ວັດໄຕໃຫຍ່ສີສະຫວ່າງ ອີກໜຶ່ງວັດເກົ່າແກ່ໃນ ນະຄອນຫຼວງວຽງຈັນ

ວັດໄຕໃຫຍ່ ສີສະຫວ່າງ ທີ່ຕັ້ງຢູ່ບ້ານ ວັດໄຕໃຫຍ່, ເມືອງ​ ສີໂຄດຕະບອງ​, ນະຄອນຫຼວງວຽງຈັນ​ ເປັນອີກໜຶ່ງວັດທີ່ເກົ່າແກ່ ໃນນະຄອນຫຼວງ ວຽງຈັນ ທີ່ມີປະຫວັດຄວາມເປັນມາທີ່ໜ້າສົນໃຈ ໂດຍສະເພາະແມ່ນ ພຣະທາດໄຕໃຫ່ຍ ສີສະຫວ່າງວົງ.​

ກ່ອນປະຕິສັງຂອນພຣະທາດໄຕໃຫ່ຍ ສ້າງຂື້ນໃນສະໄໝພຣະເຈົ້າໄຊຍະເສດຖາທິລາດ ໂດຍແມ່ນ ມະເຫສີສອງພຣະອົງ ເປັນເຈົ້າສັດທາສ້າງ ເພື່ອສ້າງບຸນຮ່ວມກັນ ກະສັດທັງສອງພະອົງນັ້ນຈິ່ງໄດ້ແຕ່ງເຄື່ອງເພື່ອສ່ຽງບຸນວາດສະໜາໃສ່ໃນໂອໃຕໜ່ວຍໃຫຍ່ ແລະ ໜ່ວຍນ້ອຍ (ຂັນໂອສະໄໝບູຮານ ເພີ່ນເອີ້ນວ່າ: ໂອໃຕ) ແລ້ວຕັ້ງຄວາມປາດຖະໜາວ່າ ຖ້າວ່າໂອໃຕໜ່ວຍໃຫຍ່ນີ້ໄປຕົກຄ້າງຢູ່ທ່າໃດ ມະເຫສີອົງໃຫ່ຍຈະໄປສ້າງວັດຢູ່ບ້ານນັ້ນ(ທ່ານໍ້ານັ້ນ), ສ່ວນກະສັດອົງນ້ອງຍິງ ກໍປາດຖະໜາເຊັ່ນດຽວກັນ ແລະ ຈາກນັ້ນກໍປາດຖະໜາຮ່ວມກັນວ່າ ຖ້າວ່າທັງ 2 ພຣະອົງນັ້ນຫາກມີບຸນວາດສະໜາໄດ້ສ້າງວັດຢູ່ເຂດໃດ ຂໍໃຫ້ໂອໃຕທັງ 2 ໜ່ວຍນັ້ນໄຫຼຕົກຄ້າງຢູ່ທ່າຕິດກັນ.


ຫຼັງຈາກປາດຖະນາຮ່ວມກັນແລ້ວກໍປ່ອຍໂອໃຕທັງ 2 ໜ່ວຍນັ້ນລ່ອງຕາມສາຍແມ່ນ້ຳຂອງມາແຕ່ເມືອງຫຼວງພະບາງພຸ້ນ.

ຕໍ່ມາພາຍຫຼັງໂອໃຕທັງ 2 ໜ່ວຍກໍ່ໄດ້ໄຫຼມາຕົກຄ້າງຢູ່ທ່ານ້ຳເມືອງວຽງຈັນຄື: ໂອໃຕໜ່ວຍທີ່ເປັນຂອງມະເຫສີອົງໃຫ່ຍແມ່ນໄຫຼມາຄ້າງຢູ່ທ່າເໜືອ ສ່ວນໂອໃຕໜ່ວຍນ້ອຍທີ່ເປັນຂອງມະເຫສີອົງນ້ອຍແມ່ນໄຫຼມາຄ້າງຢູ່ທ່າໃຕ້.

