລຍະທີ່ມີຝົນຕົກຫຼາຍ ເນື່ອງຈາກເສັ້ນທາງບາງສາຍນ້ຳອາດຈະຖ້ວມ, ຖ້າບໍ່ມີວຽກຈໍາເປັນກໍຄວນຫຼີກຫຼ່ຽງເສັ້ນທາງດັ່ງກ່າວນັ້ນ.

More from author

Related posts

Latest posts

🌧️ ຊັກເຄື່ອງຍາມຝົນແນວໃດໃຫ້ຫອມ? (ບໍ່ມີກິ່ນອັບ 100%)

ເຄີຍເປັນບໍ່ ເມື່ອຮອດຍາມຝົນແລ້ວ… ບັນຫາ "ເຄື່ອງມີກິ່ນອັບ" ກາຍເປັນຝັນຮ້າຍຂອງທຸກເຮືອນ! 👕ເພາະແດດບໍ່ມີ ແຖມຄວາມຊຸ່ມໃນອາກາດຍັງສູງ. ແຕ່ຢ່າຟ້າວຖອດໃຈ, ຖ້າຢາກໃຫ້ເຄື່ອງຫອມສົດຊື່ນຄືຕາກແດດຈັດ, ລອງເອົາ 3 ເທັກນິກນີ້ໄປໃຊ້ເບິ່ງເດີ້:

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