ຊຳຊຸງ ເປີດຕົວ Galaxy Z Series ແລະ Galaxy Watch ຮຸ່ນໃໝ່ ທີ່ສຸດຂອງໜ້າຈໍພັບ, ກ້ອງລະດັບເຮືອທຸງ ແລະ ການເບິ່ງແຍງສຸຂະພາບອັດສະລິຍະດ້ວຍ AI

ຊຳຊຸງ ສ້າງປາກົດການໃໝ່ໃຫ້ແກ່ວົງການເຕັກໂນໂລຊີອີກຄັ້ງ ດ້ວຍສະມາດໂຟນໜ້າຈໍພັບຂະໜາດໃໝ່ Galaxy Z Fold8, Galaxy Z Fold8 Ultra ແລະ Galaxy Z Flip8 ເພີ່ມປະສົບການການໃຊ້ງານໃຫ້ກວ້າງຂວາງຍິ່ງຂຶ້ນ ພ້ອມດ້ວຍ Galaxy Watch Ultra2 | Watch9 ຮຸ່ນໃໝ່ ສຸດຍອດນະວັດຕະກຳ ທີ່ປະສົມປະສານ AI ເຂົ້າໃນການຊີວິດປະຈຳວັນຢ່າງຄົບວົງຈອນ ທັງການເຮັດວຽກທີ່ມີປະສິດທິພາບ, ຄວາມບັນເທີງ ແລະ ການເບິ່ງແຍງສຸຂະພາບ.

Galaxy Z Series ພິກໂສມປະສົບການໜ້າຈໍພັບ

ຄັ້ງທໍາອິດກັບ Galaxy Z Fold8 ຂະໜາດໃໝ່ ແລະ ເບົາທີ່ສຸດພຽງ 201 ກຣາມ ທີ່ຈະພາທ່ານສໍາຜັດກັບປະສົບການເບິ່ງທີ່ມ່ວນສຸດໆ ດ້ວຍອັດຕາສ່ວນໜ້າຈໍ 4:3 ຄວາມສະຫວ່າງສູງສຸດ 3,000 nits ທີ່ອອກແບບມາຢ່າງລົງຕົວ ໃຫ້ວິວໃນການເບິ່ງໄດ້ສົມຈິງດີກວ່າທີ່ເຄີຍ. ໃຊ້ງານໄດ້ຍາວນານ ຂັບເຄື່ອນດ້ວຍຂຸມພະລັງ Snapdragon® 8 Elite Gen 5 for Galaxy ແລະ ແບັດເຕີຣີ 4,800 mAh ພ້ອມກ້ອງຄູ່ຄວາມລະອຽດ 50 MP ແລະຟີເຈີ້ FanCam ບັນທຶກທຸກຄວາມຊົງຈຳໄດ້ຢ່າງສົມບູນແບບ ແລະ ຊ່ວຍໃຫ້ທ່ານຕິດຕາມຄົນທີ່ທ່ານຢາກຈະໂຟກັດໄດ້ພາຍຫຼັງເມື່ອຕ້ອງການ ໂດຍບໍ່ຈໍາເປັນຕ້ອງແພນກ້ອງຕາມໃຫ້ເສຍເວລາ.

Galaxy Z Fold8 Ultra ມືຖືພັບທີ່ຊົງພະລັງທີ່ສຸດ ດ້ວຍໜ້າຈໍຫຼັກຂະໜາດໃຫຍ່ 8 ນິ້ວ, ບາງທີ່ສຸດໃນ Galaxy Z Series ພຽງ 4.1 ມມ, ກ້ອງ Ultra Wide 50 MP ຮອງຮັບການຖ່າຍວິດີໂອ 8K. ແບັດເຕີຣີຄວາມຈຸ 5,000 mAh ພ້ອມລະບົບສາກໄວ 45W. ມອບປະສິດທິພາບການເຮັດວຽກແບບໄຮ້ຂີດຈໍາກັດລະດັບມືອາຊີບຕະຫຼອດມື້ ຜ່ານ 2 ໜ້າຈໍໄດ້ໃນເວລາດຽວກັນແບບບໍ່ຕ້ອງສະຫຼັບຫຼາຍແອັບ

Galaxy Z Flip8 ມືຖືພັບທີ່ນ້ອຍກະທັດຮັດ ສະທ້ອນຄວາມເປັນຕົວຕົນໄດ້ຢ່າງດີທີ່ສຸດ. ພົກພາສະດວກດ້ວຍນໍ້າໜັກ 180 ກຣາມ ແລະ ຄວາມບາງພຽງ 6.1 ມມ. ມາພ້ອມ FlexWindow ໂສມໃໝ່ ທີ່ສາມາດສະແດງແອັບ, ຂໍ້ມູນສຳຄັນ ແລະ ຄຳສັ່ງຕ່າງໆ ໄດ້ໂດຍກົງເທິງໜ້າຈໍດ້ານນອກ ພ້ອມ Now Brief ທີ່ຊ່ວຍໃຫ້ຜູ້ໃຊ້ເບິ່ງຂໍ້ມູນໄດ້ຢ່າງວ່ອງໄວ. 

