ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ, ສະຫຼັບການໃຊ້ງານລະຫວ່າງແອັບໄດ້ຢ່າງຫຼື່ນໄຫຼ ແລະ ມີຟັງຊັນ AI ພື້ນຖານຄົບຖ້ວນ. ຮອງຮັບການອັບເດດຊອບແວ ແລະ ຄວາມປອດໄພຍາວນານເຖິງ 6 ປີ ເຮັດໃຫ້ມືຖືເໝືອນໃໝ່ຕະຫຼອດ. ພ້ອມທັງຮອງຮັບການສາກໄວ 25W ເພື່ອຕອບສະໜອງຜູ້ບໍລິໂພກທີ່ຕ້ອງການສະມາດໂຟນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້.

Galaxy A18 ໂດດເດັ່ນດ້ວຍກ້ອງຫຼັງ 3 ຕົວ ຄວາມລະອຽດ 50 ລ້ານພິກເຊວ, ກ້ອງ Ultra-Wide 5 ລ້ານພິກເຊວ ສຳລັບຖ່າຍພາບມຸມກວ້າງ ແລະ ກ້ອງ Macro 2 ລ້ານພິກເຊວ ສຳລັບຖ່າຍລາຍລະອຽດຂອງວັດຖຸໃນໄລຍະໃກ້ ຊ່ວຍເພີ່ມຄວາມຫຼາກຫຼາຍໃນການຖ່າຍຮູບ, ວິດີໂອທີ່ຄົມຊັດ ແລະ ສີສັນໃສສົດໃຫ້ຄວາມລະອຽດສູງ ພ້ອມແບ່ງປັນສົ່ງຕໍ່ກັບໝູ່ເພື່ອນໄດ້ມ່ວນວ່າທີ່ເຄີຍ. ບັນເທິງຢ່າງຕໍ່ນື່ອງດ້ວຍຊິບເຊັດໃໝ່ ປະສົມປະສານກັບນະວັດຕະກຳ RAM Plus ເກມຢາກໆກໍຜ່ານໄດ້, ຫຼືນໄຫຼໃນທຸກການແຂ່ງຂັ້ນ ກັບໜ້າຈໍ Super AMOLED ຂະໜາດ 6.7 ນິ້ວ ຄວາມລະອຽດ FHD+ ພ້ອມມາດຕະຖານປ້ອງກັນຝຸ່ນ ແລະ ລະອອງນ້ຳລະດັບ IP64.

📱Galaxy A18 12+128GB (RAM Plus 6+6) ລາຄາ 6,299,000 ກີບ. ມີໃຫ້ເລືອກ 3 ສີ ໄດ້ແກ່: ສີດຳ, ສີເງິນ ແລະ ສີຟ້າອ່ອນ

Galaxy A08 ເນັ້ນການໃຊ້ງານໄດ້ຢ່າງຕໍ່ເນື່ອງ ດ້ວຍແບັດເຕີຣີຂະໜາດໃຫຍ່ 6,000 mAh ແລະ ຈໍພາບຂະໜາດ 6.7 ນິ້ວ ເໝາະສຳລັບຜູ້ທີ່ໃຊ້ສະມາດໂຟນເປັນເວລາດົນ ໂດຍສາມາດເບິ່ງ YouTube ໄດ້ຕໍ່ເນື່ອງສູງສຸດ 24 ຊົ່ວໂມງ ຫຼື ໃຊ້ງານ TikTok ໄດ້ສູງສຸດ 16.5 ຊົ່ວໂມງ ຕໍ່ການສາກແບັດເຕີຣີເຕັມໜຶ່ງຄັ້ງ. ເສີມຄວາມທົນທານ ແລະ ປ້ອງກັນຄວາມປອດໄພດ້ວຍ Auto Blocker ທີ່ຈະຊ່ວຍສະກັດການໂຈລະກຳຂໍ້ມູນສ່ວນຕົວທາງໂລກອອນລາຍ, ລິ້ງອັນຕະລາຍຈາກມິດສາຊີບຮູບແບຕ່າງໆ ໃຫ້ທ່ານໝັ່ນໃຈໄດ້ທຸກການໃຊ້ງານປ້ອງກັນຝຸ່ນ ແລະ ລະອອງນ້ຳລະດັບ IP64.

