ພົບກັບ Samsung Galaxy A27 5G ຄວາມ Awesome ທີ່ຕອບໂຈດສໍາລັບທຸກຄົນ

📸 ສະຫວ່າງທຸກຊ໊ອດ ຈົບໃນຄິກດຽວ✨
Galaxy A27 5G ສະມາດໂຟນລຸ້ນໃໝ່ຫຼ້າສຸດໃນຕະກູນ A-Series ທີ່ອອກແບບມາເພື່ອຕອບໂຈດໄລຟ໌ສະໄຕລ໌ຄົນຮຸ່ນໃໝ່ໂດຍຊູຈຸດເດັ່ນດ້ານການອອກແບບ, ກ້ອງຖ່າຍຮູບລະດັບໂປຣ ແລະ ລະບົບ AI ອັດສະລິຍະທີ່ສະຫຼາດຂຶ້ນ

📸 ຍົກລະດັບການຖ່າຍພາບດ້ວຍກ້ອງ 3 ເລນ ແລະ ກ້ອງໜ້າແບບໃໝ່
ເອົາໃຈສາຍຄອນເທນດ້ວຍກ້ອງຫຼັງ 3 ຕົວ ປະກອບດ້ວຍ ກ້ອງຫຼັກ 50 MP ທີ່ໃຫ້ພາບຄົມຊັດທຸກສະພາບແສງ ແລະ ມີລະບົບກັນສັ່ນໃນຕົວ, ກ້ອງ 5 MP (Ultra-Wide) ເກັບພາບມຸມກວ້າງ ແລະ ກ້ອງ 2 MP (Macro) ຖ່າຍໄລຍະໃກ້. ສ່ວນກ້ອງໜ້າໃຫ້ຄວາມລະອຽດມາເຖິງ 12 MP HDR ມອບວິດີໂອ ແລະ ພາບເຊວຟີທີ່ສີສັນສົດໃສ ໂທນຜິວເປັນທໍາມະຊາດ.

⚡ ປະສິດທິພາບແຮງ ພ້ອມແບັດເຕີຣີອຶດທົນຕະຫຼອດທັງວັນ
ຕົວເຄື່ອງຂັບເຄື່ອນດ້ວຍຊິບເຊັດ Snapdragon 6 Gen 3 (4 nm) ຮອງຮັບການເຮັດວຽກຫຼາຍແອັບພ້ອມກັນ, ຫຼິ້ນເກມ ແລະ ສະຕຣີມມິ່ງໄດ້ຢ່າງລື່ນໄຫຼ ຈົບປັນຫາເລື່ອງແອັບຄ້າງ. ໝັ້ນໃຈໄດ້ຕະຫຼອດວັນດ້ວຍແບັດເຕີຣີຄວາມຈຸ 5,000 mAh ຮອງຮັບການເບິ່ງວິດີໂອດົນຕໍ່ເນື່ອງເຖິງ 23 ຊົ່ວໂມງ ແລະ ລະບົບສາກໄວ Fast Charging 25W ທີ່ສາກໄດ້ເຖິງ 45% ໃນເວລາພຽງ 30 ນາທີ.

✨ ການອອກແບບ ບາງເບົາມີສະເໜ່ ພ້ອມໜ້າຈໍ Super AMOLED ຂະໜາດ 6.7”
Galaxy A27 5G ມາພ້ອມຮູບຊົງທີ່ທັນສະໄໝ ຕົວເຄື່ອງບາງພຽງ 7.8 ມມ ຈັບຖະໜັດມື, ໜ້າຈໍ Super AMOLED ຂອບຈໍບາງພິເສດ ເຕັມຕາກັບໜ້າຈໍຂະໜາດ 6.7 ນິ້ວ ຄວາມລະອຽດ FHD+, ຄວາມໄວ 120 Hz. ພ້ອມເຕັກໂນໂລຊີ Vision Booster ທີ່ຊ່ວຍໃຫ້ໜ້າຈໍແຈ້ງຊັດເຈນ ເມື່ອຢູ່ກາງແຈ້ງ.

🤖 ຂັບເຄື່ອນດ້ວຍ One UI 8.5 ແລະ ຟີເຈີອັດສະລິຍະ (Awesome Intelligence)
Circle to Search ເຮັດໃຫ້ການຫາຂໍ້ມູນເປັນເລື່ອງທີ່ງ່າຍດາຍ ຫຼື ຈະເປັນ Object Eraser ທີ່ຊ່ວຍລຶບສິ່ງລົບກວນຕ່າງໆ, ຄົນອອກຈາກພື້ນຫຼັງຂອງຮູບພາບໄດ້ຢ່າງນຽນຕາ. Voice Transcription ທີ່ຈະປ່ຽນສຽງບັນທຶກໃຫ້ເປັນຂໍ້ຄວາມ ແລະ ແປພາສາໄດ້ທັນທີ ພຽງແຕ່ປາຍນິ້ວສໍາຜັດ. ມາພ້ອມກັບ One UI 8.5 ເວີຊັ່ນຫຼ້າສຸດຂອງ Galaxy ທີ່ໃຫ້ປະສົບການທີ່ດີກວ່າ.

🛡️ ຄວາມທົນທານ ແລະ ການອັບເດດທີ່ຍາວນານທີ່ສຸດໃນລະດັບດຽວກັນ
ມອບຄວາມຄຸ້ມຄ່າຍາວນານ ດ້ວຍການຮອງຮັບການອັບເກຣດ OS ແລະ ຄວາມປອດໄພຂັ້ນສູງດົນເຖິງ 6 ປີ ດ້ວຍ Samsung Knox Vault. ພ້ອມທັງກະຈົກຫຼັງ Glossy Glass Finish ໃຫ້ຄວາມຫຼູຫຼາ ແລະ ທົນທານຕໍ່ຮອຍຂີດຂວດ ແລະ ມາດຕະຖານກັນນໍ້າ ແລະ ຝຸ່ນລະດັບ IP64 ແລະ ສາມາດຍ້າຍຂໍ້ມູນຈາກເຄື່ອງເກົ່າຫາເຄື່ອງໃໝ່ (ຮອງຮັບທັງ iOS) ໄດ້ຢ່າງງ່າຍດາຍດ້ວຍ Smart Switch.

Galaxy A27 ມີໃຫ້ເລືອກ 3 ສີສັນຕາມສະໄຕລ໌: ສີດໍາ, ສີຟ້າ ແລະ ສີບົວອ່ອນ
ພ້ອມໃຫ້ທ່ານເປັນເຈົ້າຂອງແລ້ວມື້ນີ້ ດ້ວຍລາຄາພິເສດ:
ລຸ້ນ 8+256GB: ເຫຼືອພຽງ 8,999,000 ກີບ (ຈາກລາຄາປົກກະຕິ 9,999,000 ກີບ)

🚀 ສໍາລັບຜູ້ທີ່ສົນໃຈຢາກເປັນເຈົ້າຂອງ ຫຼື ສຶກສາຂໍ້ມູນເພີ່ມເຕີມກ່ຽວກັບ Galaxy A27 5G ສະມາດໂຟນທີ່ລວມທຸກຄວາມ Awesome ໄວ້ໃນເຄື່ອງດຽວ ສາມາດຕິດຕໍ່ສອບຖາມໄດ້ທີ່ຕົວແທນຈໍາໜ່າຍ Samsung ໃກ້ບ້ານທ່ານທົ່ວປະເທດ.
📞 Samsung Call Center: 021 417 333

#SamsungLaos #GalaxyA27 #AwesomeIsForEveryone #ຂ່າວໄອທີ #ສະມາດໂຟນໃໝ່

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.