ທັງ 3 ຮຸ່ນ ເພີ່ມຄວາມທົນທານຍິ່ງຂຶ້ນດ້ວຍໂຄງສ້າງໜ້າຈໍ Flex Titanium ທີ່ບໍ່ພຽງແຕ່ຊ່ວຍໃຫ້ຕົວເຄື່ອງບາງລົງ ແຕ່ຍັງເພີ່ມຄວາມແຂງແຮງ, ກະຈາຍແຮງກົດ ຫຼື ແຮງກະແທກໄດ້ດີຍິ່ງຂຶ້ນ. ພ້ອມຫຼຸດການເບິ່ງເຫັນຮອຍພັບ ເຮັດໃຫ້ການກາງໜ້າຈໍເປັນໄປຢ່າງລື່ນໄຫຼ ແລະ ໃຫ້ຄວາມຮູ້ສຶກເປັນທຳມະຊາດຫຼາຍກວ່າເກົ່າ.

ນອກຈາກນີ້ ຍັງມີຟີເຈີ ທີ່ຈະມາຊ່ວຍໃຫ້ການຖ່າຍພາບ ແລະ ຈິນຕະນາການຂອງທ່ານມ່ວນຂຶ້ນກວ່າເກົ່າ ເຊັ່ນ: Flex Mode, Horizontal Lock, Photo Assist ແລະ FlipShot ພ້ອມ ProVisual Engine.

Galaxy Watch Series ຮຸ່ນໃໝ່ ຜູ້ຊ່ວຍ AI ໃນການດູແລສຸຂະພາບ

Galaxy Watch Ultra2 ແມ່ນສະມາດວອດທີ່ຊົງພະລັງ ແລະ ກ້າວໜ້າທີ່ສຸດຂອງຊຳຊຸງ ເໝາະສຳລັບຜູ້ທີ່ຮັກການຜະຈົນໄພກາງແຈ້ງ ແລະ ນັກກິລາສາຍເອັກສະຕຣີມ ທັງການແລ່ນເທຣລ ແລະ ການດຳນ້ຳແບບມືອາຊີບ ສະເໝືອນ ຄູ່ຫູສາຍລຸຍຂອງທ່ານ. ມາພ້ອມແບັດເຕີຣີ 800 mAh ທີ່ມີຂະໜາດໃຫຍ່ຂຶ້ນ 35%, ແພລັດຟອມ Snapdragon Elite, ລະບົບ GPS ທີ່ມີຄວາມແມ້ນຢຳສູງ ແລະ ເປັນສະມາດວອດຮຸ່ນທຳອິດຂອງໂລກ. ຕົວເຄື່ອງຜະລິດຈາກ ໄທເທນຽມ ທີ່ທົນຕໍ່ແຮງກະທົບ ແຕ່ບາງລົງ 12% ພ້ອມສາຍຮັດທີ່ເບົາ ແລະ ນຸ້ມຂຶ້ນ ຊ່ວຍໃຫ້ສວມໃສ່ໄດ້ສະບາຍຕະຫຼອດວັນ.

Galaxy Watch9 ແມ່ນສະມາດວອດຄູ່ຫູສໍາລັບຄົນຮັກສຸຂະພາບ ອອກແບບມາສໍາລັບຜູ້ທີ່ໃສ່ໃຈສຸຂະພາບ ແລະ ຕ້ອງການສ້າງພຶດຕິກຳທີ່ດີ ຜ່ານການຕິດຕາມກິດຈະກຳ ແລະ ການນອນຫຼັບຢ່າງຕໍ່ເນື່ອງ ມາພ້ອມຕົວເຄື່ອງອາລູມິນຽມມີນ້ຳໜັກເບົາ ແຕ່ແຂງແຮງ ອອກແບບມາເພື່ອໃຫ້ໃສ່ສະບາຍ ແລະ ສາມາດສວມໃສ່ໄດ້ສະບາຍຕະຫຼອດ 24 ຊົ່ວໂມງ, ທີ່ຮອງຮັບການໃຊ້ງານ ແລະ ການຕິດຕາມຂໍ້ມູນໄດ້ຕະຫຼອດທັງກາງເວັນ ແລະ ກາງຄືນ.