ຈາກນັ້ນມາກະສັດທັງ 2 ພະອົງກໍ່ໄດ້ໃຊ້ເສນາອາມາດເລາະລຽບຕາມແຄມຝັ່ງແມ່ນ້ຳຂອງແຕ່ເມືອງຫຼວງພະບາງລົງມາເລື້ອຍໆ ເພື່ອຕາມຫາໂອໃຕທັງສອງໜ່ວຍຂອງກະສັດນັ້ນ, ເມື່ອມາພົບຢູ່ທີ່ທ່າທັງສອງແລ້ວ ເສນາອາມາດຈິ່ງກັບໄປກາບທູນໃຫ້ກະສັດທັງສອງພຣະອົງໃຫ້ຊົງຮູ້ ຈາກນັ້ນທັງ ສອງພຣະອົງຈິ່ງໄດ້ສະເດັດຕາມມາແລ້ວຕັດສັ່ງໃຫ້ເສນາອາມາດຊອກຫາສະຖານທີ່ອັນເໝາະສົມ ຫຼື ໃກ້ຄຽງທ່າທີ່ໂອໃຕທັງສອງໜ່ວຍໄຫຼມາຄ້າງ ເພື່ອຈະສ້າງວັດໄວ້ເປັນອະນຸສອນໃຫ້ແກ່ພຣະອົງທັງສອງ ແລະ ເມື່ອເສນາອາມາດ ຫາສະຖານທີ່ໄດ້ແລ້ວກໍ່ລົງມືຖາກຖາງ, ຈັດແປງທີ່ພັກໃຫ້ເປັນວັດວາອາຮາມ.

ຈາກນັ້ນກະສັດທັງສອງພຣະອົງກໍ່ໄດ້ຕັດສັ່ງໃຫ້ຕັ້ງຊື່ວັດທີ່ສ້າງຂື້ນນັ້ນຕາມໂອໃຕທີ່ໄຫຼມາຄ້າງຄື: ວັດທີ່ຕັ້ງຊື່ທ່າ ຫຼື ໃກ້ຄຽງທ່າທີ່ໂອໃຕໜ່ວຍໃຫຍ່ໄຫຼມາຄ້າງໃຫ້ເອີ້ນຊື່ວ່າ ວັດໄຕໃຫຍ່ ສ່ວນວັດທີ່ຕັ້ງຊື່ທ່າ ຫຼື ໃກ້ຄຽງທ່າທີ່ໂອໃຕໜ່ວຍນ້ອຍໄຫຼມາຄ້າງໃຫ້ເອີ້ນຊື່ວ່າ ວັດໄຕນ້ອຍ,
ທາດໄຕໃຫ່ຍ ສ້າງຂື້ນໃນລະຫວາ່ງປີ ພ.ສ 2114 ຄ.ສ 1571 ໃນເມື່ອກ່ອນສ້າງເປັນພຣະທາດອົງນ້ອຍກວມເອົາໂອໃຕ ທີ່ມະເຫສີໄດ້ສ່ຽງທວາຍລ່ອງແຕ່ຫຼວງພຣະບາງ ມີຄວາມສູງປະມານ 5M ກວ້າງປະມານ 1,50 M ເປັນຮູບຊົງ 4 ລ່ຽມຈະຕຸລັດ (ໃນເມື່ອກ່ອນປະຊາຊົນຊາວບ້ານວັດໄຕໃຫ່ຍ ໄດ້ນໍາຂະບວນຜາສາດເຜີ້ງໄປແຫ່ເພື່ອສັກກາຣະບູຊາພຣະທາດຫຼວງເປັນປະຈໍາທຸກປີ ໃນມື້ຂື້ນ 15 ຄໍ່າ ເດືອນ 12 ເພັງ ດັ່ງນັ້ນການສະເຫຼີມສະຫຼອງພຣະທາດໃຕໃຫ່ຍຈັດຂື້ນພ້ອມກັນກັບການສະເຫຼີມສະຫຼອງພຣະທາດຫຼວງວຽງຈັນ.

