Tuesday, July 7, 2026
Kbank Laos โอน รับ จ่าย
-->

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.

ສົມມຸດຕາມສຽງມ່ວນຂອງເສບ ແລະ ຊື່ນຊົມຍີນດີຂອງຊາວບ້ານມາຍົກວັດ ຫຼື ຕາມສຽງຄ້ອງຕີທີ່ ວັດຈູມຄ້ອງ ຈື່ງຂະໜານນາມວ່າ: “ວັດສຽງມ່ວນ” ບ້ານກໍໃສ່ຊື່ຕາມວ່າ “ບ້ານສຽງມ່ວນ” ພາຍຫຼັງເລີຍຜັນແປໄປເປັນ “ວັດຊຽງມ່ວນ ບ້ານຊຽງມ່ວນ”.

ວັດຊຽງມ່ວນ ມີຮູບພາບເລື່ອງພຣະຍາພິມພິສານ ຜູ້ເປັນພໍ່ຂອງພຣະຍາອະຊາຕະສັດຕູ ລູກຢາກເປັນເຈົ້າແຜ່ນດິນໄປຟັງພຣະເທວະທັດສັ່ງໃຫ້ເອົາພໍ່ໄປຂັງໄວ້ 7 ວັນບໍ່ຕາຍ ເພາະແມ່ເອົາເຂົ້າອົ່ວເກົ້າຜົມໄປໃຫ້ພໍ່ກິນຈື່ງສັ່ງໃຫ້ຕັດເກົ້າຜົມແມ່ ອີກ 7 ວັນພໍ່ກໍບໍ່ຕາຍ ເພາະແມ່ເອົາເຂົ້າປຽກທາຄີງໄປໃຫ້ພໍ່ເລຍກິນ ຈື່ງສັ່ງໃຫ້ແມ່ບໍ່ໃຫ້ໄປຫາພໍ່ ອີກຕື່ມ 7 ວັນພໍ່ກໍບໍ່ຕາຍ ຈຶ່ງສັ່ງໃຫ້ປາດພື້ນຕີນພໍ່ໄດ້ເຖິງ 7 ວັນ ພໍ່ຈີ່ງຕາຍ.

ອະຊາຕະສັດຕູ ພະຄະວາໂຕວັນທະເຕ ເຂົ້າໄປໄຫ້ວພຣະພຸດທະເຈົ້່າ ສ້າງສິນກິນທານທໍ່ໃດກໍບໍ່ລຸດບາບເລີຍຕົກນາຣົກທັງຜາສາດ ຮູບພາບນີ້ແຕ້ມໃສ່ຝາເບື້ອງນອກປ່ອງຢ້ຽມເກົ່າຫຼາຍແລ້ວ.

Cr : EFEO
ນໍາສະເໜີໂດຍ : ລາວ Temple

More from author

Related posts

Latest posts

“ອູບໝ່ານ” ວັດຊຽງທອງ ໃນໄລຍະປີ ຄສ.1940

ນີ້ແມ່ນອູບທີ່ມີລັກສະນະໂຄງສ້າງຮູບຮ່າງແບບນິຍົມສ້າງໃນພະມ້າ ແຕ່ມີຍອດແບບລາວ ຄົນທັງຫຼາຍທີ່ເປັນຄົນພື້ນເມືອງຈຶ່ງເອີ້ນວ່າ "ອູບໝ່ານ" ( ຄົນທ້ອງຖິ່ນເອີ້ນຄົນພະມ້າໃນເມື່ອກ່ອນວ່າໝ່ານ ) ເມື່ອມີການຄົ້ນພົບພຣະເຈົ້າແບບຫ້າມຍາດ ທີ່ຢູ່ໃນອູບໝ່ານນີ້ ຈຶ່ງໃສ່ຊື່ວ່າ "ພຣະໝ່ານ" ຈົນມາຮອດທຸກມື້ນີ້.

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພະບາງ

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພຣະບາງ ຕັ້ງຢູ່ໃນບ້ານຂອງຊ່າງປັ້ນໝໍ້, ແຄມນ້ຳຄານ ແລະ ເປັນວັດທີ່ ເພິ່ນບໍ່ຮູ້ຈັກມື້ສ້າງຄັກແນ່, ແຕ່ມີລັກສະນະ ໃກ້ຄຽງກັບວັດ ໃນສະຕະວັດທີ XVIII ແລະ XIX.

ພົບກັບ Samsung Galaxy A27 5G ຄວາມ Awesome ທີ່ຕອບໂຈດສໍາລັບທຸກຄົນ

Galaxy A27 5G ສະມາດໂຟນລຸ້ນໃໝ່ຫຼ້າສຸດໃນຕະກູນ A-Series ທີ່ອອກແບບມາເພື່ອຕອບໂຈດໄລຟ໌ສະໄຕລ໌ຄົນຮຸ່ນໃໝ່ໂດຍຊູຈຸດເດັ່ນດ້ານການອອກແບບ, ກ້ອງຖ່າຍຮູບລະດັບໂປຣ ແລະ ລະບົບ AI ອັດສະລິຍະທີ່ສະຫຼາດຂຶ້ນ