Thursday, June 18, 2026
Kbank Laos โอน รับ จ่าย
-->

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

“ວັດສຸວັນນະຄີລີ” ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ໂດຍວັດຄີລີແຫ່ງນີ້ ເປັນວັດທີ່ມີສະຖາປັດຕະຍະກຳທີ່ສວຍງາມອີກວັດໜຶ່ງ ທີ່ມີສິລະປະແບບຊຽງຂວາງ, ພັດທະສິມຂອງວັດນີ້ ເປັນສິລະປະຕາມແບບສະບັບຂອງຊາວພວນຊຽງຂວາງ ໂດຍມີຮູບຊົງທີ່ຍັງຄົງຮັກສາລວດລາຍປະດັບປະດາແບບດັ້ງເດີມ, ຫຼັງຄາປະດັບດ້ວຍໂງແບບຫົວນາກ ທີ່ເຮັດດ້ວຍປະທາຍຕິດແກ້ວສີ, ບັນດາພື້ນຝາຜະໜັງຕ່າງໆ ປະດັບດ້ວຍດອກດວງທີ່ແກະສະຫຼັກ ພອກດ້ວຍຄຳປິວ ແລະ ຮູບແຕ້ມທີ່ບັນຍາຍເຖິງນິທານເວດສັນຕະລະຊາດົກ.

ໃຜທີ່ຍັງບໍ່ທັນໄດ້ໄປສັກກາລະບູຊາ ເມື່ອໄປຮອດຫຼວງພະບາງກໍສາມາດໄປໄດ້ ນອກຈາກຈະໄດ້ຮູ້ຈັກປະຫວັດຂອງວັດແຫ່ງນີ້ແລ້ວ ຍັງໄດ້ຊົມຄວາມງົດງາມຂອງສະຖາປັດຕະຍະກຳແບບຊາວພວນຊຽງຂວາງນຳອີກ.

ທີ່ມາ: Tourism Luang Prabang ທ່ອງທ່ຽວຫຼວງພະບາງ

More from author

Related posts

Latest posts

ລະວັງເປັນໂຣກຮ້າຍ! ທີ່ເກີດຈາກຄວາມຄຽດ ແລະ ກັງວົນຫຼາຍ

ຄວາມຄຽດ, ຄວາມກັງວົນ ເປັນພາວະໜຶ່ງທີ່ເກີດມາຈາກການຖືກກົດດັນ ຫຼື ຕົກຢູ່ໃນສະພາບທີ່ຕົນເອງຫາທາງອອກໄດ້ຍາກ ບໍ່ຮູ້ຈະແກ້ໄຂບັນຫາແບບໃດດີ ເຊິ່ງມັກພົບເຫັນຫຼາຍໃນປັດຈຸບັນທັງໃນໄວໜຸ່ມນັກຮຽນ, ນັກສຶກສາ, ໄວເຮັດວຽກ ແລະ ຜູ້ສູງອາຍຸກໍມີ.

🌧️ ຊັກເຄື່ອງຍາມຝົນແນວໃດໃຫ້ຫອມ? (ບໍ່ມີກິ່ນອັບ 100%)

ເຄີຍເປັນບໍ່ ເມື່ອຮອດຍາມຝົນແລ້ວ… ບັນຫາ "ເຄື່ອງມີກິ່ນອັບ" ກາຍເປັນຝັນຮ້າຍຂອງທຸກເຮືອນ! 👕ເພາະແດດບໍ່ມີ ແຖມຄວາມຊຸ່ມໃນອາກາດຍັງສູງ. ແຕ່ຢ່າຟ້າວຖອດໃຈ, ຖ້າຢາກໃຫ້ເຄື່ອງຫອມສົດຊື່ນຄືຕາກແດດຈັດ, ລອງເອົາ 3 ເທັກນິກນີ້ໄປໃຊ້ເບິ່ງເດີ້:

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