📱Galaxy A08 8+64GB (RAM Plus 4+4) ລາຄາ 3,999,000 ກີບ 8+128GB (4+4 RAM Plus) ລາຄາ 4,999,000 ກີບ ມີໃຫ້ເລືອກ 3 ສີ ໄດ້ແກ່: ສີຟ້າເຂັ້ມ, ສີເງິນ ແລະ ສີຂຽວ

Galaxy A07s ຍົກລະດັບປະສິດທິພາບຈາກຮຸ່ນກ່ອນ ດ້ວຍການອັບເກຣດຊິບເຊັດເປັນ MediaTek Helio G99+ ທີ່ຊ່ວຍເພີ່ມປະສິດທິພາບໂດຍລວມຂອງເຄື່ອງ ໃຫ້ສາມາດເປີດແອັບພລິເຄຊັນໄດ້ໄວຂຶ້ນ, ຫຼື່ນໄຫຼກວ່າເດີມ ລວມເຖິງການສະຫຼັບໃຊ້ງານລະຫວ່າງແອັບພລິເຄຊັນໄດ່ຢ່າງຄ່ອງຕົວ. ພ້ອມລະບົບຈັດການພະລັງງານທີ່ມີປະສິດທິພາບດີຂຶ້ນ ແລະ ມາດຕະຖານປ້ອງກັນຝຸ່ນ ແລະ ລະອອງນ້ຳລະດັບ IP54 ເໝາະສຳລັບກຸ່ມນັກຮຽນ, ພໍ່ແມ່ ແລະ ຄົນໄວເລີ່ມຕົ້ນເຮັດວຽກ ຍົກໃຫ້ເປັນລຸ້ນທີ່ຄຸ້ມຄ່າສຸດໆ.

📱Galaxy A07s 8+64GB (RAM Plus 4+4) ລາຄາ 3,599,000 ກີບ

ມີໃຫ້ເລືອກ 3 ສີ ໄດ້ແກ່: ສີດຳ, ສີມ່ວງອ່ອນ ແລະ ສີຂຽວ

ໂປຣໂມຊັນສຸດພິເສດທັ້ງ 3 ລຸ້ນ ຮັບຟຣີຫົວສາກ 25W ແລະ ມີສິດລຸ້ນຮັບລາງວັນໃຫຍ່ກັບ Campaign

ຍິ່ງຊັອບ ຍິ່ງມີສິດ ລຸ້ນໂຊກໃຫຍ່ກັບ Samsung! 🎉 ເລີ່ມຕັ້ງແຕ່ມື້ນີ້ – 30 ພະຈິກ

ໂຊກຊັ້ນທີ 1: ຈັບສະຫຼາກຮັບຂອງລາງວັນທັນທີ. ລາງວັນສູງສຸດເປັນ Galaxy A17 5G ແລະ ອື່ນໆຫຼາຍລາຍການ

ໝາຍເຫດ: ສະເພາະຮ້ານຄ້າທີ່ເຂົ້າຮ່ວມລາຍການເທົ່ານັ້ນ

ໂຊກຊັ້ນທີ 2: ສະແກນ QR Code ເຂົ້າຮ່ວມລຸ້ນໂຊກໃຫຍ່ ລຸ້ນລົດຈັກໄຟຟ້າ YADEA ແລະ ຂອງລາງວັນອື່ນໆຫຼາຍລາຍການ ທຸກອາທິດຈໍານວນ 4 ຄັ້ງ ເລີ່ມຕັ້ງແຕ່ວັນທີ 23 ພະຈິກ

ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ ຕົວແທນຈຳໜ່າຍຊຳຊຸງທົ່ວປະເທດ ຫຼື ຕິດຕາມຂໍ້ມູນຜ່ານ Facebook: SamsungLaos ແລະ TikTok: samsungmobilelaos

#GalaxyA08#GalaxyA18#GalaxyA07s#ລຸ້ນໂຊກໃຫຍ່#ຍິ່ງຊັອບຍິ່ງມີສິດ#SamsungLaos

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...