ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ເມື່ອວັນທີ 29 ເມສາ 2026 ທີ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍທ່ານ ບຸນຈັນ ລໍວັນໄຊ ຮອງຫົວໜ້າກົມການຄ້າພາຍໃນ ພ້ອມດ້ວຍຜູ້ແທນກົມສົ່ງເສີມຈຸນລະວິສາຫະກິດນ້ອຍ ແລະ ກາງ ແລະ ທ່ານ ນາງ ສົມຍາ ລັດສະໝີ Managing Diractor ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ, ຜູ້ດໍາເນີນທຸລະກິດຮ້ານສະດວກຊື້ 7-Eleven ໃນ ສປປ ລາວ ໄດ້ຮ່ວມເປັນກຽດໃນພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

ໂດຍຜູ້ເຂົ້າຮ່ວມມີໂອກາດໄດ້ຮູ້ຂໍ້ມູນທີ່ເປັນປະໂຫຍດຕໍ່ການພັດທະນາສິນຄ້າ ແລະ ທຸລະກິດ ທັງໃນເລື່ອງການເຂົ້າເຖິງແຫຼ່ງທຶນສໍາຫຼັບ SME ການນໍາສະເໜີສິນຄ້າເຂົ້າມາຈໍາໜ່າຍ ແລະ ການເຮັດການຕະຫຼາດຂອງ 7-Eleven ແລະ ຍັງຮຽນຮູ້ຈາກປະສົບການໂດຍກົງຂອງຜູ້ປະກອບການທີ່ເປັນຄູ່ຄ້າຂອງ 7-Eleven ປະສົບຄວາມສໍາເລັດອີກດ້ວຍ

ກິດຈະກໍານີ້, ເປັນສ່ວນໜຶ່ງຂອງການສົ່ງເສີມນະໂຍບາຍສະໜັບສະໜູນການຜະລິດພາຍໃນປະເທດ ໂດຍສະເພາະກຸ່ມຜູ້ປະກອບການຂະໜາດນ້ອຍໃຫ້ສາມາດເຂົ້າເຖິງແຫຼ່ງທຶນ ພັດທະນາສິນຄ້າໃຫ້ມີມາດຕະຖານ ເຂົ້າເຖິງຕະຫຼາດໃໝ່ໆ ແລະ ທຸລະກິດມີຄວາມຍືນຍົງ ຕາມແນວຄິດ ເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະສອດຄ່ອງກັບຄ່ານິຍົມ 3 ປະໂຫຍດ ເພື່ອປະເທດ ປະຊາຊົນ ແລະ ອົງກອນ ຂອງເຄືອຈະເລີນໂພກກະພັນ (CP Group) ທີ່ ຊີພີ ອໍລ໌ ຢຶດໝັ້ນມາຕະຫຼອດ ໂດຍສະເພາະການສ້າງອາຊີບຜ່ານການສະໜັບສະໜູນສິນຄ້າທ້ອງຖິ່ນ ເຊິ່ງໄດ້ເປີດພື້ນທີ່ສົ່ງເສີມຜະລິດຕະພັນທ້ອງຖິ່ນຂອງຄົນລາວ ມາຕັ້ງແຕ່ຮ້ານ 7-Eleven ສາຂາທໍາອິດເປີດໃຫ້ບໍລິການເມື່ອປີ 2023.

More from author

Related posts

Latest posts

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.