ເດີນທາງ ນະຄອນຫຼວງວຽງຈັນ – ນະຄອນໂຮ່ຈີມິນ ກັບປີ້ລາຄາ 0 ໂດລາ ຂອງສາຍການບິນ Vietjet

(ນະຄອນຫຼວງວຽງຈັນ, ວັນທີ 27 ສິງຫາ 2025) – ສາຍການບິນ Vietjet ມອບໂອກາດພິເສດໃຫ້ແກ່ນັກເດີນທາງຈາກ ສປປ ລາວ ເພື່ອຈອງການເດີນທາງໄປປະເທດຫວຽດນາມຄັ້ງຕໍ່ໄປ ດ້ວຍໂປຣໂມຊັນພິເສດໃນໄລຍະຈຳກັດ ຈົນເຖິງວັນທີ 30 ສິງຫາ, ດ້ວຍລາຄາທີ່ໜ້າສົນໃຈໃນທົ່ວທຸກເສັ້ນທາງບິນ.

ຕັ້ງແຕ່ວັນທີ 28 ຫາ 30 ສິງຫາ 2025, ນັກເດີນທາງສາມາດຈອງປີ້ຊັ້ນປະຢັດ (Eco-class) ໄດ້ໃນລາຄາພຽງ 0 ໂດລາ (ບໍ່ລວມພາສີ ແລະ ຄ່າທຳນຽມ) ສຳລັບຖ້ຽວບິນຕົງລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນ, ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງຫວຽດນາມ, ລວມທັງຖ້ຽວບິນພາຍໃນປະເທດຫວຽດນາມ ແລະ ເສັ້ນທາງສາກົນອື່ນໆ. ລາຄາໂປຣໂມຊັນນີ້ສາມາດຈອງໄດ້ຜ່ານເວັບໄຊ www.vietjetair.com ຫຼື ແອັບພລິເຄຊັນມືຖື “Vietjet Air” ແລະ ສາມາດໃຊ້ໄດ້ກັບການເດີນທາງຕັ້ງແຕ່ວັນທີ 1 ຕຸລາ 2025 ເຖິງວັນທີ 27 ພຶດສະພາ 2026 (ເງື່ອນໄຂເປັນໄປຕາມທີ່ກຳນົດ).

ສາຍການບິນ Vietjet ໄດ້ເປີດໃຫ້ບໍລິການຖ້ຽວບິນໄປ-ກັບ ທຸກໆວັນ ໃນເສັ້ນທາງວຽງຈັນ-ນະຄອນໂຮ່ຈີມິນ, ເຊິ່ງເປັນທາງເລືອກທີ່ສະດວກສະບາຍ ແລະ ລາຄາບໍ່ແພງເພື່ອທ່ຽວຊົມເມືອງເສດຖະກິດທີ່ສຳຄັນຂອງຫວຽດນາມ. ດ້ວຍເຄືອຂ່າຍການບິນທີ່ເຂັ້ມແຂງຂອງ Vietjet ຜ່ານນະຄອນໂຮ່ຈີມິນ, ນັກເດີນທາງຊາວລາວຍັງສາມາດເດີນທາງໄປຍັງຈຸດໝາຍປາຍທາງຕ່າງໆ ພາຍໃນຫວຽດນາມ ແລະ ທົ່ວພາກພື້ນອາຊີ-ປາຊີຟິກ ໄດ້ຢ່າງງ່າຍດາຍ ເພື່ອເພີດເພີນກັບເມືອງທີ່ຄຶກຄື້ນ, ຫາດຊາຍເຂດຮ້ອນ, ແລະມໍລະດົກທາງວັດທະນະທຳທີ່ຊົງຄຸນຄ່າໃນລາຄາທີ່ຄຸ້ມຄ່າ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ, ສາຍການບິນ Vietjet ຍັງຕ້ອນຮັບນັກທ່ອງທ່ຽວເຂົ້າຊົມພື້ນທີ່ພິເສດຂອງຕົນທີ່ງານວາງສະແດງ “80 ປີແຫ່ງເອກະລາດ – ເສລີພາບ – ຄວາມສຸກ” ທີ່ນະຄອນຮ່າໂນ້ຍ, ເຊິ່ງເປັນນະຄອນຫຼວງຂອງຫວຽດນາມ, ຕັ້ງແຕ່ວັນທີ 28 ສິງຫາ ຫາ 5 ກັນຍາ 2025. ແຂກສາມາດສຳຫຼວດຄວາມກ້າວໜ້າຂອງສາຍການບິນ Vietjet ໃນອຸດສາຫະກຳການບິນ, ສໍາຜັດກັບແອັບພລິເຄຊັນ AI ທີ່ທັນສະໄໝ ແລະ ງານສະແດງສິລະປະທີ່ສ້າງສັນ, ພ້ອມທັງເຂົ້າຮ່ວມກິດຈະກຳຕ່າງໆ ເຊັ່ນ: ການສະແກນ “Vietjet passport” ເພື່ອຮັບລາງວັນພິເສດ, ການສະແດງສົດ ແລະ ອື່ນໆ.

ໃນລະຫວ່າງການເດີນທາງ, ຜູ້ໂດຍສານສາມາດສຳຜັດກັບເຮືອບິນທີ່ທັນສະໄໝ ແລະ ປະຢັດນ້ຳມັນຂອງ Vietjet, ລູກເຮືອທີ່ເປັນມືອາຊີບ ແລະ ເປັນກັນເອງ, ພ້ອມທັງອາຫານຫວຽດນາມ ແລະ ສາກົນທີ່ຫຼາກຫຼາຍ, ຕັ້ງແຕ່ເຝີ (Pho) ແລະ ເຂົ້າຈີ່ (Banh Mi) ໄປຈົນເຖິງກາເຟນົມເຢັນ (iced milk coffee) ແລະ ອື່ນໆ. ນັກເດີນທາງຍັງສາມາດເພີດເພີນກັບການສະແດງວັດທະນະທຳເທິງເຮືອບິນໃນໂອກາດພິເສດ ແລະ ບໍລິການອື່ນໆທີ່ເຮັດໃຫ້ທຸກການເດີນທາງເປັນທີ່ໜ້າຈົດຈຳຕັ້ງແຕ່ຂຶ້ນບິນຈົນເຖິງລົງຈອດ.

ດ້ວຍລາຄາພິເສດນີ້, ບໍ່ມີຊ່ວງເວລາໃດທີ່ຈະດີໄປກວ່ານີ້ແລ້ວໃນການວາງແຜນການເດີນທາງຄັ້ງຕໍ່ໄປຂອງທ່ານກັບສາຍການບິນ Vietjet. ຈອງເລີຍກ່ອນໂປຣໂມຊັນຈະໝົດ!

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.