ສຳລັບ Samsung Galaxy Watch ທັງສອງຮຸ່ນ ແມ່ນມາພ້ອມເຊັນເຊີ BioActive ທີ່ເຮັດວຽກຮ່ວມກັບ Galaxy AI ສາມາດກວດຈັບຂໍ້ມູນຊີວະພາບຂອງຜູ້ໃຊ້ໄດ້ຢ່າງຕໍ່ເນື່ອງ ແລ້ວນຳມາວິເຄາະ ແລະ ປ່ຽນເປັນຄຳແນະນຳສ່ວນບຸກຄົນທີ່ເຂົ້າໃຈງ່າຍ ແລະ ແຕກຕ່າງກັນໄປຕາມສຸຂະພາບຂອງຜູ້ສວມໃສ່ ໂດຍປະກອບມີຟີເຈີເດັ່ນເຊັ່ນ: Vitals ຕິດຕາມຄ່າພື້ນຖານຂອງຮ່າງກາຍໃນຂະນະນອນ ແລະ ແຈ້ງເຕືອນເມື່ອພົບຄວາມຜິດປົກກະຕິ ແລະ Heart Health Score ປະເມີນສຸຂະພາບຫົວໃຈ ພ້ອມຄຳແນະນຳສະເພາະບຸກຄົນ

ພົບກັບໂປຣໂມຊັນ 3 ຕໍ່ ສຸດຄຸ້ມ, ສະຫຼອງການເປີດຕົວ Galaxy Z Fold8 Ultra | Z Fold8 | Z Flip8 ແລະ Galaxy Watch Ultra2 | Watch9 ດີລທີ່ທ່ານຈະປະຕິເສດບໍ່ລົງກັບ

ຕໍ່ທີ1: ອັບເກຣດຄວາມຈຳ 2 ເທົ່າ, ຮັບສິດທິປະໂຫຍດໃຊ້ Google AI Pro ເປັນເວລາ 6 ເດືອນ ແລະ ປະກັນໜ້າຈໍ 1 ປີ

  • Galaxy Z Fold8 Ultra 1T ຈາກປົກກະຕິ 64,999,000 ພິເສດພຽງ 53,999,000 ກີບ. ມີ 3 ສີຄື: Cream, Graphite ແລະ ສີພິເສດ Violet Shadow
  • Galaxy Z Fold8 1T ຈາກປົກກະຕິ 58,999,000 ພິເສດພຽງ 47,999,000 ກີບ. ມີ 3 ສີຄື: Cream, Graphite ແລະ ສີພິເສດ Lavender
  • Galaxy Z Flip8 ຈາກປົກກະຕິ 34,999,000 ພິເສດພຽງ 29,999,000 ກີບ ພ້ອມອັບເກຣດຄວາມຈໍາ ເປັນ 512GB. ມີ 2 ສີຄື: Graphite ແລະ Pink

ຕໍ່ທີ2: ຮັບຟຣີຫົວສາກ 45W ຫຼື 25W

ຕໍ່ທີ3: ຮັບສ່ວນຫຼຸດເພີ່ມ 30% ເມື່ອຊື້ໂມງ Galaxy Watch Ultra2 ແລະ Galaxy Watch9; ຮັບສ່ວນຫຼຸດເພີ່ມ 20% ເມື່ອຊື້ເຄສໂທລະສັບທີ່ເຂົ້າຮ່ວມລາຍການ

ສາມາດສັ່ງຈອງລ່ວງໜ້າກັບຕົວແທນຈຳໜ່າຍຊຳຊຸງທົ່ວປະເທດ ລະຫວ່າງວັນທີ 23 ກໍລະກົດ ຫາ 13 ສິງຫາ 2026 ເທົ່ານັ້ນ.

ຂໍ້ມູນເພີ່ມເຕີມສອບຖາມໄດ້ທີ່ຕົວແທນຈຳໜ່າຍ Samsung ທົ່ວປະເທດ ຫຼື ຕິດຕາມຂໍ້ມູນຜ່ານ Facebook: SamsungLaos ແລະ TikTok: samsungmobilelaos

#ພິກໂສມຂະໜາດໃໝ່ #GalaxyZFold8 #GalaxyZFold8Ultra #ຊົງພະລັງທີ່ສຸດ #GalaxyZFlip8

#ພົກພາງ່າຍທີ່ສຸດ #GalaxyWatchUltra2 #GalaxyWatch9 #GalaxyAI #SamsungLaos

ບົດ​ຄວາມ​ທີ່​ຜ່ານ​ມາ

More from author

Related posts

Latest posts

ປະຫວັດ “ບຸນເຂົ້າພັນສາ”

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.

“ອູບໝ່ານ” ວັດຊຽງທອງ ໃນໄລຍະປີ ຄສ.1940

ນີ້ແມ່ນອູບທີ່ມີລັກສະນະໂຄງສ້າງຮູບຮ່າງແບບນິຍົມສ້າງໃນພະມ້າ ແຕ່ມີຍອດແບບລາວ ຄົນທັງຫຼາຍທີ່ເປັນຄົນພື້ນເມືອງຈຶ່ງເອີ້ນວ່າ "ອູບໝ່ານ" ( ຄົນທ້ອງຖິ່ນເອີ້ນຄົນພະມ້າໃນເມື່ອກ່ອນວ່າໝ່ານ ) ເມື່ອມີການຄົ້ນພົບພຣະເຈົ້າແບບຫ້າມຍາດ ທີ່ຢູ່ໃນອູບໝ່ານນີ້ ຈຶ່ງໃສ່ຊື່ວ່າ "ພຣະໝ່ານ" ຈົນມາຮອດທຸກມື້ນີ້.