ພຣະທາດໄຕໃຫ່ຍຂາດການບົວລະບັດຮັກສາກາຍເປັນພຣະທາດຮ້າງຫຼາຍຟ້າຫຼາຍປີ ຈົນຕົກມາຮອດປີ ພ.ສ 2448 ຄ.ສ 1905 (ສະໄໝເຈົ້າສີສະຫວ່າງວົງສ໌) ຈິ່ງໄດ້ນໍາພາປະຊາຊົນບູລະນະປະຕິສັງຂອນຂື້ນໃໝ່ ໂດຍກໍ່ກວມເອົາພຮະທາດເກົ່າທີ່ມະເຫສີຫຼວງໄດ້ສ້າງໄວ້ໃນເມື່ອກ່ອນ ໄດ້ນໍາເອົາວັດຖຸຂອງມີຄ່າ ເຄື່ອງຄໍ້າຂອງຄູນ ນໍາມາປະກອບສວ່ນໃນການສ້າງພຣະທາດ ເຮັດໃຫ້ພຣະທາດໃຫ່ຍກວ່າເດີມເຊິ່ງມີຄວາມສູງ 13M ກວ້າງ 3.70M ຮູບຊົງຄ້າຍຄືໝາກເບັງ ພື້ນຕີນຂອງພະທາດໃນສະໄໝກ່ອນມີ 5 ຂັ້ນ ຫຼື 5 ຖ້ານ ຕໍ່ມາລະຫວ່າງປີ ພສ 2467 ຄສ 1924 ພຣະສົງພ້ອມດວ້ຍພໍ່ແມ່ປະຊາຊົນໄດ້ບູລະນະປະຕິສັງຂອນໃໝ່ ເຊິ່ງໄດ້ຕໍ່ເຕີມກໍາເເພງອ້ອມອົງພຣະທາດຍາວດ້ານລະ 14.30 M ຄວາມກວ້າງເດີ່ນພາຍໃນອ້ອມພຣະທາດກວ້າງດາ້ນລະ 3.90M.

ຕົກມາປີ ພ.ສ 2509 ຄ.ສ 1966 ເຊິ່ງເປັນເຫດການນໍ້າຖວ້ມໃຫ່ຍທີ່ສຸດໃນນະຄອນຫຼວງວຽງຈັນ ລວມເຖິງໄດ້ຖວ້ມພຣະທາດໄຕໃຫ່ຍ ສະນັ້ນທາງວັດຈິ່ງໄດ້ຍົກພື້ນຂຶ້ນ 40 CM ກໍ່ກວມ 2 ຖ້ານເກົ່າຂອງພຣະທາດໃນເມື່ອກ່ອນປີ ພສ 2553 ຄ.ສ 2010 ທາງວັດໄດ້ປັບເດີ່ນພຮະທາດຍົກສູງຂື້ນ 10CM ປະຈຸບັນພື້ນຕີນພຣະທາດເຫຼືອພຽງເເຕສາມຖາ້ນແຕ່ລະຖ້ານອອ້ມຮອບປະດັບດ້ວຍກາບດອກບົວ ທັງສາມຖ້ານອອ້ມຮອບແຕ່ລະດ້ານດວ້ຍໃນເສມາ 4ໃບ ລວມທັງໝົດ 16 ໃບ.

ຂໍ້ມູນຈາກ: ລາວTemple
Photo: EFEO

More from author

Related posts

Latest posts

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.

“ອູບໝ່ານ” ວັດຊຽງທອງ ໃນໄລຍະປີ ຄສ.1940

ນີ້ແມ່ນອູບທີ່ມີລັກສະນະໂຄງສ້າງຮູບຮ່າງແບບນິຍົມສ້າງໃນພະມ້າ ແຕ່ມີຍອດແບບລາວ ຄົນທັງຫຼາຍທີ່ເປັນຄົນພື້ນເມືອງຈຶ່ງເອີ້ນວ່າ "ອູບໝ່ານ" ( ຄົນທ້ອງຖິ່ນເອີ້ນຄົນພະມ້າໃນເມື່ອກ່ອນວ່າໝ່ານ ) ເມື່ອມີການຄົ້ນພົບພຣະເຈົ້າແບບຫ້າມຍາດ ທີ່ຢູ່ໃນອູບໝ່ານນີ້ ຈຶ່ງໃສ່ຊື່ວ່າ "ພຣະໝ່ານ" ຈົນມາຮອດທຸກມື້ນີ້.

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພະບາງ

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພຣະບາງ ຕັ້ງຢູ່ໃນບ້ານຂອງຊ່າງປັ້ນໝໍ້, ແຄມນ້ຳຄານ ແລະ ເປັນວັດທີ່ ເພິ່ນບໍ່ຮູ້ຈັກມື້ສ້າງຄັກແນ່, ແຕ່ມີລັກສະນະ ໃກ້ຄຽງກັບວັດ ໃນສະຕະວັດທີ XVIII ແລະ XIX.