ມາຮູ້ຈັກ! ວັດຈອມເພັດ ສັນຕິສີຣິມຸງຄຸລວຸດທິວະຊີຣາຣາມ ເມືອງຈອມເພັດ ແຂວງຫຼວງພຣະບາງ

ກ່າວກັນວ່າສ້າງຂຶ້ນໃນ ປີ ຄສ 1888 ໃນຣາຊການຂອງເຈົ້າມະຫາຊີວິດ ມະຫິນທະເທພ ( ອຸ່ນຄຳ ) ຢູ່ຂ້າງນອກໃຕ້ອາຮາມ ( ສິມ ) ມີທາຕຸນ້ອຍລູກຫນຶ່ງ ທີ່ບັນຈຸອັດຖິທາຕຸ ຂອງມະເຫສີທອງດີ (ພັນລະຍາ)ຂອງເຈົ້າມະຫາຊີວິດສັກກະຣິນ ທີ່ສະຫວັນນະຄົດ ເມື່ອປີ ຄສ 1929 ວັດແຫ່ງນີ້ຕັ້ງຢູ່ຈອມພູນ້ອຍ ທີ່ຊື່ວ່າ ຈອມພູເພັດ ແລະເປັນວັດແຫ່ງໜຶ່ງໃນຫຼວງພຣະບາງ ທີ່ສາມາດຂຶ້ນໄປເພື່ອຊົມທຳມະຊາດຂອງວິວທິວທັດຂອງເມືອງຫຼວງພຣະບາງໄດ້ດີອີກມຸມໜຶ່ງ ມີນັກວິຊາການຫຼາຍທ່ານໄດ້ສຶກສາຄົ້ນຄວ້າວັດແຫ່ງນີ້ສ້າງມາກ່ອນໃນຍຸກຂອງເຈົ້າມະຫາຊີວິດອຸ່ນຄຳກ່ອນແລ້ວ ເພາະແຕ່ກ່ອນວັດແຫ່ງນີ້ເປັນວັດປ່າ ເພື່ອຝືກວິປັດສະນາກັມມະຖານ ເປັນວ່າທີ່ຮຽບງ່າຍ ສິ່ງກໍ່ສ້າງແບບບໍ່ຖາວອນປານໃດ ຈົນມາໃນຍຸກຂອງເຈົ້າມະຫາຊີວິດອຸ່ນຄຳ ຈຶ່ງມີສິມດັ່ງທີ່ເຮົາເຫັນທຸກມື້ນີ້ແລ.

ວັດແຫ່ງນີ້ຕາມທີ່ເຄີຍຮັບຟັງຈາກເຖົ້າແກ່ແນວໂຮມເວົ້າຕໍ່ໆກັນມາວ່າ ກ່ອນຈະສ້າງບ້ານສ້າງເມືອງຫຼວງພຣະບາງ ທາງການໄດ້ມີການປະກາດຂ່າວປ່າວຮ້ອງໄປທົ່ວສາລະທິດ ວ່າໃຜມີ ເຄື່ອງຄ້ຳຂອງຄູນ ເງິນຄຳກຳແກ້ວ … ໃຫ້ນຳມາບັນຈຸຝັງລົງເສົາຫຼັກເມືອງກັນເນີ ແຕ່ວ່າມີບັນດາພຣະລືສີ ໄດ້ມີໃຈໃສສັດທາທີ່ແຮງກ້າ ໄດ້ເຊາະຫາເຄື່ອງຄ້ຳຂອງຄູນ ເພັດນິນຈິນດາ ແກ້ວມີຄ່າ ທີ່ຫຫຼງຫຼາຍ ແລ້ວຫາບແກ້ວມະນີ ເຄື່ອງຄ້ຳຂອງຄູນເຫລົ່ານັ້ນ ໃສ່ກະບຸງ ກະຕ່າ ກະຊ້າ ມາ ເພື່ອຈະນຳມາບັນຈຸລົງໃນຫຼກເມືອງແຫ່ງນີ້ ແຕ່ຄວາມຮຸ່ງແຈ້ງ ເຫຼືອງເຫຼື້ອມຂອງບັນດາແກ້ວເຫຼ່ານັ້ນ

ໄດ້ເຮັດໃຫ້ຊາວບ້ານຊາວເມືອງເຂົ້າໃຈຜິດວ່າ ໄດ້ຮຸ່ງແຈ້ງ ແລະ ໄດ້ເວລາປິດເສົານັ້ນແລ້ວ ຈຶງນຳເສົາຫຼັກເມືອງລົງຂຸມກ່ອນ ເຮັດໃຫ້ ພຣະລືສີມາບໍ່ທັນພິທີ

ດັ່ງນັ້ນ ພຣະລືສີເຈົ້າເສົ້າໂສກເສຍໃຈ ແລ້ວກໍ່ໄດ້ໂຍນຊ້າ ກະຕ້າ ທີ່ເປັນເພັດນິນຈິນດາ ແກ້ວມະນີທັງຫຼາຍເຫຼົ່ານັ້ນ ຂ້າມນ້ຳຂອງ ໄປຕົກເປັນໜ່ວຍພູ ທີ່ຊື່ວ່າ “ຈອມເພັດ” ສ່ວນກະຕ່າ ກະບຸງນັ້ນແມ່ນ ຕົກໄປຢູ່ແຖວວັດໜອງສະແກ້ວ ຫຼື ເວົ້າວ່າ “ໜອງຊ້າແກ້ວ” ສ່ວນເຄື່ອງຄ້ຳຂອງຄູນນໍງາອາກາດນັ້ນ ແມ່ນໄປຕົກຢູ່ວັດກິ່ວນໍ.

ຕົກມາຮອດ ວັນທີ 24 ພະຈິກ 2025 ທາງປະທານ ຄະນະ ອພສ ເມືອງຈອມເພັດ ແຂວງຫຼວງພຣະບາງ ນຳໂດຍສາທຸໃຫຍ່ ກູດ ພຸທທະສາໂຣ ຮອງປະທານ ອພສ ແຂວງຫຼວງພຣະບາງ ແລະປະທານ ອພສ ເມືອງຈອມເພັດ ໄດ້ປະກາດ ແຕ່ງຕັ້ງສາທຸ ອານຸສອນ ອະນຸສະໂຣ ໃຫ້ມາເປັນເຈົ້າອະທິການວັດຈອມເພັດ ເພື່ອບູຣະນະ ປະຕິສັງຂອນວັດແຫ່ງນີ້ ທີ່ຊຸດໂຊມ ເກົ່າແກ່ ແລະຂາດການດູແລມາເປັນເວລາດົນນານ ໃຫ້ກັບມາຮຸ່ງເຮືອງ ເປັນວັດທີ່ຮຸ່ງແຈ້ງດັ່ງເພັດນິນຈິນດາ ສຶບໄປນັ້ນແລ.

ແລະແຈ້ງເຖິງພຸດທະບໍຣິສັດທີ່ໃຈບຸນທັງຫຼາຍ ຈົ່ງຊ່ອຍກັນ ທັງແຮງກາຍ ແຮງຊັບ ແຮງປັນຍາ ເພື່ອເປັນກຳລັງແຮງໃນການອຸ້ມຊູ ສານາສະຖານ ຂອງພຣະພຸດທະສາສະໜາແຫ່ງນີ້ໃຫ້ຮຸ່ງເຮືອງເມືອໜ້ານັ້ນເທີ້ນ …

ທີ່ມາ: ນະຄອນຫລວງພຣະບາງ Luangprabang City

ພາບຈາກ: Houmphet Manisouk

More from author

Related posts

Latest posts

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.