ເຕືອນ “ຂ່າວປອມ” ເປັນໄພທີ່ຕ້ອງຮ່ວມກັນປ້ອງກັນ

ການສົນທະນາຜົນກະທົບ ແລະ ການຕັ້ງຮັບ “Fake news” ຂ່າວປອມ “ສື່ອາຊຽນ” ປະນາມເປັນໄພ ທີ່ຕ້ອງຮ່ວມກັນປ້ອງກັນ ແລະ ໃຫ້ຄວາມຮູ້ແກ່ສື່ມວນຊົນ ລວມທັງຜູ້ບໍລິໂພກ ເພື່ອບໍ່ໃຫ້ຕົກເປັນເຫຍື່ອນໍາໄປເຜີຍແພຂ່າວ

ເມື່ອວັນທີ 20 ສິງຫາ ເວລາ 09:00ໂມງ ສະມາຄົມຜູ້ຜະລິດຂ່າວອອນລາຍ ຮ່ວມກັບ ສະຫະພັນນັກໜັງສືພິມແຫ່ງຊາດໄທ ແລະ ສະຫະພັນນັກໜັງສືພິມແຫ່ງອາຊຽນ ໄດ້ຮ່ວມຈັດງານສົນທະນາລະດັບພາກພື້ນອາຊຽນໃນຫົວຂໍ້ “The Rise of Fake News and How to Handle It” ໂດຍເຊີນວິທະຍາກອນຈາກປະເທດໃນອາຊຽນມາຮ່ວມແລກປ່ຽນປັນຫາລວມທັງໃນເຂດອາຊຽນ ແລະ ເອເຊຍ ມີຕົວແທນອົງກອນສື່ມວນຊົນໃນອາຊຽນ ແລະ ໃນປະເທດໄທ ລວມທັງສື່ມວນຊົນໄທເຂົ້າຮ່ວມຟັງການສົນທະນາໂອລົມ

ທ່ານ ກ້າວໂຣດ ສຸດາພັກດີ ນາຍົກສະມາຄົມຜູ້ຜະລິດຂ່າວອອນລາຍ ກ່າວວ່າ ການຈັດການສົນທະນາລະດັຍພາກພື້ນຄັ້ງນີ້ ເພື່ອ ລະດົມຄວາມຮູ້ ແລະ ວິທີການຕັ້ງຮັບຂ່າວປອມ ບໍ່ໃຫ້ສ້າງຄວາມເສຍຫາຍຕໍ່ຜູ້ບໍລິໂພກຂ່າວ
ດ້ານທ່ານເທບໄຊ ຫຍ່ອງ ປະທານສະຫະພັນນັກສືພິມແຫ່ງປະເທດໄທ ກ່າວສະຫຼຸບໃນເວລາປະຊຸມໂຕະມົນຫົວຂໍ້ “ ຄວາມສຳຄັນຂອງການຮູ້ເທົ່າທັນສື່ ແລະ ການໃຫ້ການສຶກສາແກ່ສັງຄົມ“ ວ່າປັນຫາຂ່າວປອມ ຂ່າວຕົວະນັ້ນຖືເປັນໜຶ່ງໃນໄພຂອງມະນຸດ ເຊິ່ງການແພ່ກະຈາຍຂອງຂໍ້ມູນທີ່ບໍ່ເປັນຄວາມຈິງນັ້ນ ເປັນໄປຢ່າງວອງໄວ ແລະກວ້າງຂວາງ ອັນເປັນຜົນຈາກພັກທະນາການທາງດ້ານເທັກໂນໂລຢີ

ສຳລັບການສົນທະນາຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ປຕທ ຈຳກັດ (ມະຫາຊົນ), ບໍລິສັດປູນຊີມັງໄທ ຈຳກັດ (ເອັດສຊີຈີ), ສໍານັກງານສົ່ງເສີມເສດຖະກິດດິຈິເທິລ, ບໍລິສັດ ໄທແອເອເຊຍ ຈຳກັດ, ບໍລິສັດ ຈະເລີນໂພກກະພັນອາຫານຈຳກັດ(ມະຫາຊົນ) ແລະ ບໍລິສັດບີຊີພີຈີ ຈໍາກັດ (ມະຫາຊົນ).


Cr. https://www.thaipost.net/main/detail/15823

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,