ອາຫານບຳລຸງສາຍຕາ

ອາຫານທີ່ແຊບ ແລະ ມີປະໂຫຍດມີຢູ່ຈິງ ໃຜທີ່ມີບັນຫາເລື່ອງສາຍຕາມາອ່ານບົດຄວາມນີ້ໄດ້ ພວກເຮົາໄດ້ຄັດສັນເມນູອາຫານທີ່ເຕັມໄປດ້ວຍວິຕາມິນ ສານອາຫານທີ່ຈຳເປັນຕໍ່ຮ່າງກາຍ ແລະ ທີ່ສຳຄັນ ເຮັດໄດ້ແບບງ່າຍໆ ຈະມີເມນູຫຍັງແດ່ ມາເບິ່ງນຳກັນເລີຍ!

  • ນໍ້າແຊ່ຜັກ ຫຼື ໝາກໄມ້ Infused Water: ເຮັດໄດ້ງ່າຍໆດ້ວຍການນໍາເອົາຜັກ ແລະ ໝາກໄມ້ມາຕັດເປັນຕ່ອນແລ້ວເອົາມາແຊ່ໄວ້ໃນນໍ້າສະອາດປະມານ 2 ຊົ່ວໂມງ ເພື່ອໃຫ້ນໍ້າຜັກ ຫຼື ໝາກໄມ້ອອກມາປະສົມກັບນໍ້າດື່ມ ພຽງເທົ່ານີ້ກໍໄດ້ນໍ້າທີ່ບໍ່ເປັນພຽງນໍ້າແລ້ວ ມັນຈະມີກິ່ນໝາກໄມ້ ແລະ ຜັກ ຊ່ວຍໃຫ້ເຮົາດື່ມນໍ້າໄດ້ຫຼາຍຂຶ້ນນຳອີກ
  • ສະລັດ: ເປັນເມນູຍອດຮິດທີ່ຕ້ອງມີໄວ້ທຸກຄາບເຂົ້າ ບໍ່ວ່າຈະເປັນການນຳແຄລັອດ, ຜັກ, ພືດຕະກູນຖົ່ວ ທີ່ມີວິຕາມິນເອ, ວິຕາມິນຊີ ແລະ ໄຟເບີ ເພື່ອຊ່ວຍໃຫ້ຮ່າງກາຍຂັບຖ່າຍສະດວກ
  • ສະມູດຕີ້ຜັກ ແລະ ໝາກໄມ້ລວມ: ສາມາດເລືອກຜັກ ຫຼື ໝາກໄມ້ທີ່ຕົນເອງມັກມາປັ່ນລວມກັນ ຕື່ມນໍ້າໝາກພ້າວເຂົ້າໄປເພື່ອເພີ່ມລົດຊາດທີ່ນຸ້ມນວນ ແລະ ກິນງ່າຍ ກິນໄດ້ຕະຫຼອດ
  • ເມນູໄຂ່: ໂດຍສະເພາະແມ່ນໄຂ່ແດງ ທີ່ເປັນແຫລ່ງສານອາຫານ ລູທີນ, ຊິແຊນທີນ ແລະ ທາດເຫຼັກແລະ ເປັນສານອາຫານທີ່ດີຕໍ່ດວງຕາເປັນຢ່າງດີ.
  • ອາໂວກາໂດ: ເປັນໝາກໄມ້ທີ່ສາມາດນຳມາປຸ່ງແຕ່ງອາຫານໄດ້ທັງຄາວ, ຫວານ ແລະ ເຄື່ອງດື່ມເລີຍມີວິຕາມິນຊ່ວຍບຳລຸງສາຍຕາ ແລະ ຫຼຸດການເຊື່ອມສະພາບເຊັ່ນ: ຕາຟາງ ຫຼື ມົວໄດ້.
  • ປາແຊວມອນ: ເປັນປາທີ່ອຸດົມໄປດ້ວຍໄຂມັນໂດຍສະເພາະກົດໄຂມັນ DHA ທີ່ສາມາດພົບໄດ້ໃນເຣຕິນາຂອງດວງຕາ ຊ່ວຍໃຫ້ດວງຕາສົດໃສ ປ້ອງກັນຕາແຫ້ງ ແລະ ຕາເມື່ອລ້າໄດ້

ນີ້ເປັນພຽງບາງເມນູອາຫານທີ່ນຳມາແບ່ງປັນໃນບົດຄວາມນີ້ເທົ່ານັ້ນ, ຍັງມີອີກຫຼາຍຢ່າງທີ່ສາມາດຊ່ວຍບໍາລຸງສາຍຕາໄດ້ ສຳຄັນແມ່ນ ກິນໃຫ້ຄົບ 5 ໝູ່ ອອກກຳລັງກາຍໃຫ້ສະໝໍ່າສະເໝີ ແລະ ພັກຜ່ອນໃຫ້ພຽງພໍ ຖະໜອມດວງຕາຂອງເຮົາໃຫ້ດີ.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.