Black Friday, ອະນາຄົດສີຂຽວ: Vietjet ເປີດໂປຣໂມຊັນພິເສດ ລາຄາປີ້ເລີ່ມຕົ້ນທີ່ $0 ໃນທຸກເສັ້ນທາງ

(ນະຄອນວຽງຈັນ, ວັນທີ 20 ພະຈິກ 2024) – ເພື່ອເປັນການສະເຫຼີມສະຫຼອງການຂາຍຄັ້ງໃຫຍ່ທີ່ສຸດຂອງປີ, Vietjet ກຳລັງນຳສະເໜີໂປຣໂມຊັນ “ວັນສຸກສີຂຽວ” ທີ່ທຸກຄົນລໍຄອຍ ດ້ວຍປີ້ Eco ຫຼາຍກວ່າ 1 ລ້ານປີ້ ເລີ່ມຕົ້ນພຽງ 0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທຳນຽມ), ນັກທ່ອງທ່ຽວຈາກລາວສາມາດປະຢັດການເດີນທາງໄປຫວຽດນາມ ຫຼື ແຫຼ່ງທ່ອງທ່ຽວຍອດນິຍົມອື່ນໆ ໃນອາຊີ ແລະ ນອກເໜືອໄປຈາກນີ້ຍັງສະໜັບສະໜູນຄວາມຍືນຍົງດ້ານສິ່ງແວດລ້ອມອີກດ້ວຍ.

ໂປຣໂມຊັນນີ້ເລີ່ມຕັ້ງແຕ່ວັນທີ 27 ພະຈິກ ຫາ 29 ພະຈິກ 2024 ເພື່ອສະເຫຼີມສະຫຼອງ Black Friday, ເຊິ່ງກົງກັບວັນທີ 29 ພະຈິກປີນີ້. ທ່ານສາມາດຈອງປີ້ຍົນທຸກສາຍການບິນໃນເຄືອຂ່າຍຂອງ Vietjet, ລວມທັງເສັ້ນທາງ ນະຄອນຫຼວງວຽງຈັນ-ນະຄອນໂຮ່ຈີມິນ ສຳລັບການເດີນທາງລະຫວ່າງວັນທີ 01 ມັງກອນ ຫາ 22 ພຶດສະພາ 2025 (ເງື່ອນໄຂຕາມບໍລິສັດກຳນົດ) ນັກທ່ອງທ່ຽວສາມາດຈອງປີ້ໄດ້ທີ່ www.vietjetair.com ຫຼື ຜ່ານແອັບພລິເຄຊັນ Vietjet Air

ການເດີນທາງແບບຍືນຍົງກັບ Vietjet ໄດ້ສົ່ງເສີມ Green Friday ຂອງ Vietjet ສະທ້ອນໃຫ້ເຫັນເຖິງພາລະກິດຂອງຕົນໃນການສະໜັບສະໜູນການທ່ອງທ່ຽວສີຂຽວ ແລະ ປູກຈິດສຳນຶກກ່ຽວກັບການອະນຸລັກສິ່ງແວດລ້ອມ. ສາຍການບິນມຸ່ງໝັ້ນທີ່ຈະບັນລຸເປົ້າໝາຍການຫຼຸດຜ່ອນການປ່ອຍມົນລະພິດໃຫ້ສູນສຸດທິໃນປີ 2050 ໂດຍຜ່ານຂໍ້ລິເລີ່ມຄວາມຍືນຍົງເຊັ່ນ: ການ​ນໍາ​ໃຊ້​ເຮືອ​ບິນ​ໃໝ່​ ທີ່ຊ່ວຍປະຢັດນໍ້າມັນ, ຫຼຸດຜ່ອນການປ່ອຍອາຍພິດ CO2 ແລະ ຫຼຸດຜ່ອນສິ່ງລົບກວນ ການປະຕິບັດລະບົບການບໍລິການດິຈິຕອນເຊັ່ນ: ປີ້ເອເລັກໂຕຣນິກ ແລະ ເຊັກອິນອອນໄລນ໌

ນັກທ່ອງທ່ຽວສາມາດໃຊ້ໂອກາດນີ້ເພື່ອຈອງຖ້ຽວບິນທີ່ມີລາຄາປະຢັດ  ແລະ ເປັນມິດກັບສິ່ງແວດລ້ອມ. ບໍ່ວ່າຈະເປັນການສະເຫຼີມສະຫຼອງປີໃໝ່ຢູ່ຫວຽດນາມ ປະສົບກັບລະດູໜາວທີ່ຫິມະຕົກຢູ່ໃນຍີ່ປຸ່ນ, ເກົາຫຼີໃຕ້ ຫຼື ຈີນ ຫຼື ສຳຫຼວດຈຸດໝາຍປາຍທາງທີ່ໜ້າຕື່ນຕາຕື່ນໃຈໃນອາຊີ ແລະ ອົດສະຕຣາລີ. ສຳລັບນັກທ່ອງທ່ຽວຈາກລາວ, Vietjet ມີຄວາມສະດວກໃນການເຊື່ອມຕໍ່ຖ້ຽວບິນຜ່ານ ນະຄອນໂຮ່ຈີມິນ ເຊິ່ງແມ່ນນະຄອນໃຫຍ່ທີ່ສຸດຂອງຫວຽດນາມ.

Vietjet ສະໜອງປະສົບການທີ່ບໍ່ສາມາດລືມໄດ້ກັບອາຫານທີ່ກຽມໄວ້ສົດໆເຊັ່ນ: ເຝີຫວຽດນາມ, ເຂົ້າຈີ່ປາເຕ້ ແລະກາເຟຫວຽດນາມ, ພ້ອມທັງມີການສະແດງວັດທະນະທໍາພິເສດທີ່ສູງ 10.000 ແມັດ, ການບໍລິການທີ່ດີເລີດຈາກລູກເຮືອມືອາຊີບ. ຢ່າພາດໂອກາດໃນການຈອງປີ້ຍົນເລີ່ມຕົ້ນທີ່ $0 ເພື່ອເລີ່ມຕົ້ນການພະຈົນໄພອັນໃໝ່ທີ່ມະຫັດສະຈັນ!   

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.